ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ ກະຊວງປ້ອງກັນປະເທດ


ພິທີປະກາດການເລື່ອນຊັ້ນ ໃຫ້ນາຍທະຫານຂັ້ນສູງ ກະຊວງປ້ອງກັນປະເທດ

    ພິທີປະກາດການເລື່ອນຊັ້ນ ໃຫ້ນາຍທະຫານຂັ້ນສູງ ກະຊວງປ້ອງກັນປະເທດ ໄດ້ຈັດຂຶ້ນໃນວັນທີ 14 ພະຈິກ 2025 ນີ້,  ໂດຍການເຂົ້າ
ຮ່ວມເປັນປະທານຂອງ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງ
ປະທານປະເທດ ແຫ່ງ ສປປ ລາວ, ມີການນໍາກະຊວງປ້ອງກັນປະເທດ, ຄະນະນໍາກົມໃຫຍ່, ພະນັກງານຫຼັກແຫ່ງທີ່ໄດ້ຮັບຊັ້ນໃໝ່ ເຂົ້າຮ່ວມ.

     ສະຫາຍ ສຸລິຍາ ພົມມີສິດ ວ່າການຫົວໜ້າກົມຄຸ້ມຄອງພະນັກງານ ໄດ້ຜ່ານດໍາລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນນາຍທະ
ຫານຊັ້ນພົນຕີ ຂຶ້ນຊັ້ນ ພົນໂທ, ຊັ້ນພົນຈັດຕະວາ ຂຶ້ນຊັ້ນພົນຕີ ແລະ ຊັ້ນພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ແລະ ຜ່ານດໍາລັດຂອງນາຍົກລັດຖະມົນ
ຕີ ແຫ່ງ ສປປ ລາວ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານ ຊັ້ນພັນໂທ ຂຶ້ນຊັ້ນພັນເອກ. ປະທານປະເທດ  ແລະ ນາຍົກລັດຖະມົນຕີ ແຫ່ງ ສາ
ທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກດໍາລັດ ເລື່ອນຊັ້ນ ພົນຕີ ຂຶ້ນຊັ້ນ ພົນໂທ ຈໍານວນ 2 ສະຫາຍຄື: ສະຫາຍ ພົນຕີ ວົງສອນ ອິນ
ປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ. ເລື່ອນຊັ້ນ ພົນຈັດຕະວາ ຂຶ້ນຊັ້ນ ພົນຕີ 6 ສະຫາຍຄື: ສະຫາຍ ພົນຈັດຕະວາ
ຈັນດີ ສຸລິວົງສັກ ຫົວໜ້າກົມໃຫຍ່ພະລາທິການກອງທັບ, ສະຫາຍ ພົນຈັດຕະວາ ຈອມເພັດ ໄຊຍະສຸກ ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ສະ
ຫາຍ ພົນຈັດຕະວາ ແສງມະນີວອນ ຄໍາມະນີ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະ
ທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ສະຫາຍ ພົນຈັດຕະວາ ສີພອນໄຊ ຄໍາທອງເຫວີນ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ
ແລະ ສະຫາຍ ພົນຈັດຕະວາ ກົງທອງ ສຸຂະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ເລື່ອນຊັ້ນ ພັນເອກ ຂຶ້ນຊັ້ນ ພົນຈັດຕະວາ ຈໍານວນ
28 ສະຫາຍ ແລະ ເລື່ອນຊັ້ນພັນໂທ ຂຶ້ນຊັ້ນພັນເອກ ຈໍານວນ 32 ສະຫາຍ.

     ສະຫາຍ ບຸນທອງ ຈິດມະນີ  ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານທີ່ພະນັກງານການນໍາກະຊວງປ້ອງກັນປະເທດ ຍາດມາໄດ້
ໃນໄລຍະຜ່ານມາ, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍທີ່ໄດ້ຮັບການເລື່ອນຊັ້ນໃໝ່ ກໍ່ຄືພະນັກງານຂັ້ນສູງທົ່ວກອງທັບ ສືບຕໍ່ກຳແໜ້ນແນວທາງ
ນະໂນບາຍຂອງພັກ, ເປັນເຈົ້າການຊີ້ນໍາ-ບັນຊາ ໃນທຸກດ້ານຂົງເຂດວຽກງານຂອງກອງທັບ, ເປັນຕົ້ນແມ່ນທາງດ້ານແນວຄິດການເມືອງໃຫ້ໜັກ
ແໜ້ນ, ສືບຕໍ່ຮັກສາມູນເຊື້ອຄຸນງາມຄວາມດີຂອງພັກ, ຄຸນສົມບັດສິນທຳປະຕິວັດ, ເປັນເຈົ້າການຜັນຂະຫຍາຍມະຕິ, ຄໍາສັ່ງຂອງພັກ-ກົດໝາຍ
ຂອງລັດ, ປັບປຸງລະບຽບແບບແຜນການຄຸ້ມຄອງ, ປະຕິບັດວຽກງານ ປະສານສົບທົບເຊິ່ງກັນ ແລະ ກັນ ພາຍໃນ ແລະ ເພື່ອນມິດຮ່ວມຍຸດທະ
ສາດ ໃຫ້ແນບແໜ້ນ, ສອດຄ່ອງ, ມີປະຊາທິປະໄຕເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານ ສືບຕໍ່ນຳພາ-ຊີ້ນໍາກອງທັບປະຊາຊົນລາວ ໃຫ້
ນັບມື້ເຂັ້ມແຂງ, ກ້າວໜ້າ ແລະ ທັນສະໄໝສາມາດເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ພ້ອມເຮັດສໍາເລັດໜ້າທີ່ການ
ເມືອງໃນໄລຍະໃໝ່.

ແຫຼ່ງຂ່າວໂດຍ ພຸດທະພອນ
ວັນທີ 17/11/2025