
ປະກາດການບົ່ງຕົວແຕ່ງຕັ້ງປ່ຽນແທນຄະນະໜ່ວຍພັກ ຫໍສະໝຸດກອງທັບ

ພິທີປະກາດການບົ່ງຕົວແຕ່ງຕັ້ງປ່ຽນແທນຄະນະໜ່ວຍພັກ ຫໍສະໝຸດກອງທັບ ໄດ້ຈັດຂຶ້ນໃນ ວັນທີ 20 ພະຈິກ 2025 ນີ້, ໂດຍການ
ເປັນປະທານຂອງ ສະຫາຍ ພົນຈັດຕະວາ ຈັນທາ ບຸນນະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່
ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາ ກົມໂຄສະນາອົບຮົມ, ຫ້ອງການເມືອງ, ບັນດາກົມກອງສື່, ຄະນະໜ່ວຍ ແລະ ພະນັກງານສະ
ມາຊິກພັກເຂົ້າຮ່ວມ.
ສະຫາຍ ພັນໂທ ສີຈັນ ສິລິວົງ ຮອງຫົວໜ້າພະແນກຈັດຕັັ້ງພັກ ຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງຂອງ
ຄະນະປະຈຳພັກ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງປ່ຽນແທນເລຂາ, ຮອງເລຂາ ແລະ ກຳມະການຄະນະໜ່ວຍພັກ ຫໍ
ສະໝຸດກອງທັບ. ໃນນີ້, ໄດ້ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນໂທ ນາງ ຄູນທອງ ທຳມະວົງ ເປັນເລຂາໜ່ວຍພັກ, ສະຫາຍ ພັນໂທ ນາງ ເນດລະນາ
ນໍລະສິນ ເປັນຮອງເລຂາໜ່ວຍພັກ ແລະ ສະຫາຍ ພັນໂທ ສະຫວຽງ ຈັນທະວົງ ເປັນກຳມະການກວດກາໜ່ວຍພັກ. ໂອກາດນີ້, ສະຫາຍ ພົນ
ຈັດຕະວາ ຈັນທາ ບຸນນະວົງ ໄດ້ມີຄຳເຫັນໂອ້ລົມຕໍ່ບັນດາສະຫາຍ ທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງປ່ຽນແທນ ໃນຄັ້ງນີ້ໃຫ້ເອົາໃຈໃສ່ຍົກສູງຄວາມ
ຮັບຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງຂຶ້ນ, ພ້ອມນັ້ນກໍ່ເປັນເຈົ້າການນໍາພາ-ຊີ້ນໍາພະນັກງານສະມາຊິກ-ນັກຮົບ, ເປັນແບບຢ່າງນໍາໜ້າທຸກ
ຂົງເຂດວຽກງານໃຫ້ແກ່ມະຫາຊົນ, ເອົາໃຈໃສ່ເຝິກຝົນຫຼໍຫຼອມຕົນເອງທາງດ້ານຄວາມຮູ້-ຄວາມສາມາດ ໃນການຈັດຕັ້ງນຳພາ-ຊີ້ນໍາ, ເຮັດວຽກ
ເປັນໝູ່ຄະນະ ແລະ ມີແບບແຜນ ເພື່ອສ້າງໃຫ້ກົມກອງນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເປັນກ້າວໆ.
ແຫຼ່ງຂ່າວໂດຍ ນາງ ອານຸພອນ
ວັນທີ 21/11/2025