ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸຸມພົບປະ ລະຫວ່າງ ກົມກວດກາ ແລະ ອົງການກວດກາ
ຂອງສອງກະຊວງປ້ອງກັນປະເທດ ລາວ-ຫວຽດນາມ

    ກອງປະຊຸຸມພົບປະ ລະຫວ່າງ ກົມກວດກາ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ອົງການກວດກາ ກະຊວງປ້ອງກັນປະ
ເທດ ແຫ່ງ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 19 ພືດສະພາ 2026 ນີ້, ທີ່ຫ້ອງປະຊຸມກົມພົວພັນຕ່າງປະເທດ, ເຊິ່ງຝ່າຍລາວນຳໂດຍ
ສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ຫົວໜ້າກົມກວດກາ ກະຊວງປ້ອງກັນປະເທດ, ຝ່າຍຫວຽດນາມ ນຳໂດຍ ສະຫາຍ ພົນຈັດຕະ
ວາ ຫງຽນ ວັນ ຊ່ຽນ ຮອງຫົວໜ້າອົງການກວດກາ ກະຊວງປ້ອງກັນປະເທດ ຫວຽດນາມ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ,
ພະແນກການ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ໃນພິທິ ສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບທົ່ວກົມກວດກາ
ກອງທັບ ປະຊາຊົນລາວ ສະແດງຄວາມຕ້ອນຮັບ ຄະນະຜູ້ແທນຈາກອົງການກວດກາ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ
ໃນໂອກາດຢ້ຽມຢາມ ແລະ ເຮັດວຽກຢູ່ກົມກວດກາກອງທັບປະຊາຊົນລາວ ໃນຄັ້ງນີ້ຢ່າງອົບອຸ່ນ ແລະ ຈິງໃຈ, ພ້ອມທັງຝາກຄວາມ
ຢ້ຽມຢາມຖາມຂ່າວຜ່ານບັນດາ ສະຫາຍໄປຍັງຄະນະພັກ-ຄະນະບັນຊາກົມ ແລະ ພະນັກງານກວດກາກະຊວງປ້ອງກັນປະເທດ ສສ
ຫວຽດນາມ ທຸກສະຫາຍ. ເຊິ່ງການພົບປະແລກປ່ຽນບົດຮຽນ ແລະ ການມາເຮັດວຽກຄະນະຜູ້ແທນຈາກອົງການກວດກາ ກະຊວງ
ປ້ອງກັນປະເທດ ແຫ່ງ ສສ ຫວຽດນາມໃນຄັ້ງນີ້ ແມ່ນມີຄວາມໝາຍ, ຄວາມສໍາຄັນ ແລະ ຢູ່ໃນທ່າມກາງບັນຍາກາດທີ່ທົ່ວພັກ-ທົ່ວ
ລັດຂອງທັງສອງປະເທດ ຫາກໍ່ສໍາເລັດກອງປະຊຸມຜູ້ແທນ ທົ່ວປະເທດຂອງຕົນ ແລະ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມດັ່ງ
ກ່າວໃຫ້ປະກົດຜົນເປັນຈິງ. ພ້ອມນັ້ນ ສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ຍັງໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບລວມພາຍໃນ
ປະເທດ; ທີ່ຕັ້ງ, ພາລະບົດບາດ, ໜ້າທີ່່, ຂອບເຂດສິດ ແລະ ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ຂອງກົມກວດກາກອງ
ທັບປະຊາຊົນລາວ ໃນໄລຍະທີ່ຜ່ານມາ ໃຫ້ທາງຄະນະຜູ້ແທນອົງການກວດກາ ກອງທັບປະຊາຊົນຫວຽດນາມ ໄດ້ຮັບຊາບ ແລະ ມີ
ຄຳເຫັນແລກປ່ຽນບົດຮຽນກັບຄະນະຜູ້ແທນອົງການກວດກາ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ຫຼາຍບັນຫາທີ່ສໍາຄັນ
ເປັນຕົ້ນແມ່ນວຽກງານກວດກາລັດ, ວຽກງານສະກັດກັ້ນ-ຕ້ານການສໍ້ລາດບັງຫຼວງ ແລະ ວຽກງານຄົ້ນຄວ້າແກ້ໄຂຄໍາຮ້ອງ-ຄໍາສະເໜີ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ຫງຽນ ວັນ ຊ່ຽນ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ, ທີ່ເຕັມໄປດ້ວຍໄມຕີ
ຈິດມິດຕະພາບ ແລະ ຍົກໃຫ້ເຫັນສາຍພົວພັນອັນຍີ່ງໃຫຍ່ ທີ່ສອງພັກ, ສອງລັດ, ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດ
ນາມ ໃຫ້ການຊ່ວຍເຫຼື່ອເຊິ່ງກັນ ແລະ ກັນຕະຫຼອດໄລຍະທີ່ຜ່ານມາ ເປັນຕົນແມ່ນທາງດ້ານເສດຖະກິດ, ວັດທະນະທຳ-ສັງຄົມ ແລະ
ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ. ເຊິ່ງການພົບປະໃນຄັງນີ້ ກໍເປັນໂອກາດອັນດີ ແລະ ມີຄວາມໝາຍ, ຄວາມສໍາຄັນຍີ່ງ
ເປັນການປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງການພົວພັນຮ່ວມມືລະຫວ່າງກົມກວດກາກອງທັບປະຊາຊົນລາວ ແລະ ອົງການ
ກວດກາ ກອງທັບປະຊາຊົນຫວຽດນາມ ໃຫ້ນັບມື້ນັບແໜ້ນແຟ້ນຍີ່ງໆຂຶ້ນ ແລະ ເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນ
ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຮຸ້ນສ່ວນຍຸດທະສາດ ລະຫວ່າງສອງພັກ, ສອງລັດ,
ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ງຈະເລີນງອກງາມຍິ່ງໆຂຶ້ນ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 21/05/2026