
ໂຮງໝໍສູນກາງ 103 ກອງທັບ ສະຫຼຸບວຽກງານການເມືອງ 6 ເດືອນຕົ້ນປີ
ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2025

ສະຫາຍ ພົນຈັດຕະວາ ດຣ ນາງ ມາລີວອນ ສຸລິຍະແສງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ,
ຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ ເປັນປະທານ
ໃນວັນທີ 14 ສິງຫາ 2025 ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານການເມືອງ 6 ເດືອນຕົ້ນປີ ແລະ ວາງ
ທິດທາງແຜນການ 6 ເດືອນທ້າຍປີ 2025 ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ດຣ ນາງ ມາລີວອນ ສຸລິຍະແສງ ກຳມະການ
ຄະນະພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກ, ຫົວໜ້າການເມືອງ ໂຮງໝໍສູນກາງ 103 ກອງທັບ, ມີບັນດາຄະນະພັກ-ຄະນະອຳນວຍ
ການ, ຄະນະຫ້ອງ ແລະ ພະແນກການເຂົ້າຮ່ວມ.
ສະຫາຍ ພັນໂທ ພູໂຂງ ແພງຄຳກີບ ກຳມະການຄະນະພັກ, ຮອງຫົວໜ້າຫ້ອງການ ໂຮງໝໍສູນກາງ 103 ກອງທັບ ໄດ້ຜ່ານບົດສະຫຼຸບ
ຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການເມືອງ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2025. ເຊິ່ງໄດ້ຍົກໃຫ້
ເຫັນຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນນີ້, ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ສະມາຊິກພັກ-ນັກ
ຮົບ ມີຄວາມຮັບຮູ້, ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ-ລັດ ໃນແຕ່ລະໄລຍະ, ກຳແໜ້ນຂໍ້ກຳນົດ, ກົດລະບຽບຂອງກອງທັບ ແລະ ເອກະ
ສານຕ່າງໆທີ່ສະແດງເຖິງທາດແທ້ມູນເຊື້ອຂອງຊາດ, ຂອງກອງທັບ, ມູນເຊື້ອຂອງກົມກອງ ໂດຍຢຶດໝັ້ນໃນການນໍາພາ-ຊີ້ນໍາຂອງພັກ-ລັດ ກໍ
ຄືກະຊວງປ້ອງກັນປະເທດວາງອອກຢ່າງເຂັ້ມງວດ. ອັນພົ້ນເດັ່ນໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາວຽກງານເຮັດໃຫ້ສະພາບພາຍໃນກົມກອງ ມີຄວາມ
ສະຫງົບປອດໄພໂດຍພື້ນຖານ, ວຽການກໍ່ສ້າງພັກ-ພະນັກງານ ປະຕິບັດຕາມ 5 ຫຼັກການ 3 ທິດນຳຂອງພັກ ເພື່ອສ້າງໃຫ້ກົມກອງກາຍເປັນ
ໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ ພ້ອມທັງໄດ້ຍົກລະດົບຄວາມຮູ້ຄວາມສາມາດ ຂອງພະນັກງານແພດໝໍຢູ່ທັງພາຍໃນ ແລະ ຕ່າງປະ
ເທດຢ່າງຕໍ່ເນື່ອງ ເພື່ອໃຫ້ມີຄວາມຊຳນິຊໍານານ ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງກົມກອງໄດ້ເປັນຢ່າງດີ ແລະ ມີຄວາມປອດໄພຕໍ່ຜູ້
ມາໃຊ້ບໍລິການໂຮງໝໍ. ນອກຈາກນັ້ນ, ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງຂອງກົມກອງ ໃນການປິ່ນປົວກວດສຸຂະພາບ ໃຫ້ນາຍ ແລະ
ພົນທະຫານ ຕະຫຼອດຮອດປະຊາຊົນບັນດາເຜົ່າ ໂດຍໄດ້ເນັ້ນໃຫ້ພະນັກງານ-ນັກຮົບທຸກສະຫາຍ ປະຕິບັດວຽກງານ 5 ດີ 1 ພໍໃຈ ຂອງກະ
ຊວງສາທາລະນະສຸກວາງອອກ ໃຫ້ມີຈັນຍາບັນ, ຈັນຍາທຳ ຕໍ່ຜູ້ມາໃຊ້ບໍລິການໃນໂຮງໝໍສູນກາງ 103 ກອງທັບ ສ້າງຄວາມເຊື່ອໝັ້ນ ແລະ
ໄວ້ວາງໃຈໃຫ້ນາຍ ແລະ ພົນທະຫານ, ປະຊາຊົນດີຂຶ້ນເລື້ອຍໆ.
ໂອກາດນີ້, ສະຫາຍ ພົນຈັດຕະວາ ດຣ ນາງ ມາລີວອນ ສຸລິຍະແສງ ໄດ້ມີຄໍາເຫັນໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ
ແຕ່ລະຂັ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານສະມາຊິກພັກ-ນັກຮົບພາຍໃນໂຮງໝໍຢ່າງເລິກເຊິ່ງ ແລະ ທົ່ວເຖິງ,
ເອົາໃຈໃສ່ປັບປຸງເເບບເເຜນວິທີເຮັດວຽກ, ປັບປຸງກໍ່ສ້າງພະນັກງານຂອງຕົນໃຫ້ໜັກແໜ້ນເຂັ້ມແຂງ, ປັບປຸງກໍ່ສ້າງພະນັກງານຂອງຕົນໃຫ້ໜັກ
ແໜ້ນເຂັ້ມແຂງ, ກຳແໜ້ນໜ້າທີ່ການເມືອງຂອງຕົນ, ຫັນເອົາວຽກງານວິຊາສະເພາະເຂົ້າເເບບແຜນຢ່າງເຂັ້ມງວດ ກໍຄືວຽກງານ 5 ດີ 1 ພໍໃຈ
ຂອງກະຊວງສາທາລະນະສຸກວາງ ແລະ ຂອງກົມກອງໃຫ້ປະກົດຜົນເປັນຈິງ ເພື່ອເຮັດສຳເລັດໜ້າທີ່ຕາມການຈັດຕັ້ງມອບໝາຍໃຫ້. ຂ່າວຍັງໄດ້
ໃຫ້ຮູ້ຕື່ມອີກວ່າ: ໃນຕອນບ່າຍຂອງ ວັນທີ 14 ສິງຫາ 2025 ນີ້, ຫ້ອງອົບຮົມ-ຄົ້ນຄວ້າວິທະຍາສາດ ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດກອງ
ປະຊຸມແລກປ່ຽນຖອດຖອນບົດຮຽນການຮຽນ-ການສອນ ກັບ ວິທະຍາຄານການເເພດກອງທັບ ປະຈຳປີ 2025 ອີກດ້ວຍ.
ແຫຼ່ງຂ່າວໂດຍ ຕຸ້ຍ ອິນທະວົງສາ
ວັນທີ 19/08/2024