ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າການເມືອງ ວປກ ໂອ້ລົມ ຄູ-ອາຈານ, ນັກສຶກສາ
ລະບົບບໍາລຸງ-ກໍ່ສ້າງ ປະຈຳສົກຮຽນ 2025-2026


ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ,
ຫົວໜ້າການເມືອງ
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ​ເປັນ​ປະທານ

    ໃນວັນທີ 17 ກັນຍາ 2025 ນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການ
ເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ພົບປະໂອ້ລົມພະນັກງານຄູ-ອາຈານ ແລະ ນັກສຶກສາ ລະບົບບໍາລຸງ-ກໍ່ສ້າງ
ປະຈຳສົກຮຽນ 2025-2026, ມີຄະນະພັກ-ຄະນະບັນຊາ 39 ຫົວຫນ່ວຍ, ຄະນະຮັບຜິດຊອບນັກສຶກສາ ລະບົບບຳລຸງ-ກໍ່ສ້າງ, ພະນັກງານ
ຄູ-ອາຈານ ແລະ ນັກສຶກສາໃໝ່ ເຂົ້າຮ່ວມ.

     ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ຍົກໃຫ້ເຫັນຫຼາຍບັນຫາທີ່ສໍາຄັນ ເປັນຕົ້ນແມ່ນ ຕົ້ນກໍາເນີດການສ້າງຕັ້ງ ວິທະຍາຄານປ້ອງກັນຊາດ
ໄກສອນ ພົມວິຫານ, ຄວາມຈຳເປັນໃນການບຳລຸງ-ກໍ່ສ້າງ ພະນັກງານ-ນັກຮົບໃນທົ່ວກອງທັບ, ຄວາມສຳຄັນໃນການສຶກສາຮ່ຳຮຽນ ຢູ່ວິທະ
ຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ວຽກງານຈຸດສຸມ ຂອງວິທະຍາຄານ ພ້ອມທັງ, ເນັ້ນໜັກບາງບັນຫາທີ່ຄວນເອົາໃຈໃສ່ປະຕິບັດດັ່ງ
ນີ້: ຕ້ອງມີທັດສະນະ ແລະ ຫຼັກໝັ້ນການເມືອງທີ່ໜັກແໜ້ນ, ບໍ່ຫວັ່ນໄຫວຄອນແຄນຕໍ່ຄວາມຫຍຸ້ງຍາກ ແລະ ອຸປະສັກຕ່າງໆ, ມີຄວາມອຸ່ນ
ອຽນທຸ່ນທ່ຽງ, ມີຄວາມມານະອົດທົນ, ເຊື່ອມຊຶມກໍາແໜ້ນໜ້າທີ່ການເມືອງຂອງຕົນ, ຕື່ນຕົວຫ້າວຫັນໃນການຈັດຕັ້ງປະຕິບັດທຸກວຽກງານ,
ຕ້ອງກໍານົດຈຸດຢືນ ແລະ ຄວາມຮັບຮູ້ທີ່ຖືກຕ້ອງ ຕໍ່ການມາສຶກສາຢູ່ສະຖາບັນແຫ່ງນີ້, ຖືເອົາການສຶກສາຄົ້ນຄວ້າຮໍ່າຮຽນ ແລະ ການເຝິກຝົນ
ຫຼໍ່ຫຼອມຕົນເອງເປັນຫນ້າທີ່ໃຈກາງ ສະນັ້ນ, ຕ້ອງໄດ້ຕັ້ງໜ້າຄົ້ນຄວ້າ, ຮໍ່າຮຽນ, ຮຽນໃຫ້ດີ, ໃຫ້ເກັ່ງ ບົນພື້ນຖານຮໍ່າຮຽນແຂ່ງກັບເວລາ, ໝູນ
ໃຊ້ຫຼາຍວິທີການຮຽນ ໂດຍຕິດພັນແໜ້ນກັບການຮຽນນຳຄູ-ອາຈານ, ຮຽນນຳໝູ່ເພື່ອນ ແລະ ຮຽນດ້ວຍຕົນເອງ, ຕ້ອງປະຕິບັດລະບຽບວິໄນ
ຂອງກອງທັບ ແລະ ລະບຽບວິໄນ ຂອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ວາງອອກຢ່າງເຂັ້ມງວດ, ຕ້ອງມີຄວາມສາມັກຄີ ແລະ
ຄວາມເປັນເອກະພາບພາຍໃນໃຫ້ແໜ້ນ ຮັກແພງສະໜິດສະໜົມ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ. ນອກຈາກຮໍ່າຮຽນແລ້ວ ຍັງມີໜ້າທີ່ ແລະ ພັນ
ທະໃນການປັບປຸງ-ກໍ່ສ້າງກົມກອງ ແລະ ວິທະຍາຄານໃຫ້ເຕີບໃຫຍ່ເຂັ້ມແຂງ ໃຫ້ສົມກັບເປັນສະຖາບັນສຶກສາປ້ອງກັນຊາດສູງສຸດ ຂອງ ສປປ
ລາວ, ທັງສາມາດປຸກລະດົມ ແລະ ເຕົ້າໂຮມຄວາມສາມັກຄີ ເພື່ອພ້ອມກັນເຮັດສໍາເລັດໜ້າທີ່ຢ່າງຈົບງາມ. ໂອກາດນີ້, ຍັງໄດ້ຮັບຟັງການເຜີຍ
ແຜ່ ແຜນການຮຽນ-ການສອນ, ກົດລະບຽບ ຂອງນັກສຶກສານາຍທະຫານ ຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ແລະ ວຽກງານ
ຮັບປະກັນຈຳນວນໜຶ່ງ ອີກດ້ວຍ.

ແຫຼ່ງຂ່າວໂດຍ ເຂັງພອນ ແກ້ວຄຳລຽງ
ວັນທີ 19/09/2025