
ທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສ.ຣັດເຊຍ ປະຈໍາ ສປປ ລາວ
ເຂົ້າອວຍພອນ ຫົວໜ້າຫ້ອງວ່າການ ກະຊວງປ້ອງກັນປະເທດຜູ້ໃໝ່

ວັນທີ 14 ພະຈິກ 2025 ນີ້, ສະຫາຍ ພັນເອກ ໂລມັນ ໂກວາເລັນໂກ ທີ່ປຶກສາທູດຝ່າຍປ້ອງກັນຊາດ ແຫ່ງ ສ.ຣັດເຊຍ ປະຈໍາ ສປປ ລາວ
ໄດ້ນໍາເອົາກະຕ່າຂອງຂວັນ ເຂົ້າອວຍພອນ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບຕໍາແໜ່ງ ຫົວໜ້າຫ້ອງວ່າການ
ກະຊວງປ້ອງກັນປະເທດຜູ້ໃໝ່.
ສະຫາຍ ພັນເອກ ໂລມັນ ໂກວາເລັນໂກ ໄດ້ກ່າວສະແດງຄວາມຍິນດີຕໍ່ ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ທີ່ໄດ້ຮັບໜ້າທີ່ໃໝ່ໃນຄັ້ງນີ້
ແລະ ໄດ້ອວຍພອນໃຫ້ມີສຸຂະພາບແຂງແຮງ, ມີພາລະນາໄມສົມບູນ, ປະສົບຜົນສໍາເລັດໃນໜ້າທີ່ການງານທຸກປະການ, ມີຄວາມສຸກຄວາມຈະ
ເລີນ ໃນຊີວິດສ່ວນຕົວ ແລະ ຄອບ ຄົວ, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ສະຫາຍ ຈະສືບຕໍ່ນໍາພາ-ຊີ້ນໍາ ຂົງເຂດວຽກງານປ້ອງກັນຊາດ ໃຫ້
ເຕີບໃຫຍ່ເຂັ້ມແຂງ ແລະ ມີແບບແຜນທັນສະໄໝເປັນກ້າວໆ. ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ສະ
ຫາຍ ພັນເອກ ໂລມັນ ໂກວາເລັນໂກ ທີ່ໄດ້ນໍາເອົາກະຕ່າຂອງຂວັນມາອວຍພອນໃນຄັ້ງນີ້, ພ້ອມທັງຕີລາຄາສູງຕໍ່ສາຍພົວພັນມິດຕະພາບ, ການ
ຮ່ວມມືອັນດີງາມຕະຫຼອດໄລຍະຜ່ານມາ ແລະ ຫວັງວ່າສະຫາຍ ທີ່ປຶກສາທູດຝ່າຍປ້ອງກັນຊາດແຫ່ງ ສ.ຣັດເຊຍ ປະຈໍາ ສປປ ລາວ ຈະສືບຕໍ່ຊຸກ
ຍູ້ປະກອບສ່ວນ ເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ 2 ກອງທັບ ລາວ-ຣັດເຊຍ ໃຫ້
ນັບມື້ແໜ້ນແຟ້ນຍິ່ງໆ ຂຶ້ນ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 18/11/2025