ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຄະນະກວດກາການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ
ໜັກແໜ້ນ ທົ່ວກົມໃຫຍ່ການເມືອງກອງທັບ ປະຈໍາປີ 2025


ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ວັນທີ 17 ມີຖຸນາ 2025 ນີ້, ຢູ່ທີ່ຫ້ອງປະຊຸມກົມໃຫຍ່ການເມືອງກອງທັບ ໄດ້ປະກາດການແຕ່ງຕັ້ງຄະນະກວດກາກໍ່ສ້າງໜ່ວຍພັກ
ປອດໃສ ເຂັ້ມແຂງ ໜັກແໜ້ນ ທົ່ວກົມໃຫຍ່ການເມືອງກອງທັບ ປະຈໍາປີ 2025 ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ແສງ
ມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີຄະນະຮັບຜິດຊອບຊີ້ນໍາລວມ ແລະ ບັນດາອະນຸກໍາມະການ ເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນຄໍາ ສຸນັນທາ ຮອງຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບໄດ້ຜ່ານມະຕິຕົກລົງ ວ່າດ້ວຍການແຕ່ງ
ຕັ້ງຄະນະກວດກາກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ທົ່ວກົມໃຫຍ່ການເມືອງກອງທັບ ປະຈໍາປີ 2025, ອີງຕາມ ຄໍາສັ່ງແນະ
ນໍາ ຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການເພີ່ມທະວີກໍ່ສ້າງໜວ່ຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ໃນທົ່ວກອງທັບ; ອີງ
ຕາມ ບົດແນະນໍາ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການຈັດຕັ້ງປະຕິບັດຄໍາສັ່ງແນະນໍາ ຂອງຄະນະພັກກະຊວງປ້ອງກັນປະເທດ.
ຄະນະປະຈໍາພັກກົມໃຫຍ່ການເມືອງກອງທັບ ຕົກລົງ: ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາລວມ ປະກອບດ້ວຍບັນດາສະຫາຍດັ່ງນີ້: ສະຫາຍ
ພົນຈັດຕະວາ ແສງມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນຫົວໜ້າ, ສະຫາຍ ພັນເອກ ອຳພອນ ສຸກວິໄຊ ຫົວ
ໜ້າຫ້ອງການເມືອງ ກົມໃຫຍ່ການເມືອງກອງທັບ ເປັນຮອງ; ສະຫາຍ ພົນຈັດຕະວາ ວັນໄຊ ຄໍາພາວົງ ຫົວໜ້າຫ້ອງການ ກົມໃຫຍ່ການເມືອງ
ກອງທັບ ແລະ ສະຫາຍ ພັນເອກ ໄມທອນ ແກ້ວລໍວັນເຮືອງ ຫົວໜ້າຫ້ອງການບໍລິຫານ ກົມໃຫຍ່ການເມືອງກອງທັບ ເປັນຄະນະ ແລະ ແຕ່ງ
ຕັ້ງອະນຸກໍາມະການເກັບກຳ, ກວດກາໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະກອບມີ 2 ຈຸ ແລະ ຜ່ານແຜນການເຄື່ອນໄຫວກວດກາ,
ເກັບກຳຂໍ້ມູນຂະບວນການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ທົ່ວກົມໃຫຍ່ການເມືອງກອງທັບ ປະຈໍາປີ 2025.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ໄດ້ໂອ້ລົມຫຼາຍບັນຫາສໍາຄັນ, ພ້ອມທັງເນັ້ນໜັກໃຫ້ຄະນະຮັບຜິດຊອບຊີ້ນຳ
ລວມ ແລະ ບັນດາອະນຸກໍາມະການທີ່ໄດ້ຮັບການແຕ່ງຕັ້ງໃຫ້ເອົາໃຈໃສ່ເປັນເຈົ້າການເຄື່ອນໄຫວຕົວຈິງ ເກັບກຳ, ກວດກາເນື້ອໃນຄຸນນະພາບ
ຂອງແຕ່ລະໜ່ວຍພັກ ແລະ ປະສານສົມທົບກັບຄະນະໜ່ວຍພັກຕາມທີ່ໄດ້ກຳນົດ, ສັງລວມດ້ານດີ, ດ້ານອ່ອນ ຂຶ້ນບັນຊີໜ່ວຍພັກ ປອດໃສ
ເຂັ້ມແຂງ ໜັກແໜ້ນ, ແນໃສ່ຍູ້ແຮງການກໍ່ສ້າງໜວ່ຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນໃຫ້ເປັນຂະບວນຟົດຟື້ນ ແລະ ກວ້າງຂວາງຕໍ່ເນື່ອງ
ເປັນການປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃຫ້ປະກົດ
ຜົນເປັນຈິງ.

ແຫຼ່ງຂ່າວໂດຍ ອານຸສອນ ສິມວົງສາ
ວັນທີ 18/06/2025