ພິທີເປີດຊຸດອົບຮົມວຽກງານຂໍ້ມູນຂ່າວສານ
ແລະ ເຕັກໂນໂລຊີ ຂໍ້ມູນ ວິທະຍາສາດ ການທະຫານ
ວັນທີ 19 ຕຸລານີ້, ຢູ່ສູນເຝິກອົບຮົມກອງ 871 ກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດ ນາມ ໄດ້ຈັດພິທີເປີດເຝິກອົບຮົມວິຊາສະເພາະວຽກງານ ຂໍ້ມູນ-ຂ່າວສານ ແລະ ເຕັກໂນໂລຊີ ວິທະຍາສາດ ການທະຫານຂຶ້ນ ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນເອກພິເສດ ຫງຽນ ກວາງ ຈູງ ( NGUYỄN QUANG TRUNG ) ຜູ້ອຳນວຍການສູນຂໍ້ມູນ-ຂ່າວສານ ວິທະຍາສາດ ການທະຫານ ກະຊວງປ້ອງກັນປະເທດ ຫວຽດນາມ, ມີສະຫາຍ ພັນເອກ ພິເສດ ຮ່ວາງ ຕ໋ວນ ເກືອງ ຮອງຫົວໜ້າກອງ 871 ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ, ສະຫາຍ ພັນໂທ ວົງສະຫວັນ ບຸດຕະວົງ ຮອງທູດປ້ອງກັນຊາດ ລາວ ປະຈຳຫວຽດນາມ, ແລະ ຕາງໜ້າບັນດາອົງການຈັດຕັ້ງສູນຂໍ້ມູນ-ຂ່າວສານ ວິທະຍາສາດ ການທະຫານ ແລະ ຄະນະເຝິກອົບ ຮົມວຽກງານຂໍ້ມູນ-ຂ່າວສານ ແລະ ເຕັກໂນໂລຊີຂໍ້ມູນວິທະຍາສາດການທະຫານ ຈາກ ກະຊວງປ້ອງກັນປະເທດ ລາວ ໃນຄັ້ງນີ້ ມີຈຳນວນ 14 ສະຫາຍ ກຳນົດເວລາ 30 ວັນ ແຕ່ວັນທີ ( 16/10-16/11/2022 ).
ໃນພິທີດັ່ງກ່າວ, ສະຫາຍ ພັນເອກ ພິເສດ ຫງຽນ ກວາງ ຈູງ ໃຫ້ກຽດຂຶ້ນກ່າວເປີດຊຸດອົບຮົມວິຊາສະເພາະວຽກງານຂໍ້ມູນ-ຂ່າວສານ ວິທະຍາ ສາດ ການທະຫານ ແລະ IT ຢ່າງເປັນທາງການ ຈຸດປະສົງໃນການເປີດຊຸດອົບຮົມໃນຄັ້ງນີ້ ເພື່ອຍົກສູງ ແລະ ເພີ່ມທະວີການຮ່ວມມື ລະຫວ່າງສອງຊາດ ຫວຽດນາມ-ລາວ ດ້ານວຽກງານຂໍ້ມູນ-ຂ່າວສານ ແລະ ວຽກງານ IT ແລ້ວນຳໄປຈັດຕັ້ງປະຕິບັດໃຫ້ມີຄຸນນະພາບ ແລະ ປະສິດທິຜົນດີຂຶ້ນເລື້ອຍໆ.
ຕໍ່ມາ ສະຫາຍ ພັນໂທ ວົງສະຫວັນ ບຸດຕະວົງ ຮອງທູດປ້ອງກັນຊາດລາວ ປະຈຳຫວຽດນາມ ກໍ່ໄດ້ຂຶ້ນກ່າວຄວາມເຫັນກ່ຽວກັບການເຝິກອົບຮົມວຽກງານ ວິຊາສະເພາະຂໍ້ມູນ-ຂ່າວສານ ແລະ IT ເຊິ່ງເປັນການປະກອບສ່ວນອັນສຳຄັນຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືການຊ່ວຍ ເຫຼືອດ້ານວັດຖຸຈິດໃຈ ແລະ ອື່ນໆ.
ໃນຕອນທ້າຍພິທີ ສະຫາຍ ພັນໂທ ສົມເອື້ອງ ຂຸນມາລາ ຫົວໜ້າຄະນະເຝິກອົບຮົມໃນຄັ້ງນີ້ ໄດ້ກ່າວຂອບໃຈໃນການຕ້ອນຮັບອັນອົບອຸ່ນ ແລະ ໃຫ້ຄຳໝັ້ນສັນຍາວ່າຈະຕັ້ງໃຈຮໍ່າຮຽນນຳຄູອາຈານ ເພື່ອນຳໄປພັດທະນາກົມກອງ ແລະ ປະເທດຂອງຕົນໃຫ້ດີຂຶ້ນເລື້ອຍໆ.
ໂດຍ: ແຫຼ່ງທີ່ມາ: ວົງວິໄລ ບຸນລືໄຕ ວັນທີ 21/10/2022