ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ປາຖະກະຖາ ວັນຍຶດອຳນາດທົ່ວປະເທດ


ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ອະດີດຫົວໜ້າກົມ ວສ-ປສ ການທະຫານ ​ເປັນ​ປະທານ ຢູ່ ກົມ ວສ-ປສ ການ​ທະຫານ

    ວັນທີ 19 ສິງຫາ 2025 ນີ້, ກົມວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ໄດ້ຈັດພິທີປາຖະກະຖາ ວັນຍຶດອຳນາດທົ່ວປະເທດ
ຄົບຮອບ 80 ປີ (23 ສິງຫາ 1945-23 ສິງຫາ 2025) ແລະ ຄົບຮອບ 50 ປີ (23 ສິງຫາ 1975-23 ສິງຫາ 2025) ໂດຍພາຍໃຕ້ການເປັນ
ປະທານ ແລະ ປາຖະກະຖາ ຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ອະດີດຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະນະ
ບັນຊາ ຕະຫຼອດຮອດພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມຮັບຟັງ.

     ໃນພິທີ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ໄດ້ຫວນຄືນມູນເຊື້ອປະຫວັດຄວາມເປັນມາ ຂອງວັນຍຶດອຳນາດທົ່ວປະເທດ ​ເຊິ່ງເປັນ
ເຫດການສຳຄັນທາງປະຫວັດສາດຂອງຊາດ, ຂອງປວງຊົນລາວທຸກເຜົ່າ, ທຸກຊົນຊັ້ນຄົນທີ່ຮັກຊາດ, ຮັກບ້ານເກີດເມືອງນອນ ພາຍໃຕ້ການນຳ
ພາອັນສະຫຼາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ ເພື່ອເອກະລາດຂອງຊາດ ແລະ ຂອງຕົນເອງດ້ວຍຈິດໃຈຮັກຊາດ ສະນັ້ນ, ວັນຍຶດອຳ
ນາດ ໃນວັນທີ 23 ສິງຫາ 1945 ແມ່ນເຫດການໜຶ່ງສຳຄັນທາງປະຫວັດສາດ ແຫ່ງການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບເກົ່າແມ່ນການກຳ
ແໜ້ນກາລະໂອກາດອັນອຳນວຍທີ່ເກີດຂຶ້ນຈາກສະພາບແວດລ້ອມສາກົນ ເພື່ອເອົາໄຊຊະນະ ແລະ ຍຶດອຳນາດມາສູ່ມືປະຊາຊົນ ກໍຄືກຳລັງປະ
ຕິວັດ ໃນນັ້ນ, ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາວ່າ: ນີ້ເປັນເທື່ອທຳອິດທີ່ປະຊາຊົນລາວ ໄດ້ກາຍເປັນເຈົ້າຂອງປະເທດຊາດ ແລະ ຊະ
ຕາກຳຂອງຕົນເອງ ພາຍຫຼັງ 100 ກວ່າປີ ທີ່ມີຊີວິດຢູ່ພາຍໃຕ້ແອກການເປັນຂ້ອຍຂ້າ ແລະ ປະເທດຊາດຖືກຕັດແບ່ງ, ໄຊຊະນະນະດັ່ງກ່າວໄດ້
ເປີດສາກໃຫ້ສັງກາດໃໝ່, ສັງກາດທີ່ປະຊາຊົນລາວໄດ້ຮັບການປຸກລະດົມ ແລະ ເຂົ້າຮ່ວມການຕໍ່ສູ້ເອົາເປັນ-ເອົາຕາຍກັບສັດຕູ ເພື່ອກອບກູ້ປະ
ເທດຊາດບ້ານເມືອງ. ພາລະກິດຍຶດອຳນາດ ວັນທີ 23 ສິງຫາ 1975 ພາຍໃຕ້ການນຳພາ ຂອງພັກປະຊາຊົນປະຕິວັດລາວ ຕໍ່ສະພາບການ ແລະ
ຄວາມຮຽກຮ້ອງຕ້ອງການ ຂອງການຕໍ່ສູ້ຕີເອົາໄຊຊະນະສັດຕູຜູ້ຮຸກຮານ ມີດັ່ງນີ້: ໄລຍະແຕ່ 1954-1963 ເປັນໄລຍະການຕໍ່ສູ້ປົກປັກຮັກສາສອງ
ແຂວງເຕົ້າໂຮມ, ຂະຫຍາຍກຳລັງປະຕິວັດ ແລະ ການຫັນທິດການຕໍ່ສູ້ທາງດ້ານການເມືອງ ແລະ ການຕໍ່ສູ້ອາວຸດ, ໄລຍະແຕ່ 1964-1973 ເປັນ
ໄລຍະຕໍ່ສູ້ດ້ວຍຍຸດທະສາດ, ສົງຄາມເພີ່ມທະວີຂອງຈອນເຊິນ ແລະ ຍຸດທະສາດສົງຄາມພິເສດເພີ່ມທະວີ, ຕາມທິດສະດີນິກເຊິນຂອງຈັກກະ
ພັດອາເມຣິກາ, ໄລຍະແຕ່ປີ 1973-1975 ເປັນໄລຍະຕໍ່ສູ້ເພື່ອເຮັດສຳເລັດການປະຕິວັດຊາດ ປະຊາທິປະໄຕໃນທົ່ວປະເທດດ້ວຍກຳລັງແຮງສັງ
ລວມ ຂອງທົ່ວປວງຊົນລາວທັງຊາດ ທີ່ພວມຢູ່ໃນທ່າມີໄຊ ແລະ ດຳເນີນໃນເງື່ອນໄຂທີ່ສັນຕິພາບໄດ້ຮັບການຟື້ນພູນ, ກອງປະຊຸມສູນກາງພັກ
ໃນປີ 1975 ໄດ້ວາງທິດທາງ ແລະ ໜ້າທີ່ລວມໃນການຕໍ່ສູ້ຍາດເອົາໄຊຊະນະຂັ້ນສຸດທ້າຍ ຂອງການປະຕິວັດນຳໃຊ້ 3 ບາດຄ້ອນສຸດທະສາດຄື:
ການລຸກຮື້ຂຶ້ນຂອງມະຊົນ, ການໜູນໜີບ ຂອງກຳລັງປ້ອງກັນອາວຸດປະຕິວັດ, ການແຍກຕົວອອກ ຂອງກຳລັງທະຫານສັດຕູ. ພາຍຫຼັງການຍຶດ
ອຳນາດໃນວັນທີ 23 ສິງຫາ 1945 ໄດ້ບໍ່ພໍເທົ່າໃດມື້ພວກລ່າເມືອງຂຶ້ນຝຣັ່ງ ກໍໄດ້ເພີ່ມກຳລັງຕ່າວໂຈມຕີ ແລະ ກັບຄືນມາຍຶດຄອງປະເທດ
ລາວເປັນຫົວເມືອງຂຶ້ນ​ແບບໃໝ່, ຈາກນັ້ນມາປະຊາຊົນລາວ ຈຳເປັນຕ້ອງໄດ້ດຳເນີນການຕໍ່ສູ້ຢ່າງລະອິດລະອ້ຽວຂ້ຽວຂາດ, ຍືດເຍື້ອຍາວນານ
ແລະ ມີໄຊຍິ່ງໃຫຍ່ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ, ເມື່ອພາກໃຕ້ ຫວຽດນາມ ໄດ້ຮັບການປົດປ່ອຍແລ້ວ ປະເທດຫວຽດ
ນາມໄດ້ທ້ອນໂຮມເປັນເອກະພາບກ້າວສູ່ສັງກາດໃໝ່ ແຫ່ງການສ້າງສາສັງຄົມນິຍົມໃນລະດູບານໃໝ່ປີ 1975 ໂດຍກຳແໜ້ນເອົາໂອກາດພັນປີ
ມີເທື່ອໜຶ່ງ ພັກປະຊາຊົນປະຕິວັດລາວ ໄດ້ປະຕິບັດຍຸດທະສາດ 3 ບາດຄ້ອນ ດຳເນີນການຍຶດອຳນາດໂດຍສັນຕິວິທີແບບ “ບົວບໍ່ໃຫ້ຊ້ຳ ນ້ຳບໍ່
ໃຫ້ຂຸນ, ແຕ່ຈັບປາໄດ້ທັງໝົດ” ພາຍຫຼັງປະຊາຊົນຢູ່ແຂວງຕ່າງໆ ໃນເຂດທົ່ວປະເທດໄດ້ລຸກຮື້ຂຶ້ນຍຶດອຳນາດ ແລະ ປະກາດສ້າງຕັ້ງອຳນາດການ
ປົກຄອງປະຕິວັດຂຶ້ນຢ່າງເປັນທາງການທີ່ນະຄອນຫຼວງວຽງຈັນ. ໂອກາດນີ້, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ​ໄດ້ຮຽກຮ້ອງໃຫ້ພະນັກ
ງານ-ນັກຮົບ ກົມ ວສ-ປສ ການທະຫານ ຕ້ອງໄດ້ພ້ອມກັນເຊື່ອມຊຶມ ແລະ ນຳເອົາບົດຮຽນ ແລະ ໄຊຊະນະຂອງວັນດັ່ງກ່າວ, ຮໍ່າຮຽນເອົາມູນ
ເຊື້ອອັນດີງາມ, ເສີມຂະຫຍາຍຈຸດເດັ່ນ ມາໝູນໃຊ້ເຂົ້າໃນການສ້າງສາພັດທະນາກົມກອງ ໃຫ້ນັບມື້ນັບມີທ່າຂະຫຍາຍຕົວດີຂຶ້ນ.

ແຫຼ່ງຂ່າວໂດຍ ນາງ ພອນ
ວັນທີ 20/08/2024