
ຄະນະບໍລິຫານງານພັກ ກອງພົນທີ 5 ສະຫຼຸບການນໍາພາລວມ ປະຈໍາໄຕມາດ I

ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ ເປັນປະທານ
ວັນທີ 21 ເມສາ 2026 ນີ້, ກອງພົນທີ 5 ໄດ້ຈັດກອງປະຊຸມ ສະຫຼຸບການນໍາພາລວມຂອງຄະນະບໍລິຫານງານພັກ ກອງພົນທີ 5
ປະຈໍາໄຕມາດ I ແລະ ວາງທິດທາງແຜນການໄຕມາດ II ປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄຳກົດ ອິນສີ
ນາ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 5, ມີສະຫາຍ ພັນເອກ ບຸນສົມ ອິນ
ທະລາ ຮອງເລຂາຄະນະ ພັກ, ຫົວໜ້າການທະຫານ ກອງພົນທີ 5 ພ້ອມດ້ວຍ ກຳມະການຄະນະບໍລິຫານງານພັກ ກອງພົນ ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພັນເອກ ວຽງແກ້ວ ມະຫາໄຊ ຄະນະປະຈຳພັກ, ຫົວໜ້າຫ້ອງການການເມືອງ ກອງພົນທີ 5 ໄດ້ຜ່ານບົດ
ສະຫຼຸບ ການນຳພາຂອງຄະນະບໍລິຫານພັກກອງພົນ ປະຈຳໄຕມາດທີ I ແລະ ທິດທາງແຜນການໄຕມາດທີ II ປະຈໍາປີ 2026, ໂດຍໄດ້
ຍົກໃຫ້ເຫັນ ພາລະບົດບາດ, ການນຳພາຂອງຄະນະບໍລິຫານງານພັກກອງພົນ ໂດຍອີງໃສ່ລະບຽບຫຼັກການ ແລະ ແບບແຜນວີທີເຮັດ
ວຽກ ຂອງຄະນະພັກກອງພົນ ແຕ່ລະຂັ້ນ ໃນການເຄື່ອນໄຫວຊີ້ນຳ ບັນດາຂົງເຂດວຽກງານຕາມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະ
ນະພັກກະຊວງປ້ອງກັນປະເທດວາງອອກ ຕິດພັນກັບການ ຈັດຕັ້ງເຄື່ອນໄຫວ ນຳພາບັນດາຂົງເຂດວຽກງານການຈັດຕັ້ງຜັນຂະຫຍາຍ
ເນື້ອໃນຂອງມະຕິກອງປະຊຸມຄົບຄະນະບໍລິຫານພັກ ຈາກນັ້ນ, ບັນດາສະຫາຍ ທີ່ເຂົ້າຮ່ວມ ກໍໄດ້ພ້ອມກັນປະກອບຄຳຄິດ ຄຳເຫັນ ຢ່າງ
ກົງໄປກົງມາ ດ້ວຍຄວາມຮັບຜິດຊອບສູງ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ກໍໄດ້ມີຄຳເຫັນຊີ້ນຳ ພ້ອມທັງເນັ້ນໜັກໃຫ້ ຄະນະພັກ ຈົ່ງພ້ອມກັນຍົກສູງພາ
ລະບົດບາດຂອງຕົນ ໃນການຊີ້ນຳໆພາທຸກຂົງເຂດວຽກງານທີ່ກ່ຽວຂ້ອງກັບໜ້າທີ່ການເມືອງຂອງຕົນ ອີງໃສ່ການນຳພາຂອງພັກກົດລະ
ບຽບຂອງພັກ ຢ່າງເຂັ້ມງວດ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ໄດ້ຮັບການມອບໝາຍ.
ແຫຼ່ງຂ່າວໂດຍ ທອງປານ ສີດາໄລ
ວັນທີ 22/04/2026