ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ ປະຈຳໄຕມາດ III ຂອງບັນດາກົມກອງ ເຂດ 8


    ວັນທີ 17 ກັນຍາ 2024 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມສ່ອງແສງວຽກງານຮອບດ້ານ
ປະຈຳໄຕມາດ III ແລະ ວາງທິດທາງແຜນການ ປະຈຳໄຕມາດ IV ປີ 2024 ຂອງບັນດາກົມກອງເຂດ 8 ອ້ອມຂ້າງກະຊວງປ້ອງກັນປະເທດ,
ໂດຍການເປັນປະທານຂອງ ສະຫາຍ ພົນຕີ ປະສິດ ທ່ຽງທຳ ກໍາມະການຄະນະປະຈຳພັກກະຊວງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ມີຄະນະພັກ-ຄະນະບັນຊາ ໂຮງຮຽນທິດສະດີການເມືອງກອງທັບ, ວິທະຍາຄານເຕັກນິກການທະຫານ, ວິທະຍາຄານການແພດກອງທັບ, ກົມ
ວິທະຍາສາດ-ປະຫວັດສາດ ການທະຫານ, ໂຮງໝໍສູນກາງ 103 ກອງທັບ, ກອງພັນໃຫຍ່ 605, ກອງພັນໃຫຍ່ 279, ກອງພັນໃຫຍ່ 641,
ກອງພັນໃຫຍ່ 661, ຫ້ອງການ ປກຊ-ປກສ ສູນກາງ, ຫ້ອງການກົມໃຫຍ່ເສນາທິການກອງທັບ, ຫ້ອງການກົມໃຫຍ່ພະລາທິການ ແລະ ກົມ
ວິຊາການຫ້ອງວ່າການກະຊວງປ້ອງກັນປະເທດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ກອງປະຊຸມ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງໄດ້ພັດປ່ຽນກັນຂຶ້ນລາຍງານສະພາບການວຽກງານຮອບດ້ານທີ່ພົ້ນເດັ່ນໃນໄລຍະຜ່ານ
ມາ ແລະ ຜ່ານທິດທາງແຜນການ ປະຈຳໄຕມາດ IV ປີ 2024, ເຊິ່ງໃນໄລຍະຜ່ານມາຄະນະພັກ-ຄະນະບັນຊາ ແຕ່ລະກົມກອງໄດ້ເອົາໃຈໃສ່ປະ
ຕິບັດວຽກງານທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ແລະ ວຽກງານປິ່ນອ້ອມຂອງກົມກອງ,
ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ໃຫ້ພະນັກງານ-ນັກຮົບເປັນກົກ, ຈັດຕັ້ງພະນັກງານ-ວິຊາການລົງກໍ່ສ້າງຮາກຖານ
ການເມືອງ, ເອົາໃຈໃສ່ເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງບັນດາກົມກອງທີ່ຂຶ້ນກັບຄວາມຮັບຜິດ
ຊອບຂອງຕົນ ແລະ ບັນດາກຸ່ມບ້ານທີ່ຕົນຮັບຜິດຊອບໃຫ້ມີຄວາມສະຫງົບໂດຍພື້ນຖານ ຕາມທິດຊີ້ນຳຂອງກະຊວງປ້ອງກັນປະເທດ, ຕ້ານ ແລະ
ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆພາຍໃນກົມກອງ ເປັນຕົ້ນແມ່ນບັນຫາຢາເສບຕິດ, ການຫຼິ້ນກິນຟູມເຟື່ອຍ, ການສໍ້ລາດບັງຫຼວງ ແລະ ອື່ນໆ, ເອົາ
ໃຈໃສ່ປະຕິບັດຫຼັກການ ການຮຽນ, ການສອນໃຫ້ພະນັກງານ-ນັກຮົບທີ່ເຂົ້າມາຮຽນທິດສະດີການເມືອງ ແລະ ວິຊາສະເພາະຢູ່ໂຮງຮຽນທິດສະດີ
ການເມືອງ ແລະ ຕາມບັນດາວິທະຍາຄານ ຮັບປະກັນຄວາມຮັບຮູ້ເຂົ້າໃຈບົດຮຽນເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ ພະນັກງານ-ນັກຮົບ
ໄດ້ເປັນຢ່າງດີ, ເອົາໃຈໃສ່ປິ່ນປົວຄົນເຈັບເຂົ້າມາປິ່ນປົວຢູ່ໂຮງໝໍໃຫ້ຫາຍດີ ແລະ ແຂງແຮງ ນອກນັ້ນ, ຄະນະພັກ-ຄະນະບັນຊາແຕ່ລະກົມກອງຍັງໄດ້
ເອົາໃຈໃສ່ນຳພາ-ຊີ້ນໍາ ພະນັກງານ-ນັກຮົບ ກົມກອງຂອງຕົນປະຕິບັດໜ້າທີ່ວຽກງານຕາມແຜນການອົບຮົມ-ຫັດແອບ ການເມືອງ, ການທະຫານ,
ພະລາທິການ-ເຕັກນິກ ຕາມແຜນການອົບຮົມຫັດແອບ ປະຈຳປີ 2024 ຢ່າງເຂັ້ມງວດ ແລະ ປະສົບຜົນສຳເລັດເປັນຢ່າງດີ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ປະສິດ ທ່ຽງທຳ ໄດ້ໂອ້ລົມ ແລະ ສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີມຕໍ່ຜົນງານແຕ່ລະກົມກອງຍາດມາ
ໄດ້ ແລະ ໄດ້ເນັ້ນຕື່ມໃຫ້ຄະນະພັກ-ຄະນະບັນຊາແຕ່ລະບັນດາກົມກອງເອົາໃຈໃສ່ເຮັດວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕາມຂອບເຂດ
ຕົນຮັບຜິດຊອບໃຫ້ມີຄວາມສະຫງົບໂດຍພື້ນຖານ, ສືບຕໍ່ນຳພາ-ຊີ້ນຳ ວຽກງານອົບຮົມ-ຫັດແອບສິລະປະຍຸດ-ຍຸດທະວິທີ ໃຫ້ພະນັກງານ-ນັກຮົບ
ໃຫ້ມີຄວາມສາມາດດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເພີ່ມທະວີເອົາໃຈໃສ່ມີສະຕິຕໍ່ການຕິດຕາມຂໍ້ມູນຂ່າວສານທາງດ້ານສື່ສັງ
ຄົມອອນລາຍຕ່າງໆທີ່ມີແຫຼ່ງຂ່າວບິດເບືອນຕໍ່ພັກ-ລັດ, ຕໍ່ປະເທດຊາດ ທີ່ສົ່ງຜົນປະກົດການຫຍໍ້ທໍ້ເກີດຂຶ້ນ, ເພີ່ມທະວີວຽກງານປັບປຸງກໍ່ສ້າງກຳລັງ
ໃຫ້ມີຄວາມເຂັ້ມແຂງ, ມີທັດສະນະການເມືອງໜັກແໜ້ນ, ມີຄວາມຮູ້ຄວາມສາມາດທາງດ້ານການສູ້ຮົບຮອບດ້ານ.

ແຫຼ່ງຂ່າວໂດຍ ນາງ ເກດແກ້ວ ໄຊສົມພັນ
ວັນທີ 18/09/2024