ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໂຮງຮຽນທະຫານຊາຍແດນ 712 ເປີດສົກຮຽນ 2025-2026


ສະຫາຍ ພົນຈັດຕະວາ ສີ ທະວີໄຊ ກຳມະການຄະນະພັກກະຊວງປ້ອງກັນປະເທດ ​ເປັນ​ປະທານ

    ວັນທີ 16 ກັນຍາ 2025 ນີ້, ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີ ເປີດສົກຮຽນ 2025-2026 ໂດຍການເປັນປະທານ ຂອງ ສະ
ຫາຍ ພົນຈັດຕະວາ ສີ ທະວີໄຊ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າການເມືອງ ກອງບັນຊາການທະຫານຊາຍແດນ, ມີຕາງ
ໜ້າບັນດາກົມ, ຫ້ອງການ, ຄະນະພັກ-ຄະນະອໍານວຍການ, ແຂກຖືກເຊີນ, ພະນັກງານ ຄູ-ອາຈານ ຕະຫຼອດຮອດນັກຮຽນ-ນັກສຶກສາ ເຂົ້າຮ່ວມ.

     ສະຫາຍ ພັນຕີ ກອງມີ ໄຊຍະຫວັດ ຮອງຫົວໜ້າພະແນກອົບຮົມ-ກໍ່ສ້າງ ໂຮງຮຽນທະຫານ ຊາຍແດນ 712 ໄດ້ຜ່ານແຜນການອົບຮົມ-ຫັດ
ແອບ ແລະ ຂໍ້ຕົກລົງ, ຄຳສັ່ງຂອງກົມໃຫຍ່ເສນາທິການກອງທັບ ວ່າດ້ວຍການເປີດກໍ່ສ້າງນາຍທະຫານຊັ້ນກາງ ສາຂາວິຊາຄຸ້ມຄອງຊາຍແດນ ຊຸດທີ
4 ຈຳນວນ 40 ສະຫາຍ, ບໍາລຸງພະນັກງານບັນຊາຂັ້ນໝວດ, ກອງຮ້ອຍທະຫານຊາຍແດນ ຊຸດທີ 7 ຈຳນວນ 50 ສະຫາຍ, ກໍ່ສ້າງນາຍສິບທະຫານ
ຊາຍແດນ ຊຸດທີ 8 ຈຳນວນ 75 ສະຫາຍ ແລະ ກໍ່ສ້າງນາຍສິບສືບຂ່າວທະຫານຊາຍແດນ ຊຸດທີ 3 ຈຳນວນ 40 ສະຫາຍ. ສຳລັບນັກຮຽນໃນສົກ
ຮຽນ 2025-2026 ມີຈຳນວນທັງໝົດ 205 ສະຫາຍ. ຈຸດປະສົງ ເພື່ອແນໃສ່ຮັບປະກັນຈັດຕັ້ງປະຕິບັດແຜນການກໍ່ສ້າງນາຍສິບຕາມໂຄງການຫຼັກ
ສູດກໍ່ສ້າງນາຍສິບທະຫານຊາຍແດນ ລະບົບ 1 ປີ ຂອງກົມໃຫຍ່ເສນາທິການກອງທັບວາງອອກ, ເພື່ອກໍ່ສ້າງປັບປຸງທະຫານຊາຍແດນໃຫ້ມີລະດັບ
ຄວາມຮູ້ ຄວາມສາມາດທາງດ້ານວິຊາສະເພາະ, ມີຄວາມໜັກແໜ້ນທາງດ້ານແນວຄິດ-ການເມືອງ, ມີຄວາມສາມາດ ຕອບສະໜອງໄດ້ຕາມຄວາມ
ຮຽກຮ້ອງຕ້ອງການ ຂອງໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ, ແນໃສ່ເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດ
ວຽກຂອງພະນັກງານບັນຊາ ຂັ້ນໝູ່ໃຫ້ເປັນລະບົບ ແລະ ມີວິທະຍາສາດ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ສີ ທະວີໄຊ ໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ຄະນະພັກ-ຄະນະອໍານວຍການ, ພະນັກງານ, ຄູ-ອາຈານ ຈົ່ງພ້ອມ
ກັນສືບຕໍ່ປັບປຸງໂຄງການຫຼັກສູດການຮຽນ-ການສອນໃຫ້ມີຄຸນນະ ພາບ, ຮຽກຮ້ອງໃຫ້ນັກຮຽນ-ນັກສຶກສາ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່
ໜ້າທີ່ການເມືອງຂອງຕົນ ເຂົ້າໃນການຄົ້ນຄວ້າຮ່ຳຮຽນ ແລກປ່ຽນຄວາມຮູ້ນຳຄູ-ອາຈານ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃຫ້ມີຄຸນສົມບັດສິນທຳປະຕິ
ວັດ, ມີຄຸນທາດການເມືອງໜັກແໜ້ນ, ປະຕິບັດກົດລະບຽບຂອງກອງທັບ ແລະ ໂຮງຮຽນວາງອອກຢ່າງເຂັ້ມງວດ ເພື່ອສ້າງຕົນເອງໃຫ້ກາຍເປັນພະນັກ
ງານສືບທອດທີ່ດີຂອງກອງທັບ.

ແຫຼ່ງຂ່າວໂດຍ ໄຊສະຫວາດ ສົມ​ພັນທະ​ມິດ
ວັນທີ 17/09/2025