ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ສະຫຼຸບການກໍ່ສ້າງໜ່ວຍພັກ
ປອດໃສ ເຂັ້ມແຂງ ໜັກແໜ້ນ ປີ 2025


ສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ,
ຫົວໜ້າກົມໃຫຍ່ເສນາທິການກອງທັບ ​​ເປັນ​ປະທານ

     ວັນທີ 14 ສິງຫາ 2026 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາ
ປີ 2025 ແລະ ວາງທິດທາງແຜນການ ປະຈໍາປີ 2026 ໂດຍການເປັນປະທານ ຂອງສະຫາຍ ພົນໂທ ສາຍໃຈ ກົມມະສິດ ກຳມະການສູນ
ກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະພັກອົງການກົມໃຫຍ່ເສນາທິການ
ກອງທັບ, ຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ພະນັກງານສະມາຊິກພັກເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ບົວຄໍາ ສາມາວົງ ກຳມະການຄະນະພັກກົມໃຫຍ່, ຫົວໜ້າຫ້ອງການເມືອງ ກົມໃຫຍ່ເສນາທິການກອງທັບ
ໄດ້ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ຂອງຄະ
ນະພັກກົມໃຫຍ່ເສນາທິການກອງທັບ, ເຊິ່ງຍົກໃຫ້ເຫັນດ້ານດີ, ດ້ານອ່ອນຂໍ້ຄົງຄ້າງ ແລະ ບາງບົດຮຽນທີ່ຖອດຖອນໄດ້ຄື: ໃນ 1 ປີຜ່ານມາ
ດ້ານຄຸນທາດການເມືອງ: ຖັນແຖວພະນັກງານ-ສະມາຊິກພັກ ມີອຸດົມການທາງດ້ານການເມືອງ, ຍຶດໝັ້ນອຸດົມການສັງຄົມນິຍົມ, ມີທັດສະ
ນະຫຼັກໝັ້ນຊົນຊັ້ນຈຳແນກໄດ້ມິດ ແລະ ສັດຕູຈະແຈ້ງ, ຕ້ານໄດ້ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ,
ຕໍ່ພັກ ແລະ ຕໍ່ປະຊາຊົນ, ປະກອບສ່ວນເຂົ້າໃນການປົກປັກຮັກສາພັດທະນາປະເທດຊາດ ແລະ ຫ້າວຫັນປະຕິບັດໜ້າທີ່ດ້ວຍຄວາມຮັບຜິດ
ຊອບສູງ, ດ້ານຄຸນສົມບັດສິນທຳປະຕິວັດ: ສະມາຊິກພັກ ມີນໍ້າໃຈເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນ ສະແດງອອກໃນການປະຕິບັດຄໍາສັ່ງ
ຫັນພາວະກຽມພ້ອມສູ້ຮົບ ແລະ ວຽກງານເຄື່ອນໄຫວເຮັດໃຫ້ສະພາບໃນຂອບເຂດກົມກອງຮັບຜິດຊອບມີຄວາມສະຫງົບ, ສືບຕໍ່ຮັກສາມູນ
ເຊື້ອ ແລະ ນໍ້າໃຈຮັກຊາດ, ກຽມພ້ອມຮັບເອົາທຸກໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງໄດ້ມອບໝາຍໃຫ້, ບໍ່ລັງເລ ທໍ້ຖອຍຕໍ່ຄວາມຫຍຸ້ງຍາກ
ໃດໆ, ມີຄວາມດຸໝັ່ນອົດທົນ, ສັດຊື່, ປະຢັດ, ປອດໃສ ແລະ ມີລະບຽບວິໄນດີ ແລະ ເຄົາລົບ ລະບຽບ, ກົດໝາຍ, ມີຄວາມສາມັກຄີພາຍໃນ
ດີ, ດ້ານແນວຄິດ: ມີແນວຄິດການເມືອງໜັກແໜ້ນ, ມີຄວາມເປັນເອກະພາບສູງຕໍ່ແນວທາງປ່ຽນແປງໃໝ່ ຂອງພັກ, ປົກປ້ອງແນວທາງແຜນ
ນະໂຍບາຍຂອງພັກ, ສະກັດກັ້ນຕ້ານໄດ້ແນວຄິດຢາກໃຫ້ມີຫຼາຍພັກ, ຫຼາຍເຄົ້າ, ຈຸ້ມເຈື້ອ, ພັກພວກ, ກຸ່ມກ້ອນ, ພະຍາດອາດຍາສິດ, ເອກະ
ຊົນ, ແນວຄິດສວຍໂອກາດສໍ້ລາດບັງຫຼວງສວຍໃຊ້ໜ້າທີ່ຫາຜົນປະໂຫຍດສ່ວນຕົວ ແລະ ແນວຄິດອະຄະຕິອື່ນໆ ໄດ້ທັນເວລາ, ດ້ານການຈັດ
ຕັ້ງ: ມີສະຕິຕໍ່ການຈັດຕັ້ງ, ເຄົາລົບ ແລະ ປະຕິບັດຂໍ້ກຳນົດ, ກົດລະບຽບຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ,
ກົດໝາຍປ້ອງກັນຊາດ, ກົດໝາຍນາຍທະຫານໄດ້ຢ່າງເຂັ້ມງວດ, ມີສະຕິເຂົ້າຮ່ວມເຄື່ອນໄຫວດໍາເນີນຊີວິດການເມືອງຂອງຈຸພັກ, ໜ່ວຍພັກ
ແລະ ເສຍເງິນສະຕິພັກຖືກຕ້ອງຕາມກົດລະບຽບຂອງພັກທັນເວລາ, ດ້ານແບບແຜນນໍາພາ-ວິທີເຮັດວຽກ ໄດ້ຍຶດໝັ້ນໃນການປະຕິບັດຫຼັກ
ການລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ມອບໝາຍໃຫ້ບຸກຄົນຮັບຜິດຊອບ, ຢ່າງຈະແຈ້ງ, ນໍາພາຕາມແຜນການ, ຕາມມະຕິ ມີ
ການຊຸກຍູ້ຕິດຕາມ, ກວດກາ, ສະຫຼຸບຖອດຖອນບົດຮຽນ ແລະ ລາຍງານໃຫ້ຂັ້ນເທິງເປັນປົກກະຕິ, ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ:
ບັນດາຄະນະພັກ, ສະມາຊິກພັກໄດ້ເປັນແບບຢ່າງໃນການນໍາພາປະຕິບັດໜ້າທີ່ການເມືອງຂອງຕົນ ທີ່ໄດ້ມອບໝາຍ, ເປັນຕົ້ນແມ່ນການນໍາ
ພາຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ມີຜົນສຳເລັດ ແລະ ມີບັນຍາກາດຟົດຟື້ນ,
ການສະກັດກັ້ນ ແລະ ແກ້ໄຂສະພາບປະກົດການຫຍໍ້ທໍ້ພາຍໃນໄດ້ທັນເວລາ. ນອກນີ້, ບັນດາວຽກງານອື່ນໆ ກໍໄດ້ຮັບການນໍາພາຈັດຕັ້ງປະຕິ
ບັດສໍາເລັດຕາມແຜນການ ຂອງບັນດາກົມ, ຫ້ອງການ ແລະ ບັນດາກົມກອງຮາກຖານ ທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບ. ພ້ອມດຽວ
ກັນນີ້, ຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງກັນປະເທດວ່າດ້ວຍການຮັບຮອງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ບັນດາ
ກົມກອງທີ່ຂຶ້ນກັບ ຄະນະພັກກົມໃຫຍ່ເສນາທິການກອງທັບ ປະຈໍາປີ 2025 ແລະ ມອບໃບຢັ້ງຢືນໃຫ້ບັນດາກົມກອງຢ່າງສົມກຽດ.

     ໂອກາດນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສໍາເລັດ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ
ໜັກແໜ້ນ ໃນປີຜ່ານມາ ພ້ອມທັງຮຽກຮ້ອງໃຫ້ຄະນະພັກແຕ່ລະຂັ້ນ ຕະຫຼອດຮອດສະມາຊິກພັກ ຈົ່ງພ້ອມກັນສືບຕໍ່ເຮັດວຽກງານສຶກສາອົບ
ຮົມການເມືອງ-ນໍາພາແນວຄິດ ໃຫ້ຕໍ່ເນື່ອງ, ປັບປຸງແບບແຜນວິທີເຮັດວຽກໃຫ້ຮັດກຸມ ແລະ ມີປະສິດທິພາບ, ປະຕິບັດຫຼັກການລວມສູນປະ
ຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບຢ່າງຈະແຈ້ງ, ມີການສໍາຫຼວດກວດກາ, ດໍາເນີນຊີວິດການເມືອງ
ພາຍໃນຮາກຖານພັກ, ໜ່ວຍພັກ, ຈຸພັກໃຫ້ເປັນປົກກະຕິ, ເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ຄົ້ນຄວ້າຮໍ່າຮຽນ
ໃຫ້ຮອບດ້ານ ເພື່ອນຳມາພັດທະນາຕົນເອງ ແລະ ວຽກງານທີ່ຕົນຮັບຜິດຊອບ ໃຫ້ດີຂຶ້ນກວ່າເກົ່າ, ປະຕິບັດຂໍ້ກຳນົດ, ກົດລະບຽບຂອງກອງທັບ
ຢ່າງເຂັ້ມງວດ, ສ້າງຄວາມສາມັກຄີພາຍໃນ, ພາຍນອກໃຫ້ເປັນປຶກແຜ່ນແໜ້ນໜາ ເພື່ອເຮັດສໍາເລັດໜ້າທີ່ຕາມການມອບໝາຍ ຂອງຂັ້ນເທິງ.

ແຫຼ່ງຂ່າວໂດຍ ຈອນນີ້
ວັນທີ 17/08/2026