
ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ
ຂອງຄະນະສິລະປະ ທະຫານເຂດ 1 ກອງທັບປະຊົນຫວຽດນາມ

ວັນທີ 19 ພະຈິກ 2025 ນີ້, ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນ
ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງສະຫາຍ ພັນເອກ ນົງ ຕຽນ ຊຸງ ຮອງຫົວໜ້າການເມືອງກອງບັນຊາການທະຫານເຂດ 1 ກອງທັບ
ປະຊາຊົນຫວຽດນາມ ພ້ອມຄະນະ, ເນື່ອງໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ສະແດງມິດຕະພາບຢູ່ ສປປ ລາວ ໃນໂອກາດ ວັນສະ
ຖາປະນາ ສປປ ລາວ ຄົບຮອບ 50 ປີ, ໃນລະຫວ່າງວັນທີ 18-28 ພະຈິກ 2025 ນີ້.
ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງ ຕໍ່ຄະນະສິລະປະທະ
ຫານເຂດ 1 ກອງທັບປະຊາຊົນຫວຽດນາມ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ສະແດງມິດຕະພາບຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະ
ກອບສ່ວນອັນສຳຄັນເຂົ້າໃນວຽກງານຕ່າງໆ ຂອງຊາດລາວ ໂດຍສະເພາະ ໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ
50 ປີ ທັງເປັນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະ
ຫວ່າງ ສອງພັກ, ສອງລັດ ກໍຄື ສອງກອງທັບ ລາວ-ຫວຽດນາມ ທີ່ເຄີຍມີມາແຕ່ດົນນານແລ້ວນັ້ນ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
ໂອກາດນີ້, ສະຫາຍ ພັນເອກ ນົງ ຕຽນ ຢຸງ ກໍໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ທີ່ໄດ້ຕ້ອນ
ຮັບອັນອົບອຸ່ນ ພ້ອມທັງລາຍງານໃຫ້ຊາບໂດຍຫຍໍ້ ກ່ຽວກັບການເຄື່ອນໄຫວຢ້ຽມຢາມ ແລະ ສະແດງມິດຕະພາບຢູ່ ສປປ ລາວ ລາວໃນຄັ້ງນີ້
ແລະ ຢືນຢັນວ່າຈະສືບຕໍ່ເຄື່ອນໄຫວ ສະແດງຮັບໃຊ້ຕາມແຜນການໃຫ້ມີຄວາມສໍາເລັດ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນ
ມິດຕະພາບ ແລະ ການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງແໜ້ນແຟ້ນ.
ແຫຼ່ງຂ່າວໂດຍ ອະວິໄຊ
ວັນທີ 20/11/2025