
ເຜີຍແຜ່ ຂໍ້ກໍານົດ ຂອງກະຊວງປ້ອງກັນປະເທດ ຢູ່ໂຮງໝໍບໍລິເວນ 107 ກອງທັບ

ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ເປັນປະທານ ຄັ້ງວັນທີ 17/09/2026
ວັນທີ 17 ກັນຍາ 2026 ນີ້, ຢູ່ທີ່ ໂຮງໝໍບໍລິເວນ 107 ກອງທັບ ໄດ້ເຜີຍແຜ່ ຂໍ້ກໍານົດຂອງກະຊວງປ້ອງກັນປະເທດ ໂດຍການເປັນປະທານ ຂອງ
ສະຫາຍ ພົນຈັດຕະວາ ວົງສັກ ສີພັນດອນ ກໍາມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມ
ດ້ວຍຄະນະ, ມີສະຫາຍ ພັນໂທ ສຸວັນ ສໍປະກາຍແກ້ວ ຫົວໜ້າການເມືອງ ໂຮງໝໍບໍລິເວນ 107 ກອງທັບ ພ້ອມດ້ວຍຄະນະ, ມີບັນດາຄະນະໜ່ວຍພັກ
ແລະສະມາຊິກພັກ ເຂົ້າຮ່ວມ.
ສະຫາຍ ພັນໂທ ສຸວັນ ສໍປະກາຍແກ້ວ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວວຽກງານພັກ-ວຽກງານການເມືອງໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນ
ເຖິງດ້ານດີ, ດ້ານຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດວຽກງານການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ
ແໜ້ນ, ການກໍ່ສ້າງກົມກອງປອດໃສ ປອດໄພ ປອດຄະດີ ແລະ ການກໍ່ສ້າງນັກຮົບ-ກົມກອງວັດທະນະທຳ ແລະ ລາຍງານຄວາມພ້ອມໃນການກະກຽມ
ຮັບຮອງໂຮງໝໍບໍລິເວນ 107 ກອງທັບ ເປັນກອງວັດທະນະທຳ ສະໄໝທີ 3. ຈາກນັ້ນ ສະຫາຍ ພັນເອກ ທອງຈັນ ພົງສີພັນ ຮອງຫົວໜ້າຫ້ອງການເມືອງ
ກົມໃຫຍ່ພະລາທິການກອງທັບ ໄດ້ເຜີຍແຜ່ຂໍ້ກຳນົດ ຂອງກະຊວງປ້ອງກັນປະເທດ, ຄຳສັ່ງແນະນຳ ຂອງກົມໃຫຍ່ການເມືອງກອງທັບ ແລະ ຄຳແນະນຳ
ຂອງກົມປ້ອງກັນພາຍໃນ.
ໂອກາດນີ້, ສະຫາຍ ພົນຈັນດຕະວາ ວົງສັກ ສີພັນດອນ ໄດ້ເນັ້ນໜັກຫຼາຍບັນຫາທີ່ສຳຄັນ ໂດຍສະເພາະແມ່ນການສຶກສາອົບຮົມການເມືອງ-ນໍາພາ
ແນວຄິດໃຫ້ພະນັກງານ-ນັກຮົບ ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການຈັດຕັ້ງ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານວິຊາສະເພາະການແພດ,
ເອົາໃຈໃສ່ດູແລຜູ້ບາດເຈັບ ແລະ ເຈັບປ່ວຍ ຕາມຄຳຂວັນ 5 ດີ 1 ພໍໃຈ ຂອງກະຊວງສາທາລະນະສຸກວາງອອກ, ຮັກສາໄດ້ຈັນຍາບັນ-ຈັນຍາທຳ ຂອງແພດ
ປະຕິວັດ ຕິດພັນກັບການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້
ເປັນກອງປອດໃສ ປອດໄພ ປອດຄະດີ ຕິດພັນກັບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ການກໍ່ສ້າງນັກຮົບ-ກົມກອງວັດທະນະທໍາ
ໃຫ້ໄດ້ຮັບຜົນດີຂຶ້ນເລື້ອຍໆ.
ແຫຼ່ງຂ່າວໂດຍ ນາງ ສຸລິຈັນ ພັດທະນາ
ວັນທີ 21/09/2026