
ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ
ເຂົ້າຢ້ຽມຂໍ່ານັບ ຮອງນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກ ກຳປູເຈຍ

ທ່ານ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ
ທ່ານ ພົນເອກ ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກ ກຳປູເຈຍ ຄັ້ງວັນທີ 16-17/02/2026
ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ຣາຊະອານາຈັກ ກຳປູເຈຍ ໃນລະຫວ່າງ ວັນທີ 16-17 ກຸມພາ 2026 ນີ້, ທ່ານ ພົນ
ໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ພົນເອກ
ເຕຍ ໄຊຫາ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງຣາຊະອານາຈັກ ກຳປູເຈຍ.
ໃນໂອກາດນີ້, ທ່ານ ພົນເອກ ເຕຍ ໄຊຫາ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດມິດຕະພາບ ແລະ ຕີລາຄາສູງຕໍ່ການ
ເດີນທາງຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກ ກຳປູເຈຍ ຂອງ ທ່ານ ຮອງລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສປປລາວ ພ້ອມ
ດ້ວຍຄະນະ ໃນຄັ້ງນີ້, ເຊິ່ງເປັນການເສີມສ້າງສາຍພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນທ່າມກາງບັນຍາກາດທີ່ສາຍພົວພັນມິດຕະພາບ
ຄວາມສາມະຄີ ແລະ ການຮ່ວມມືຫຼາຍດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ສອງກອງທັບລາວ-ກຳປູເຈຍ ໄດ້ຮັບການເສີມຂະຫຍາຍສາຍ
ພົວພັນການຮວມມືໃຫ້ແໜ້ນແຟ້ນ ແລະ ຈະເລີນງອກງາມຂຶ້ນໄປເລື້ອຍໆ. ໃນເວລາຕໍ່ມາ ທ່ານ ພົນໂທ ສາຍໃຈ ກົມມະສິດ ພ້ອມດ້ວຍຄະນະ
ກໍໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ສົມເດັດ ອັກຄະຫະເສນາບໍດີ ເຕໂຈ ຫຸນແຊນ ປະທານສະພາສູງ, ປະທານຄະນະທີ່ປຶກສາຂັ້ນສູງ ເຈົ້າຊີວິດ ແຫ່ງຣາ
ຊະອານາຈັກ ກຳປູເຈຍ.
ໂອກາດນີ້, ທ່ານ ພົນໂທ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບຢ່າງອົບອຸ່ນດ້ວຍໄມຕີຈິດ ມິດຕະພາບອັນສະໜິດ
ສະໜົມ ໃນການຕ້ອນຮັບຂອງ ທ່ານ ພົນເອກ ເຕຍ ໄຊຫາ ແລະ ທ່ານ ສົມເດັດ ອັກຄະຫະເສນາ ບໍ່ດີ ເຕໂຈ ຮຸນແຊນ ເຊິ່ງສະແດງໃຫ້ເຫັນ
ເຖິງມູນເຊື້ອສາຍພົວພັນມິດຕະພາບຄູ່ຮວມ ຍຸດທະສາດຖານເພື່ອນມິດບ້ານໃກ້ເຮືອນຄຽງ ທີ່ມີມາແຕ່ບູຮານນະການໃຫ້ໝັ້ນຄົງຍາວນານຂຶ້ນ
ໄປເລື້ອໆ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 19/02/2026