ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ມອບເງິນອຸດໜູນໃຫ້ພະນັກງານພັກການຮັບບໍານານ


ສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

    ພິທີມອບເງິນຊົດເຊີຍໃຫ້ພະນັກງານພັກການຮັບບໍານານທົ່ວກົມໃຫຍ່ເສນາທິການກອງທັບ ໄດ້ຈັດຂຶ້ນໃນວັນທີ 15 ມັງກອນ 2026 ນີ້,
ໂດຍການເປັນປະທານຂອງສະຫາຍ ພົນຕີ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາຄະນະກົມ, ຫ້ອງການ, ກົມ
ກອງ ແລະ ພະນັກງານບໍານານທີ່ໄດ້ຮັບນະໂຍບາຍຮັບເງິນອູດໜູນ ເຂົ້າຮ່ວມ.

     ສະຫາຍ ພັນໂທ ອຸດົມໄຊ ແກ້ວບົວທອງ ຫົວໜ້າພະແນກກວດກາ ຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານຂໍ້ຕົກລົງ ຄິດ
ໄລ່ເງິນຊົດເຊີຍ ໃຫ້ພະນັກງານທີ່ມີຂໍ້ຕົກລົງຮັບບໍານານ ເຊິ່ງການມອບ-ຮັບ ເງິນຊົດເຊີຍໃຫ້ນາຍທະຫານທີ່ພັກການເຂົ້າຮັບບໍານານ ທີ່ຂຶ້ນກັບ
ກົມໃຫຍ່ເສນາທິການກອງທັບ ອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ໝວດ 1 ມາດຕາ 33 ແລະ 34 ອີງຕາມກົດ
ໝາຍວ່າດ້ວຍການປະກັນສັງຄົມ ພາກທີ II ລະບອບ ການອຸດໜູນປະກັນສັງຄົມ ກະຊວງປ້ອງກັນປະເທດ ຕົກລົງ: ມອບເງິນຊົດເຊີຍໃຫ້ພະ
ນັກງານທີ່ພັກການຮັບບໍານານ ຈຳນວນ 20 ສະຫາຍ,ໃນນັ້ນມີ ຊັ້ນພັນໂທ 10 ສະຫາຍ, ຊັ້ນພັນຕີ 9 ສະຫາຍ ແລະ ຊັ້ນຮ້ອຍເອກ 1 ສະຫາຍ
ລວມເປັນເງິນທັງໝົດ 385.417.449 ກີບ ໃຫ້ກຽດມອບໂດຍ ສະຫາຍ ພົນຕີ ກົງທອງ ສຸຂະວົງ.

     ໂອກາດນີ້, ສະຫາຍ ພົນຕີ ກົງທອງ ສຸຂະວົງ ກໍໄດ້ມີຄໍາເຫັນໂອ້ລົມ ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຄຸນງາມຄວາມ
ດີ ຂອງບັນດາສະຫາຍ ທີ່ໄດ້ທຸມເທເຫື່ອແຮງສະຕິປັນຍາ ປະກອບສ່ວນໃນພາລະກິດປົກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະຜ່ານມາ, ເວົ້າ
ສະເພາະ ແມ່ນການປະກອບສ່ວນປັບປຸງກໍ່ສ້າງກົມກອງທົ່ວກົມໃຫຍ່ເສນາທິການກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງເປັນກ້າວໆມາ, ການມອບເງິນ
ອຸດໜູນບໍານານຄັ້ງນີ້ ແມ່ນການປະຕິບັດຕາມນະໂຍບາຍຂອງພັກ-ລັດ ກໍຄືນະໂຍບາຍຂອງກະຊວງປ້ອງກັນປະເທດ ທີ່ມີຕໍ່ນາຍ ແລະ ພົນທະຫານ,
ທີ່ເຮັດສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງຈົນສໍາເລັດ ແລະ ເປັນແບບຢ່າງນໍາໜ້າໃນການສ້າງສາພັດທະນາປະເທດຊາດ ພ້ອມກັນນັ້ນ,
ສະຫາຍຍັງຮຽກຮ້ອງໃຫ້ພະນັກງານທີ່ໄດ້ຮັບເງິນອຸດໜູນບໍານານ ຈົ່ງເປັນຫຼັກແຫຼ່ງ, ເປັນແບບຢ່າງທີ່ດີໃຫ້ພະນັກງານຮຸ່ນໜຸ່ມ, ສຸມສະຕິປັນຍາບົດ
ຮຽນຄວາມຮູ້ຄວາມສາມາດລົງໃສ່ຮາກຖານ ເຮັດໃຫ້ຮາກຖານມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ ຊຸກຍູ້ປະກອບສ່ວນຢ່າງຕັ້ງໜ້າ
ເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນສັງຄົມໃຫ້ມີຄວາມປອດໄພ, ບ້ານເມືອງມີຄວາມຈະເລີນຮຸ່ງເຮືອງເປັນກ້າວໆ.

ແຫຼ່ງຂ່າວໂດຍ ໄພນາລິນ
ວັນທີ 19/01/2026