ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງຢ້ຽມຢາມ
ແລະ ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ກອງພົນທີ 4


ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງ

    ວັນທີ 16 ພຶດສະພາ 2024 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າກົມ
ໃຫຍ່ເສນາທິການກອງທັບ, ໄດ້ລົງຢ້ຽມຢາມພົບປະໂອ້ລົມພະນັກງານຫຼັກແຫຼ່ງຢູ່ ກອງພົນທີ 4, ໂດຍການຕ້ອນຮັບຂອງ ສະຫາຍ ພົນຈັດ
ຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານກອງພົນ, ມີສະຫາຍ ພົນຈັດຕະວາ ສົມຈິດ ກິດຕິຍະລາດ ຫົວໜ້າການເມືອງກອງພົນ,
ຄະນະພັກ-ຄະນະບັນຊາກອງພົນ,ຄະນະຫ້ອງອົງການ 5 ຫ້ອງ, ພະແນກການ, ຄະນະບັນຊາກອງພັນນ້ອຍ, ກອງຮ້ອຍເອກະລາດຕະຫຼອດ
ຮອດພະນັກງານຫຼັກແຫຼ່ງອ້ອມກອງພົນທີ 4 ເຂົ້າຮ່ວມຢ່າງພ້ອມພຽງ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ຂັນທີ ສະໜາມອຸ່ນ ຫົວໜ້າການທະຫານ ກອງພົນທີ 4 ໄດ້ຂຶ້ນລາຍງານຫຍໍ້ສະພາບຈຸດພິເສດ, ທີ່
ຕັ້ງ, ພາລະບົດບາດ, ພ້ອມທັງຕີລາຄາໝາກຜົນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດຫຼາຍ
ດ້ານເປັນຕົ້ນເອົາໃຈໃສ່ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ນາຍ ແລະ ພົນທະຫານມີຄວາມໜັກແໜ້ນເຊື່ອໝັ້ນຕໍ່ການນຳພາຂອງພັກ
-ລັດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ຈັດຕັ້ງກຳລັງເຄື່ອນໄຫວປ້ອງກັນເວນຍາມ ເພື່ອຮັບປະກັນເຮັດໃຫ້ຂອບເຂດຮັບຜິດຊອບແມ່ນມີຄວາມ
ສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍ, ຄຽງຄູ່ກັບການແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານຍົກສູງນ້ຳໃຈເພິ່ງຕົນເອງກຸ້ມ
ຕົນ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ບົວລະບັດພັດເຊັດຄຸ້ມຄອງພາຫະນະເຕັກນິກ, ອາວຸດ-ຢຸດ
ໂທປະກອນທີ່ຂັ້ນເທິງປະກອບໃຫ້ມີຄວາມຮັບປະກັນ ແລະ ນໍາໃຊ້ໄດ້ຍາວນານ.

     ໂອກາດດຽວກັນ, ສະຫາຍ ພົນຕີ ພັນແສງ ບຸນພັນ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການ
ກອງທັບ ໄດ້ໃຫ້ກຽດມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ຫຼາຍດ້ານທີ່ຍາດມາໄດ້ໃນໄລຍະ
ຜ່ານມາ, ພ້ອມທັງຍົກໃຫ້ເຫັນສະພາບຂອງໂລກ ແລະ ພາກພື້ນທີ່ຜັນແປໄປຢ່າງສັບສົນ, ມັນສົ່ງຜົນກະທົບຕໍ່ການພັດທະນາເສດທະກິດ-ສັງ
ຄົມ, ກະທົບຕໍ່ການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ ກໍ່ຄືພະນັກງານ-ນັກຮົບໃນທົ່ວກໍາລັງປະກອບອາວຸດ, ຕໍ່ໜ້າສະພາບການດັ່ງກ່າວສະ
ຫາຍຍັງໄດ້ຮຽກຮ້ອງມາຍັງ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈະຕ້ອງເພີ່ມທະວີສຶກສາອົບຮົມວຽກງານການເມືອງນໍາພາແນວຄິດໃຫ້ນາຍ
ແລະ ພົນທະຫານໃຫ້ຕໍ່ເນື່ອງ, ຍົກສູງນ້ຳໃຈເສຍສະຫຼະເພື່ອປະເທດຊາດ, ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນ
ປະເທດວາງອອກ, ປະຕິບັດ 7 ລະບອບ 18 ວຽກຂອງກອງທັບໃຫ້ເຂັ້ມງວດ, ຍົກສູງບົດບາດຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບ
ມອບໝາຍ, ສືບຕໍ່ເອົາໃຈໃສກໍ່ສ້າງພັກ-ພະນັກງານ ຮຸ້ນສືບທອດໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດ
ສິນທຳປະຕີວັດ, ມີແບບແຜນວີທີເຮັດວຽກທີ່ມີຫຼັກການວິທະຍາສາດທັນສະໄໝ, ກຳແໜ້ນແນວທາງນະໂຍບາຍຂອງພັກ-ລັດ, ສືບຕໍ່ເຮັດວຽກ
ງານອົບຮົມການເມືອງ, ຫັດແອບການທະຫານ, ພະລາທິການ-ເຕັກນິກ, ຝຶກຝົນຫຼໍ່ຫຼອມກໍາລັງແຮງກາຍຂອງນາຍ ແລະ ພົນທະຫານ, ປະຕິບັດ
ລະບອບບົວລະບັດພັດເຊັດ, ກວດກາພາຫະນະເຕັກນິກອາວຸດຍຸດໂທປະກອນຂອງກອງທັບໃຫ້ຕໍ່ເນື່ອງ, ເສີມຂະຫຍາຍວຽກງານ 4 ປູກ 4 ລ້ຽງ
ທີ່ກົມໃຫຍ່ພະລາທິການກອງທັບວາງອອກ ແລະ ສືບຕໍ່ພົວພັນຮ່ວມມືກັບເພື່ອນມິດຢຸດທະສາດຕາມແນວທາງການຕ່າງປະເທດຂອງພັກ, ພ້ອມ
ກັນສ້າງສາພັດທະນາປັບປຸງກໍ່ສ້າງກົມກອງຂອງຕົນໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂື້ນໄປເລື້ອຍໆ.

ແຫຼ່ງຂ່າວໂດຍ ຮອ ສຸລິວັນ ແສນບຸດຕະລາດ
ວັນທີ 20/05/2024