ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກກອງຂົນສົ່ງວັດຖຸທາດລະເບີດ ສະຫຼຸບຖອດຖອນບົດຮຽນການກໍ່ສ້າງໜ່ວຍພັກປອດໃສ
ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026


ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ກຳມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ
ເປັນປະທານກອງປະຊຸມ ຄັ້ງວັນທີ 15/05/2026

    ໃນວັນທີ 15 ພຶດສະພາ 2026 ນີ້, ໜ່ວຍພັກກອງຂົນສົ່ງວັດຖຸທາດລະເບີດ ໄດ້ເປີດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກ
ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ກຳມະການຄະ
ນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີສະຫາຍ ພັນໂທ ຄຳແສງ ສີທະນົນໄຊ ເລຂາໜ່ວຍພັກ
ຫົວໜ້າກອງຂົນສົ່ງວັດຖຸທາດລະເບີດ ພ້ອມດ້ວຍຄະນະ, ມີຄະນະກວດກາ, ບັນດາພະແນກການ, ຕະຫຼອດຮອດພະນັກງານ-ສະມາ
ຊິກພັກ ເຂົ້າຮ່ວມ.

     ສະຫາຍ ພັນໂທ ຄໍາແສງ ສີທະນົນໄຊ ເລຂາໜ່ວຍພັກ ໄດ້ຂື້ນຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກ
ແໜ້ນ ປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027 ໂດຍໄດ້ໃຫ້ຮູ້ວ່າ: ໃນໄລຍະ 1 ປີຜ່ານມາ ຄະນະໜ່ວຍພັກໄດ້ຖືເອົາ
ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ເປັນບັນຫາສຳຄັນ ຕິດພັນກັບວຽກງານວິຊາສະເພາະດ້ານຕ່າງໆ, ຈັດຕັ້ງຜັນຂະ
ຫຍາຍແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ,ຂອງກອງທັບ, ບັນດາຂໍ້ກຳນົດ, ມະຕິຄຳສັ່ງຂອງຂັ້ນເທິງວາງອອກ
ເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງກົມກອງ ບົນພື້ນຖານຫັນມາເປັນແຜນນຳພາຂອງໜ່ວຍພັກໃຫ້ມີຄວາມແທດເໝາະກັບ
ສະພາບເງື່ອນໄຂຕົວຈິງ ແລະ ພ້ອມທັງເປັນໃຈກາງເຕົ້າໂຮມຄວາມສາມັກຄີພາຍໃນ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ ທີ່ການຈັດ
ຕັ້ງມອບໝາຍໃຫ້, ການກໍ່ສ້າງພັກ ແມ່ນອີງຕາມ 5 ຫຼັກການ ແລະ 3 ທິດນຳ ໃນການປັບປຸງກໍ່ສ້າງພັກ ເຊິ່ງຍຶດຖືໃນ 3 ລັກສະນະ
ຂອງພັກ.ໃນກອງປະຊຸມບັນດາສະມາຊິກພັກຍັງໄດ້ຜ່ານໃບສຳຫຼວດຕົນເອງ, ປະກອບຄຳຄິດຄຳເຫັນຕໍ່ບົດສະຫຼຸບ ແລະ ທິດທາງ
ແຜນການຢ່າງກົງໄປກົງມາ ພ້ອມທັງລົງຄະແນນປິດລັບ, ໃຊ້ສິດປະຊາມັດຕິຢ່າງເປັນເອກະພາບຕໍ່ກອງປະຊຸມ, ຄະນະໜ່ວຍພັກ ແລະ
ສະມາຊິພັກແຕ່ລະສະຫາຍ ໄດ້ຮັບການຕີລາຄາຈັດແບ່ງປະເພດເປັນສະມາຊິກພັກແຂງທັງໝົດ 18 ສະຫາຍ, ຍິງ 03 ສະຫາຍ, ສໍາ
ລັບໜ່ວຍພັກບັນລຸໄດ້ຄະແນນ 100% ນໍາສະເໜີຄະນະພັກຂັ້ນເທິງຄົ້ນຄ້ວາຮັບຮອງ ແລະ ຢັ້ງຢືນເປັນໜ່ວຍພັກປອດໃສ ເຂັ້ມແຂງ
ໜັກແໜ້ນ.

     ໂອກາດນີ້, ສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ໄດ້ໂອ້ລົມ ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍໃນຄະນະໜ່ວຍພັກ, ສະມາຊິກ
ພັກແຕ່ລະຂັ້ນກໍາໄດ້ຄວາມໝາຍ, ຄວາມສຳຄັນໃນການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ໂດຍປະຕິບັດຕາມ 5 ຫຼັກ
ການ 3 ທິດນໍາຂອງພັກໃນການຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມລະບຽບຫຼັກການ, ແນໃສ່ການຈັດແບ່ງປະເພດສະມາຊິກພັກ, ໜ່ວຍ
ພັກໃຫ້ໄດ້ຮັບຄຸນນະພາບດີ, ເປັນເຈົ້າການສຶກສາອົບຮົມຄຸນທາດການເມືອງ-ນຳພາແນວຄິດໃຫ້ໜັກແໜ້ນເຂັ້ມແຂງຮອບດ້ານ, ເຮັດ
ໃຫ້ສະມາຊິກພັກແຕ່ລະຂັ້ນມີຄວາມອຸ່ນອຽນທຸ່ນທ່ຽງ, ບໍ່ຫວັ່ນໄຫວຄອນແຄນຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີສະຕິຕໍ່
ການຈັດຕັ້ງປະຕິບັດຂໍ້ກຳນົດກົດລະບຽບຂອງກົມກອງວາງອອກຢ່າງເຂັ້ມງວດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ
ໃຫ້ສູງກວ່າເກົ່າ, ປະຕິບັດຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ,
ສ້າງຄວາມສາມັກຄີພາຍໃນໝູ່ຄະນະໃຫ້ເປັນປຶກແຜ່ນແໜ້ນໜາ ສາມາດເຮັດສຳເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ.

ແຫຼ່ງຂ່າວໂດຍ ສຸກ ກອງຂົນສົ່ງ
ວັນທີ 19/05/2026