ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ
ພົບປະໂອ້ລົມພະນັກງານຫຼັກແຫຼ່ງ ທະຫານແຂວງວຽງຈັນ
ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຢ້ຽມຢາມ ແລະ
ພົບປະໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຢູ່ກອງບັນຊາການທະຫານແຂວງວຽງຈັນ
ວັນທີ 12 ກຸມພາ 2025 ນີ້, ສະຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເຄື່ອນໄຫວຢ້ຽມຢາມ ແລະ
ພົບປະໂອ້ລົມຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຢູ່ກອງບັນຊາການທະຫານແຂວງວຽງຈັນ. ໂດຍການຕ້ອນຮັບຂອງ ສະຫາຍ ພົນ
ຈັດຕະວາ ບຸນຜອງ ບຸດທະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ພະ
ນັກງານຫຼັກແຫຼ່ງ, ກົມກອງອ້ອມຂ້າງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ບຸນຜອງ ບຸດທະວົງ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານຮອບດ້ານ ຢູ່ກອງບັນຊາການທະຫານ
ແຂວງວຽງຈັນ. ໃນໄລຍະຜ່ານມາ ເຖິງແມ່ນວ່າສະພາບເສດຖະກິດພົບຄວາມຫຍຸ້ງຍາກສົ່ງຜົນກະທົບໂດຍກົງຕໍ່ວຽກງານ ປກຊ-ປກສ ເເຕ່ເຖິງ
ຢ່າງໃດກໍຕາມພາຍໃຕ້ການຊີ້ນໍາຈາກຄະນະພັກກະຊວງປ້ອງກັນປະເທດ ເເລະ ອົງການປົກຄອງທ້ອງຖິ່ນ ບວກກັບຄວາມບຸກບືນສູ້ຊົນ ຂອງຄະ
ນະພັກຄະນະບັນຊາ, ຄວາມສາມະຄີເປັນຈິດໜຶ່ງໃຈດຽວ ຂອງຄະນະພັກເເຕ່ລະຂັ້ນ ຈຶ່ງເຮັດໃຫ້ບັນດາໜ້າວຽກງານທີ່ໄດ້ຮັບມອບໝາຍຕິດພັນ
ກັບ 4 ໜ້າທີ່ໃຫຍ່ 26 ເເຜນງານໄດ້ຮັບການຈັດຕັ້ງປະຕິບັດ ເເລະ ມີຜົນສໍາເລັດຢ່າງສູງ. ສະຫາຍ ພົນຕີ ສອນທອງ ພົມລາວົງ ໄດ້ຕີລາຄາສູງຕໍ່
ຜົນງານທີ່ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ, ພ້ອມທັງ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ
ແຕ່ລະຂັ້ນ ພ້ອມກັນສືບຕໍ່ເຮັດວຽກງານຮັບປະກັນສະຖຽນນະພາບທາງດ້ານການເມືອງ, ເປັນເຈົ້າການໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ
ຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ, ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ ເປັນເຈົ້າການຕອບຕ້ານ
ທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກ, ທັບມ້າງໜໍ່ແໜງທີ່ກໍ່ໃຫ້ເກີດຄວາມບໍ່ສະຫງົບ ເພື່ອເຮັດໃຫ້ສະພາບພາຍໃນຂອບ
ເຂດທີ່ຕົນຮັບຜິດຊອບ ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ. ໄປພ້ອມກັນນັ້ນ, ກໍຕ້ອງເອົາໃຈໃສ່ປັບປຸງແບບແຜນວິທີເຮັດ
ວຽກຂອງຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນໃຫ້ສອດຄ່ອງກັບໜ້າວຽກຕົວຈິງ, ເປັນເຈົ້າການເຮັດວຽກງານສຶກສາອົບຮົມການເມືອງ-ນຳພາແນວ
ຄິດ ໃຫ້ພະນັກງານ, ສະມາຊິກພັກ ແລະ ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ສືບຕໍ່ປັບປຸງກໍ່ສ້າງກຳລັງ
ທຸກເຫຼົ່າຮົບໃຫ້ມີຄວາມເຂັ້ມແຂງ, ສຸມໃສ່ສ້າງພະລາທິການກັບທີ່ເພື່ອຮັບປະກັນ ເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນ
ເອງ, ສືບຕໍ່ປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ, ພ້ອມກັນເຮັດສຳເລັດໜ້າທີ່ອັນມີກຽດທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້.
ແຫຼ່ງຂ່າວໂດຍ ເລມ໋ອນ
ວັນທີ 18/02/2025