ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ປະກາດປັບປຸງກາຈັດຕັ້ງ ແລະ ຊັບຊ້ອນໜ້າທີ່


    ວັນທີ 15 ຕຸລາ 2024 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ປະກາດປັບປຸງການຈັດຕັ້ງ ແລະ ຍົກຍ້າຍ ຊັບຊ້ອນໜ້າທີ່ ນາຍທະຫານ, ໂດຍ
ການເປັນປະທານ ຂອງ ສະຫາຍ ພົນຕີ ສົມພອນ ມິດຕະພອນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາກົມ, ຫ້ອງການ, ພະແນກ
ການ, ຄະນະພັກ-ຄະນະບັນຊາ ກົມກອງຮາກຖານ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ເທບພະພອນ ຫອມດີ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງກະຊວງປ້ອງ
ກັນປະເທດ ວ່າດ້ວຍການແຕ່ງຕັ້ງໜ້າທີ່ ໃຫ້ນາຍທະຫານຢູ່ກົມໃຫຍ່ເສນາທິການກອງທັບ, ອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ
ວ່າດ້ວຍການແຕ່ງຕັ້ງ ແລະ ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນໍາພາ-ບັນຊາໃນກໍາລັງປະກອບ
ອາວຸດ ໃຫ້ເຂັ້ມແຂງ-ໜັກແໜ້ນຮອບດ້ານ ເພື່ອເຮັດສໍາເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ກະຊວງປ້ອງກັນປະເທດ ຕົກລົງ:
ແຕ່ງຕັ້ງ ສະຫາຍ ພັນໂທ ລອນທອງ ສິງລືໄຊ ເປັນຮອງຫົວໜ້າກົມປືນໃຫຍ່ໜ້າດິນ, ສະຫາຍ ພັນໂທ ວຽງໄຊ ແກ້ວມະນີ ເປັນຮອງຫົວໜ້າກົມປ້ອງ
ກັນອາກາດ, ສະຫາຍ ພັນໂທ ທະນູສິນ ເທບພະວົງ ເປັນຮອງຫົວໜ້າກົມກໍາລັງພົນ, ສະຫາຍ ພັນໂທ ສົມພານ ສອນສຸພາບ ເປັນຫົວໜ້າການທະ
ຫານ ໂຮງພິມກົດລັບ, ສະຫາຍ ພັນໂທ ຈັນເພັງ ໄຊປັນຍາ ເປັນຫົວໜ້າການເມືອງ ສູນຄົ້ນຄວ້າວິໄຈເຄມີ 66, ສະຫາຍ ພັນໂທ ອັດຕະພົງ ພົມມະ
ຫອມ ເປັນຫົວໜ້າການເມືອງ ໂຮງງານແຜນທີ່ກອງທັບ, ສະຫາຍ ພັນໂທ ສຸກສະຫວັນ ທໍາມະນິລັນ ເປັນຮອງການທະຫານ ທັງເປັນ ຫົວໜ້າພະ
ແນກເຕັກນິກ-ການພິມ ໂຮງພິມກົດລັບ, ສະຫາຍ ພັນຕີ ທາ ສີເຮືອງຄໍາ ເປັນຮອງຫົວໜ້າການເມືອງ ທັງເປັນ ຫົວໜ້າພະແນກການເມືອງ ສູນເຕັກ
ນິກກົດລັບ, ສະຫາຍ ພັນຕີ ຫົງສາ ດວງສົມບູນ ເປັນຮອງຫົວໜ້າການເມືອງ ທັງເປັນ ຫົວໜ້າພະແນກການເມືອງ ໂຮງຮຽນ 307, ສະຫາຍ ພັນໂທ
ສົມໃຈ ວິລະທອນ ເປັນຮອງຫົວໜ້າການເມືອງ ສູນຄົ້ນຄວ້າວິໄຈເຄມີ 66 ແລະ ຜ່ານຂໍ້ຕົກລົງ ຂອງ ກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງ
ຕັ້ງໜ້າທີ່ ໃຫ້ນາຍທະຫານຢູ່ກົມໃຫຍ່ເສນາທິການກອງທັບ, ກົມໃຫຍ່ການເມືອງກອງທັບ ຕົກລົງ: ແຕ່ງຕັ້ງ ສະຫາຍ ພັນໂທ ບຸນດີ ສຸກສໍາລານ ເປັນ
ຫົວໜ້າພະ ແນກວັດຖຸ-ເຕັກນິກ ກົມ 49, ສະຫາຍ ພັນໂທ ຄໍາເພັດ ເປັນຮອງພະແນກວັດຖຸ-ເຕັກນິກ ກົມ 49, ສະຫາຍ ພັນໂທ ສຸລິນພົນ ເລື່ອນ
ສົມຫວັງ ເປັນຮອງພະແນກອົບຮົມ ກົມ 49, ສະຫາຍ ພັນຕີ ສົມບູນ ອິນທະວົງ ເປັນຫົວໜ້າພະແນກວັດຖຸ-ເຕັກນິກ ກົມປືນໃຫຍ່ໜ້າດິນ, ສະຫາຍ
ພັນຕີ ສາຍທອງ ພຸດທະວົງ ເປັນຮອງພະແນກວັດຖຸ-ເຕັກນິກ ກົມປືນໃຫຍ່ໜ້າດິນ, ສະຫາຍ ພັນໂທ ວຽງຄອນ ແສງສຸລີ ເປັນຫົວໜ້າພະແນກຄົ້ນ
ຄວ້າເຕັກນິກກົດລັບ ກົມກົດລັບ, ສະຫາຍ ພັນໂທ ວິລະສັກ ວົງພິມ ເປັນຫົວໜ້າພະແນກໄອທີ ກົມກົດລັບ, ສະຫາຍ ພັນໂທ ເກີດ ແກ້ວວົງວິຈິດ
ເປັນຫົວໜ້າພະແນກອົບຮົມ ກົມກົດລັບ, ສະຫາຍ ພັນໂທ ຄໍາແສງ ອິນທະວອນ ເປັນຫົວໜ້າພະແນກແຜນການ-ສັງລວມ ກົມກົດລັບ, ສະຫາຍ
ພັນຕີ ນິກອນ ສີສຸວັນ ເປັນຮອງພະແນກໄອທີ ກົມກົດລັບ, ສະຫາຍ ພັນຕີ ບຸນລານ ສີສຸລາດ ເປັນຫົວໜ້າພະແນກຖານຂໍ້ມູນ ແລະ ບັນຊີນະໂຍບາຍ
ກົມກໍາລັງພົນ, ສະຫາຍ ພັນໂທ ນາງ ບົວສະຫວັນ ສຸດສະດີ ເປັນຮອງພະແນກແຜນການ-ສັງລວມ ກົມກໍາລັງພົນ, ສະຫາຍ ພັນຕີ ອະນຸສິດ ຊູວົງສະ
ຫວັດ ເປັນຮອງພະແນກຍຸດທະວິທີ ກົມອົບຮົມ, ສະຫາຍ ພັນໂທ ແພງທະວີ ສີຫາວົງ ເປັນຫົວໜ້າພະແນກຂ່າວສານພູມສາດ ກົມແຜນທີ່ກອງທັບ,
ສະຫາຍ ພັນໂທ ສຸລິຍະ ພຸດທະວົງ ເປັນຮອງພະແນກຂ່າວສານພູມສາດ ກົມແຜນທີ່ກອງທັບ, ສະຫາຍ ພັນຕີ ນາງ ຈັນນີ ຄໍາພິທູນ ເປັນຮອງພະແນກ
ແຜນທີ່ສະໝາມຮົບ ໂຮງງານແຜນທີ່ກອງທັບ, ສະຫາຍ ພັນຕີ ອາລຸນໄຊ ແສນສຸລິໄຊ ເປັນຮອງພະແນກບໍລິຫານ ສູນເຕັກນິກກົດລັບ, ສະຫາຍ ພັນ
ໂທ ກໍລະກັນ ແສງສຸລິຍາ ເປັນຫົວໜ້າພະແນກຄົ້ນຄວ້າໂຄງການຫຼັກສູດ ການຮຽນ-ການສອນ ໂຮງຮຽນ 307.

     ໂອກາດນີ້, ສະຫາຍ ພົນຕີ ສົມພອນ ມິດຕະພອນ ໄດ້ເນັ້ນໜັກໃຫ້ບັນດາສະຫາຍ ທີ່ໄດ້ຮັບໜ້າທີ່ໃໝ່ຕ້ອງຍົກສູງນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ການ
ເມືອງ, ເພີ່ມທະວີຄວາມເປັນແບບຢ່າງໃນການປະຕິບັດໜ້າທີ່, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ເປັນແບບຢ່າງທີ່ດີໃນທຸກດ້ານ, ນຳເອົາແນວທາງ
ແຜນນະໂຍບາຍຂອງພັກ-ກົດໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ ມາຈັດຕັ້ງເຊື່ອມຊຶມ ສຶກສາອົບຮົມການເມືອງ-ແນວຄິດ, ໃຫ້ພະນັກ
ງານ-ນັກຮົບ, ສຸມເຫື່ອແຮງສະຕິປັນຍາ, ຄວາມຮູ້-ຄວາມສາມາດ ເຂົ້າໃນການປະຕິບັດໜ້າທີ່ວິຊາສະເພາະ, ປັບປຸງກໍ່ສ້າງຄ້າຍ-ຄູ ກົມກອງ ໃຫ້ມີບາດ
ກ້າວພັດທະນາຢ່າງຮອບດ້ານ.

ແຫຼ່ງຂ່າວໂດຍ ເຂັມພອນ
ວັນທີ 18/10/2024