ກະຊວງໂຍທາທິການ ແລະ ຂົນສົ່ງ ປາຖະກະຖາ ວັນສ້າງຕັ້ງພັກ
ປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ໃນວັນທີ 19 ມີນາ 2025 ນີ້, ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ປາຖະກະຖາ ວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
(22 ມີນາ 1955-22 ມີນາ 2025) ໂດຍການເປັນປະທານ ແລະ ປາຖະກະຖາ ຂອງສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ກຳມະການ
ສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີ ຄະນະປະຈຳພັກ, ກຳມະການຄະນະພັກກະຊວງ, ຄະນະໜ່ວຍພັກ ຫ້ອງການ, ກົມ,
ສະຖາບັນ, ກອງວິຊາການ, ລັດວິສາຫະກິດ, ພະແນກການ ບັນດາກົມ ແລະ ທຽບເທົ່າ, ຄະນະບໍລິຫານງານ ອົງການຈັດຕັ້ງມະຫາຊົນຂັ້ນກະຊວງ
ເຂົ້າຮ່ວມ.
ສະຫາຍ ພົນໂທ ສຈ ປອ ທອງລອຍ ສີລິວົງ ໄດ້ຫວນຄືນມູນເຊື້ອການກໍາເນີດ, ການເຕີບໃຫຍ່ຂະຫຍາຍຕົວ, ການນໍາພາ ແລະ ການເສີມຂະ
ຫຍາຍທາດແທ້ມູນເຊື້ອ ຂອງພັກປະຊາຊົນປະຕິວັດລາວ ເຊິ່ງຕະຫຼອດໄລຍະ 70 ປີທີ່ຜ່ານມາ ພັກປະຊາຊົນປະຕິວັດລາວ ໄດ້ນໍາພາ-ຊີ້ນໍາ ປະຊາ
ຊົນລາວບັນດາເຜົ່າດໍາເນີນການຕໍ່ສູ້ກູ້ຊາດຢ່າງພິລະອາດຫານ ເພື່ອຍາດເອົາເອກະລາດ, ອໍານາດອະທິປະໄຕ ແລະ ນໍາເອົາໄຊຊະນະອັນສະຫງ່າງາມ
ມາສູ່ປະເທດຊາດ ເຊິ່ງໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການ ໃນວັນທີ 22 ມີນາ 1955 ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດ ຂອງ
ຊົນຊັ້ນກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ. ພັກປະຊາຊົນປະຕິວັດລາວ ຍາມໃດກໍຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິ
ວັດ, ທາດແທ້ປະຕິບັດວິທະຍາສາດ, ຢຶດໝັ້ນໃນແນວຄິດ ທິດສະດີ ມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ, ເປົ້າໝາຍສັນຕິພາບ,
ເອກະລາດ, ເອກະພາບ, ວັດທະນາຖາວອນ ຕາມເສັ້ນທາງເ ຮັດໃຫ້ປະຊາຊົນຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ຍຸຕິທໍາ ແລະ ສີວິໄລ.
ຜົນງານໄຊຊະນະທີ່ຍາດມາໄດ້ນັ້ນ ນອກຈາກການນໍາພາ-ຊີ້ນໍາ ທີ່ສະຫຼາດສ່ອງໃສຂອງພັກ ແລ້ວຍັງໄດ້ມາຈາກຄວາມພະຍາຍາມສູ້ຊົນ, ບາກ
ບັ່ນ ຂອງພະນັກງານ-ນັກຮົບທົ່ວກອງທັບ, ທົ່ວປວງຊົນລາວທັງຊາດ ໃນນັ້ນ, ມີການປະກອບສ່ວນດ້ວຍການເສຍສະຫຼະຊີວິດເລືອດເນື້ອເຫື່ອແຮງ,
ສະຕິປັນຍາອັນສໍາຄັນ ຂອງຖັນແຖວພະນັກງານ, ສະມາຊິກພັກ, ນັກຮົບ ຕະຫຼອດຮອດປະຊາຊົນລາວບັນດາເຜົ່າ. ສະນັ້ນ, ພວກເຮົາ ມີຄວາມເອກ
ອ້າງທະນົງໃຈຕໍ່ທາດແທ້ມູນເຊື້ອອັນດີງາມ ພ້ອມກັນປົກປັກຮັກສາ ແລະ ພັດທະນາສ້າງສາປະເທດຊາດໃຫ້ສົມກັບໄຊຊະນະອັນຍິ່ງໃຫຍ່ ທີ່ພັກ-ລັດ
ຍາດມາໄດ້.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 19/03/2025