ປະກາດການແຕ່ງຕັ້ງສະພາ ວິທະຍາສາດ-ປະຫວັດສາດ ການທະຫານ
ຂັ້ນຮາກຖານ ກອງບັນຊາການທະຫານແຂວງຈຳປາສັກ
ພິທີ ປະກາດການແຕ່ງຕັ້ງສະພາ ວິທະຍາສາດ-ປະຫວັດສາດ ການທະຫານ ຂັ້ນຮາກຖານ ກອງບັນຊາການທະຫານແຂວງຈຳປາສັກ
ພິທີ ປະກາດການແຕ່ງຕັ້ງສະພາ ວິທະຍາສາດ-ປະຫວັດສາດ ການທະຫານ ຂັ້ນຮາກຖານ ກອງບັນຊາການທະຫານແຂວງຈຳປາສັກ ໄດ້
ຈັດຂຶ້ນໃນວັນທີ 17 ມີນາ 2025 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາ
ສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ, ມີ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການ
ທະຫານແຂວງຈຳປາສັກ, ສະຫາຍ ພັນເອກ ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານ ກອງບັນຊາການທະຫານເເຂວງ, ມີຄະນະພັກ-ຄະ
ນະບັນຊາ 5 ຫ້ອງ, ພະແນກການ ແລະ ກົມກອງອ້ອມຂ້າງ ເຂົ້າຮ່ວມ.
ສະຫາຍ ພັນໂທ ກາວິນ ຈັນທະມາດ ຫົວໜ້າຫອ້ງການ ກົມວິທະຍາສາດ-ປະຫວັດສາດ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປອ້ງກັນປະເທດ
ວ່າດ້ວຍການແຕ່ງຕັ້ງ ສະພາ ວິທະຍາສາດ-ປະຫວັດສາດ ການທະຫານ ຂັ້ນຮາກຖານ ກອງບັນຊາການທະຫານແຂວງຈຳປາສັກ ໃນນັ້ນ, ຕົກລົງ
ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ວິລະຕູ່ ວໍລະຈິດ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຈໍາປາສັກ ເປັນປະທານ, ສະຫາຍ ພັນເອກ
ສິດປະເສີດ ນວນມະນີວົງ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງ ເປັນຮອງປະທານ, ສະຫາຍ ພັນໂທ ສີເມືອງ ແກ້ວມະນີວອນ
ຫົວໜ້າພະແນກ ວິທະຍາສາດ-ປະຫວັດສາດ ການທະຫານ ເປັນຜູ້ປະຈຳການ, ສະຫາຍ ພັນເອກ ຄໍາເຮົ້າ ວົງພົມ ຫົວໜ້າຫອ້ງເສນາທິການ, ສະ
ຫາຍ ພັນເອກ ພູເວີນ ສູນນີວົງ ຫົວໜ້າຫ້ອງການເມືອງ, ສະຫາຍ ພັນໂທ ຄໍາສິງ ພົມສຸພາ ຫົວໜ້າຫ້ອງພະລາທິການ, ສະຫາຍ ພັນໂທ ຄໍາຫຼ້າ
ລາດສະວົງ ຫົວໜ້າຫ້ອງເຕັກນິກ, ສະຫາຍ ພັນໂທ ພູເພັດ ວົງພົມ ຫົວໜ້າຫ້ອງການ ກອງບັນຊາການ ແລະ ສະຫາຍ ພັນໂທ ວິໄລ ສັນທະວີ
ຮອງຫົວໜ້າຫ້ອງເສນາທິການ ເປັນກໍາມະການ.
ໃນການແຕ່ງຕັ້ງ ສະພາວິທະຍາສາດ-ປະຫວັດສາດ ການທະຫານ ຈຸດປະສົງ ເພື່ອປັບປຸງກໍ່ສ້າງກົງຈັກການຈັດຕັ້ງ ຂັ້ນນຳພາ-ບັນຊາ ດ້ານ
ວຽກງານ ວິທະຍາສາດ-ປະຫວັດສາດ ການທະຫານ ຂັ້ນຮາກຖານ ກໍຄືກໍາລັງປະກອບອາວຸດໃຫ້ນັບມື້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ
ເຮັດສຳເລັດທຸກພາລະໜ້າທີ່ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຢ່າງຕໍ່ເນື່ອງ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 20/03/2025