ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບ
ຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ ຄັ້ງທີ III ປີ 2025


    ໃນວາລະດຳເນີນກອງປະຊຸມ ທັງສອງຝ່າຍໄດ້ປຶກສາຫາລື ແລກປ່ຽນຄວາມຄິດເຫັນ ທົບທວນຄືນ ແລະ ຕີລາຄາຜົນ ຂອງການຈັດຕັ້ງປະ
ຕິບັດຕາມບົດບັນທຶກກອງປະຊຸມ ຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຄັ້ງທີ II ທີ່
ຈັດຂື້ນ ທີ່ ນະຄອນສຽມຣຽບ ແຂວງ ສຽມຣຽບ ຣາຊະອານາຈັກກຳປູເຈຍ ໃນວັນທີ 30 ເມສາ 2024 ທີ່ຜ່ານມາ, ໂດຍລວມແລ້ວ ເຫັນວ່າ
ການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ມີຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ,
ມີຄວາມປອດໄພດີສົມຄວນ, ມີການພັດທະນາແບບຍືນຍົງ ແລະ ເຫັນວ່າ ບັນຫາອາດຊະຍາກຳຕ່າງໆ ຕາມບໍລິເວນຊາຍແດນ ຂອງສອງປະເທດ
ແມ່ນຄ່ອຍໆ ສິ້ນສຸດລົງຫຼາຍສົມຄວນ ເມື່ອທຽບໃສ່ຊຸມປີຜ່ານມາ, ເຊິ່ງໃນໄລຍະ 1 ປີຜ່ານມາ ເຫັນວ່າ ປະຊາຊົນສອງປະເທດ ລາວ-ກຳປູເຈຍ,
ກຳປູເຈຍ-ລາວ ໄດ້ໄປ-ມາຫາສູ່ກັນ, ຄ້າຂາຍຮ່ວມກັນຢ່າງເປັນປົກກະຕິ, ການເຂົ້າ-ອອກເມືອງ ສ່ວນຫຼາຍແມ່ນຖືກຕ້ອງຕາມລະບຽບການ ແລະ
ກົດໝາຍທີ່ໄດ້ກຳນົດໄວ້, ໃນການເຄື່ອນໄຫວວຽກງານສໍາຫຼວດ ແລະ ປັກຫຼັກໝາຍຊາຍແດນ ລາວ-ກຳປູເຈຍ ໂດຍເລີ່ມຈັດຕັ້ງປະຕິບັດຮ່ວມກັນ
ນັບແຕ່ເດືອນພຶດສະພາ 2023 ເຖິງປັດຈຸບັນເຫັນວ່າມີຄວາມຄືບໜ້າ ເຊິ່ງສາມາດສໍາຫຼວດ, ຂຸດ ແລະ ຖອນຫຼັກໝາຍ, ເທກັນເປື້ອນຕີນເສົາ, ເທ
ຕີນເສົາຕໍມໍ, ເທເສົາຕໍມໍ ແລະ ເທແທ່ນຫຼັກໝາຍໄດ້ຈໍານວນ 173 ຫຼັກໝາຍ ແລະ ຮັບຮອງຮ່ວມກັນຈໍານວນ 171 ຫຼັກໝາຍ, ຕີລາຄາຜົນການ
ສໍາຫຼວດໄດ້ 33% ຂອງແຜນການ, ໃນດ້ານຮ່ວມມືລະດັບທ້ອງຖິ່ນ ກອງບັນຊາການທະຫານແຂວງຈຳປາສັກ, ອັດຕະປື ແລະ ກອງພົນທີ 5 ຂອງ
ສປປ ລາວ ໄດ້ປະສານສົມທົບກັບບັນດາກອງບັນຊາການທະຫານແຂວງ, ແມ່ທັບພາກ, ກອງພົນນ້ອຍທີ 9 ຂອງ ຣາຊະອານາຈັກກຳປູເຈຍ ເພື່ອ
ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ຮ່ວມມືກັນສະກັດກັ້ນການເຂົ້າ-ອອກເມືອງຜິດກົດໝາຍ, ສະກັດກັ້ນທຸກການກໍ່ການຮ້າຍ, ອາດຊະຍາ
ກຳຂ້າມຊາດ, ການຄ້າມະນຸດ, ການຂົນສົ່ງຄ້າຂາຍສິ່ງເສບຕິດ, ການລ່າສັດປ່າ, ການຂຸດຄົ້ນຊັບພະຍາກອນທຳມະຊາດ, ການຕັດໄມ້ທຳລາຍປ່າ,
ການຄ້າວັດຖຸບູຮານ, ການຄ້າອາວຸດສົງຄາມ ແລະ ການກະທຳຜິດກົດໝາຍຕ່າງໆ ຢ່າງເປັນປົກກະຕິ.

     ຫຼັງຈາກນັ້ນ, ປະທານຮ່ວມທັງສອງຝ່າຍ ໄດ້ພ້ອມກັນລົງນາມໃນບົດບັນທຶກກອງປະຊຸມ ຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບ
ຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ຄັ້ງທີ III ປີ 2025 ເພື່ອຮັບຮອງເອົາຜົນ ຂອງກອງປະຊຸມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດ
ໃນຕໍ່ໜ້າໃຫ້ເກີດດອກອອກຜົນ ເພື່ອແນໃສ່ເຮັດໃຫ້ຊາຍແດນ ຂອງສອງປະເທດ ລາວ-ກຳປູເຈຍ, ກຳປູເຈຍ-ລາວ ກາຍເປັນຊາຍແດນແຫ່ງສັນຕິ
ພາບ, ມິດຕະພາບ, ການພັດທະນາ ແລະ ການຮ່ວມມືທີ່ມີຜົນປະໂຫຍດທີ່ດີຮ່ວມກັນ.

ແຫຼ່ງຂ່າວໂດຍ ຈອນນີ້
ວັນທີ 21/05/2025