ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ພັນຕີ ຂຶ້ນຊັ້ນ ພັນໂທ ໃຫ້ນາຍທະຫານເຂດໃຈກາງ


ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານກອງປະຊຸມ ຄັ້ງວັນທີ 17/12/2025

    ວັນທີ 17 ທັນວາ 2025 ນີ້, ກະຊວງປ້ອງກັນປະເທດ ໄດ້ປະກາດການເລື່ອນຊັ້ນ, ເລື່ອນທຽບຊັ້ນ ໃຫ້ນາຍທະຫານຊັ້ນ ພັນຕີ ຂຶ້ນຊັ້ນ
ພັນໂທ ເຂດໃຈກາງ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ
ໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາບັນດາກົມກອງເຂດໃຈກາງ, ວິທະຍາຄານ, ກົມກອງອ້ອມຂ້າງ, ພາກສ່ວນທີ່
ກ່ຽວຂ້ອງ ແລະ ພະນັກງານທີ່ໄດ້ຮັບຊັ້ນໃໝ່ ເຂົ້າຮ່ວມ.

     ສະຫາຍ ພັນເອກ ວັນທອງ ທຳມະຕານ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງ
ກັນປະເທດ ວ່າດ້ວຍການເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ນາຍທະຫານ ຢູ່ເຂດໃຈກາງ ໃນນີ້, ກະຊວງປ້ອງກັນປະເທດ ຕົກລົງ ເລື່ອນຊັ້ນ,
ເລື່ອນທຽບຊັ້ນພັນຕີ ຂຶ້ນຊັ້ນ ພັນໂທ ຈຳນວນ 338 ສະຫາຍ. ໃນນັ້ນ ກົມໃຫຍ່ການເມືອງກອງທັບ ຈຳນວນ 44 ສະຫາຍ, ກົມ 213 ຈຳ
ນວນ 17 ສະຫາຍ, ກົມວິທະຍາສາດ-ປະຫວັດສາດການທະຫານ ຈຳນວນ 3 ສະຫາຍ, ກອງພົນທີ 1 ຈຳນວນ 25 ສະຫາຍ, ກອງບັນຊາການ
ທະຫານແຂວງວຽງຈັນ ຈຳນວນ 31 ສະຫາຍ, ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຈຳນວນ 33 ສະຫາຍ, ກອງບັນຊາການທະ
ຫານແຂວງບໍລິຄຳໄຊ ຈໍານວນ 20 ສະຫາຍ, ກອງບັນຊາການທະຫານອາກາດ ຈຳນວນ 10 ສະຫາຍ, ກອງບັນຊາການທະຫານຊາຍແດນ ຈຳ
ນວນ 12 ສະຫາຍ, ກອງພັນໃຫຍ່ 11 ຈຳນວນ 9 ສະຫາຍ, ກອງພັນໃຫຍ່ 279 ຈຳນວນ 9 ສະຫາຍ, ກອງພັນໃຫຍ່ 497 ຈຳນວນ 7 ສະ
ຫາຍ, ກອງພັນໃຫຍ່ 605 ຈຳນວນ 6 ສະຫາຍ, ກອງພັນໃຫຍ່ 641 ຈຳນວນ 6 ສະຫາຍ, ກອງພັນໃຫຍ່ 642 ຈຳນວນ 3 ສະຫາຍ, ກອງ
ພັນໃຫຍ່ 646 ຈຳນວນ 5 ສະຫາຍ, ກອງພັນໃຫຍ່ 661 ຈຳນວນ 11 ສະຫາຍ, ກອງພັນໃຫຍ່ 941 ຈຳນວນ 4 ສະຫາຍ, ວິທະຍາຄານປ້ອງ
ກັນຊາດໄກສອນພົມວິຫານ ຈຳນວນ 13 ສະຫາຍ, ວິທະຄານນາຍທະຫານບົກກົມມະດຳ ຈຳນວນ 31 ສະຫາຍ, ວິທະຍາຄານພະລາທິການ
ຈຳນວນ 13 ສະຫາຍ, ວິທະຍາຄານເຕັກນິກການທະຫານ ຈຳນວນ 7 ສະຫາຍ, ໂຮງຮຽນທິດສະດີການເມືອງກອງທັບ ຈຳນວນ 8 ສະຫາຍ,
ໂຮງຮຽນວັດທະນະທຳຊົນເຜົ່າກອງທັບ ຈຳນວນ 5 ສະຫາຍ, ກົດລັບປະຈຳທູດຕ່າງປະເທດ ຈຳນວນ 2 ສະຫາຍ, ໂຄງການ 0137 ຈຳນວນ
1 ສະຫາຍ ແລະ ກົມກໍ່ສ້າງຮາກຖານ ຈຳນວນ 1 ສະຫາຍ.

     ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ຍາດມາໄດ້ໃນຄັ້ງນີ້, ພ້ອມທັງ ຮຽກ
ຮ້ອງໃຫ້ສືບຕໍ່ກຳແໜ້ນແນວທາງນະໂນບາຍຂອງພັກ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີການເມືອງຂອງຕົນໃຫ້ສູງຂຶ້ນ, ປັບປຸງແບບແຜນວິທີ
ການເຮັດວຽກໃຫ້ທັນສະໄໜ,ເຊື່ອໝັ້ນການນຳພາຂອງພັກ, ຂໍ້ກຳນົດກົດລະບຽບຂອງກອງທັບຢ່າງເຂັ້ມງວດ, ຍົກສູງຄວາມຮູ້ຄວາມສາມາດ,
ເປັນເຈົ້າການເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເປັນຕົ້ນແມ່ນທາງດ້ານແນວຄິດການເມືອງ ໃຫ້ໜັກແໜ້ນເຂັ້ມແຂງ, ມີຄຸນສົມບັດສິນທຳປະ
ຕິວັດ, ມີສະຕິລະວັງຕົວຕໍ່ການຈຳແນກໄດ້ມິດສັດຕູ, ເພື່ອເຮັດໃຫ້ຕົນເອງກາຍເປັນພະນັກງານ-ສະມາຊິກພັກ ທີ່ດີເດັ່ນໃຫ້ແກ່ອົງການ, ກົມກອງ
ຂອງຕົນ, ປັບປຸງຄືນລະບອບແບບແຜນວິທີເຮັດວຽກ, ເຮັດວຽກເປັນໝູ່ຄະນະແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງລະອຽດຈະແຈ້ງ, ສ້າງຄວາມ
ສາມັກຄີພາຍໃນໃຫ້ເປັນເອກະພາບ ເພື່ອເຮັດສຳເລັດໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ວັນນະລັກ ວົງພົມ
ວັນທີ 18/12/2025