
ສະຫາຍ ພົນຕີ ພັນແສງ ບຸນພັນ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ
ຢູ່ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ

ສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ,
ຫົວໜ້າການທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເປັນປະທານ
ວັນທີ 16 ກໍລະກົດ 2026 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະເທດ, ຫົວໜ້າການ
ທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ພ້ອມຄະນະ ໄດ້ລົງຢ້ຽມຢາມ ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ໂຮງຮຽນ
ກໍ່ສ້າງນາຍສິບເລກ 2 ວຽງໄຊ, ໂດຍການຕ້ອນຮັບຂອງສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ຫົວໜ້າການທະຫານໂຮງຮຽນ ພ້ອມ
ຄະນະ, ມີຄະນະພັກ-ຄະນະບັນຊາຫ້ອງການ ຕະຫຼອດຮອດ ພະນັກງານຫຼັກແຫຼ່ງ ໃນທົ່ວໂຮງຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພົນຈັດຕະວາ ວົງມະນີຈັນ ສາມາວົງ ໄດ້ລາຍງານໂດຍຫຍໍ້ກ່ຽວກັບການເຄື່ອນໄຫວປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ
ຄະນະພັກ-ຄະນະອໍານວຍການໂຮງຮຽນ ໄດ້ເອົາໃຈໃສ່ເພີ່ມທະວີຊີ້ນຳບັນດາພະນັກງານ-ນັກຮົບ, ຄູ-ອາຈານຍົກສູງນໍ້າໃຈເພິ່ງຕົນເອງ, ກຸ້ມຕົນ
ເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສະເພາະນັກຮຽນ-ນັກສຶກສາ ແມ່ນໄດ້ອອກແຮງແຂ່ງຂັນກັນດຸໝັ່ນຄົ້ນຄວ້າຮ່ຳຮຽນເຝິກຝົນຫຼໍ່
ຫຼອມຕົນເອງ ໃນທຸກດ້ານ ເພື່ອສ້າງຕົນເອງໃຫ້ກາຍເປັນພະນັກງານສືບທອດທີ່ມີຄຸນນະພາບໃຫ້ກອງທັບປະຊາຊົນລາວ. ໂອກາດນີ້ ສະຫາຍ
ພົນຕີ ພັນແສງ ບຸນພັນ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານທີ່ຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງຍົກໃຫ້ເຫັນສະ
ພາບການຂອງໂລກ ແລະ ພາກພື້ນທີ່ຜັນແປໄປຢ່າງສະຫຼັບສັບຊ້ອນ ມີທັງສິ່ງທີ່ເອື້ອອຳນວຍ, ທ້າທາຍ ແລະ ທົດສອບຫຼາຍປະການ ແລະ
ຮຽກຮ້ອງໃຫ້ ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງທຸກສະຫາຍ ຕ້ອງເພີ່ມທະວີບົດບາດການຊີ້ນຳໆພາສຶກສາອົບຮົມການເມືອງ
ແນວຄິດ ໃຫ້ນາຍ ແລະ ພົນທະຫານ ໃນທົ່ວໂຮງຮຽນ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ ມີຄວາມຕັ້ງຕໍ່
ບໍລິສຸດ,ມີຄວາມຈົ່ງຮັກພັກດີຕໍ່ ພັກ-ລັດ , ມີຄວາມກະຕືລືລົ້ນໃນການປະຕິບັດໜ້າທີ່ການເມືອງ, ຍອມເສຍສະຫຼະເພື່ອຜົນປະໂຫຍດສ່ວນ
ລວມ, ເພື່ອປະເທດຊາດ, ປັບປຸງແບບແຜນວິທີເຮັດວຽກ ໃຫ້ມີວິທະຍາສາດ, ເຄົາລົບ ແລະ ປະຕິບັດຫຼັກການ ນໍາພາຂອງພັກ ເຮັດວຽກ
ແບບລວມສູນປະຊາທິປະໄຕ ນຳພາເປັນໝູ່ຄະນະ ແບ່ງວຽກບຸກຄົນຮັບຜິດຊອບ, ເອົາໃຈໃສ່ ຍົກລະດັບ ປັບປຸງການຮຽນ-ການສອນໃຫ້ມີ
ຄຸນະພາບດີຂຶ້ນ, ປັບປຸງຄ້າຍຄູ, ແກ້ໄຂຊີວິດການເປັນຢູ່ຂອງກົມກອງໃຫ້ດີຂຶ້ນ, ປະຕິບັດຕາມທິດກຸ້ມຕົນເອງເພິ່ງຕົນເອງ ແລະ ສ້າງຄວາມ
ເຂັ້ມແຂງດ້ວຍຕົນເອງ ຕາມເງື່ອນໄຂຄວາມອາດສາມາດ, ພ້ອມກັນ ສ້າງພະນັກງານລຸ້ນສືບທອດ ໃຫ້ມີຄຸນະພາບ ເພື່ອພັດທະນາກອງທັບ
ປະຊາຊົນລາວ.
ແຫຼ່ງຂ່າວໂດຍ ຄຳແປງ ຟອງສາຍໄໝ
ວັນທີ 21/07/2026