ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປາຖະກະຖາມູນເຊື້ອ ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ
ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ


ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ວັນທີ 16 ກໍລະກົດ 2024 ນີ້, ຫ້ອງການສະຫະພັນແມ່ຍິງກອງທັບ ໄດ້ຈັດຕັ້ງປາຖະກະຖາມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍ
ຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍີງລາວ ຄົບຮອບ 69 ປີ (20 ກໍລະກົດ 1955-20 ກໍລະກົດ 2024), ໂດຍການເປັນປະທານຂອງ ສະຫາຍ
ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີສະຫາຍ ພັນເອກ ນາງ ໄພວອນ ອິນ
ທະບຸດ ຄະນະບໍລິຫານງາຍສູນກາງສະຫະພັນແມ່ຍິງລາວ, ຫົວໜ້າຫ້ອງການສະຫະພັນແມ່ຍິງກອງທັບ, ມີຄະນະພັກ-ຄະນະບັນຊາ, ຄະນະນໍາສະ
ຫະພັນແມ່ຍິງ ບັນດາກົມ, ກອງ, ຫ້ອງການ ແລະ ສະມາຊິກສະຫະພັນແມ່ຍິງ ເຂົ້າຮ່ວມ.

     ໃນພິທີ ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ສະໝັກຫຼີ້ນຈາກ 7 ກົມກອງ ດ້ວຍບັນຍາກາດຟົດຟຶ້ນ ແລະ ມ່ວນຊື່ນ. ຈາກນັ້ນ, ສະ
ຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ກໍໄດ້ຂຶ້ນຫວນຄືນມູນເຊື້ອການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນ ຂອງອົງ
ການຈັດຕັ້ງສະຫະພັນແມ່ຍີງລາວ ຕະຫຼອດໄລຍະ 69 ປີຜ່ານມາ. ເຊິ່ງອົງການຈັດຕັ້ງສະຫະພັນແມ່ຍິງລາວ ໄດ້ເລີ່ມມາຈາກບັນດາໜ່ວຍຍຸວັນນາ
ລີ, ໜ່ວຍແມ່ນັກຮົບ, ໜ່ວຍເອື້ອຍນັກຮົບ  ທີ່ໄດ້ກໍາເນີດຂຶ້ນແຕ່ຕົ້ນສະໄໝຕໍ່ຕ້ານຈັກກະພັດລ່າເມືອງຂຶ້ນເປັນຕົ້ນມາ. ຮອດວັນທີ 22 ມີນາ 1955
ພັກປະຊາຊົນລາວ ກໍໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຮັບຜິດຊອບໂດຍກົງຕໍ່ພາລະກໍາປະຫວັດສາດ ຂອງການປະຕິວັດລາວ ແລະ ພັກ ກໍໄດ້ເອົາໃຈໃສ່
ຢ່າງຈົດຈໍ່ຕໍ່ການປຸກລະດົມຂົນຂວາຍ, ກໍ່ສ້າງແມ່ຍິງ ໃຫ້ມີຄວາມຕື່ນຕົວປະກອບສ່ວນພາລະກິດປະຕິວັດ ແລະ ຖືເອົາແມ່ຍິງເປັນພາກສ່ວນໜຶ່ງໃນ
ກໍາລັງແຮງຂອງພັກ. ມາໃນວັນທີ 20 ກໍລະກົດ 1955 ພັກໄດ້ຈັດຕັ້ງໜ່ວຍຄົ້ນຄວ້າວຽກງານແມ່ຍິງຂຶ້ນຢ່າງເປັນທາງການ (ເຊິ່ງເປັນຕົ້ນກໍາເນີດ ຂອງ
ອົງການຈັດຕັ້ງສະຫະພັນແມ່ຍີງລາວໃນປັດຈຸບັນ) ພາຍຫຼັງໄດ້້ຮັບການສ້າງຕັ້ງຂຶ້ນ ສະຫະພັນແມ່ຍີງ ກໍໄດ້ອຸທິດຕົນຕໍ່ສູ້ຄຽງບ່າຄຽງໄຫຼ່ກັບເພດຊາຍ
ຕ້ານຈັກກະພັດລ່າເມືອງຂຶ້ນທັງແບບເກົ່າ ແລະ ໃໝ່ ເພື່ອພະລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລາກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ
ຊາດ ໃນປັດຈຸບັນ. ເຊິ່ງການປາຖະກະຖາໃນຄັ້ງນີ້, ກໍເພື່ອເປັນການສຶກສາອົບຮົມ ໃຫ້ເອື້ອຍນ້ອງແມ່ຍິງ ໄດ້ຮັບຮູ້ ແລະ ເຂົ້າໃຈຄວາມໝາຍຄວາມ
ສຳຄັນຂອງວັນດັ່ງກ່າວ, ເພຶ່ອສຶກສາອົບຮົມ ໃຫ້ພະນັກງານທັງຍິງ-ຊາຍ ຮຸ່ນສືບທອດ ໄດ້ຮັບຮູ້ປະຫວັດຄວາມເປັນມາ ຂອງວັນສ້າງຕັ້ງສະຫະພັນແມ່
ຍິງລາວ ແລະ ເປັນບ່ອນອີງໃຫ້ແກ່ຄວາມສະເໝີພາບໃນການດຳລົງຊີວິດ ລະຫວ່າງ ຍິງ-ຊາຍ ຢູ່ໃນຄອບຄົວ ແລະ ສັງຄົມ, ເພຶ່ອຫຼີກເວັ້ນການໃຊ້
ຄວາມຮຸນແຮງຕໍ່ແມ່ຍິງໃນທຸກຮູບແບບ.

     ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ກໍໄດ້ເນັ້ນໜັກຕໍ່ຜູ້ເຂົ້າຮ່ວມທັງຍິງ-ຊາຍ ຈົ່ງພ້ອມກັນນຳເອົາເນື້ອໃນຈິດໃຈ ຂອງການປາຖະກະຖາຄັ້ງນີ້
ໄປໝູນໃຊ້ເຂົ້າໃນຊີວິດປະຈຳວັນ ແລະ ໜ້າທີ່ວຽກງານຕົວຈິງ ຂອງກົມກອງຢ່າງປະດິດສ້າງໃຫ້ໄດ້ຮັບໝາກຜົນ ເພື່ອສ້າງກົມກອງຂອງຕົນ ໃຫ້ມີ
ບາດກ້າວຫັນປ່ຽນອັນໃໝ່, ຕັ້ງໜ້າປັບປຸງແບບແຜນວິທີເຮັດວຽກ ແລະ ການດຳລົງຊີວິດທີ່ດີ, ຕ້ານທຸກລັກສະນະແນວຄິດບໍ່ດີໃນທຸກຮູບແບບທີ່ີເປັນ
ການລະເມີດສິດສະເໝີພາບ ລະຫວ່າງ ຍິງ-ຊາຍ, ຕັ້ງໜ້າສຶກສາອົບຮົມເອື້ອຍນ້ອງແມ່ຍິງໃນກົມກອງຂອງຕົນ ໃຫ້ເປັນເຈົ້າການສືບຕໍ່ເຝິກຝົນຫຼໍ່ຫຼອມ
ຕົນເອງເປັນແບບຢ່າງແກ່ມະຫາຊົນ ທາງດ້ານຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມສາມັກຄີເປັນເອກະພາບພາຍໃນ, ສາ
ມັກຄີກັບປະຊາຊົນບັນດາເຜົ່າ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປະຕິບັດໜ້າທີ່ວຽກງານຕ່າງໆຂອງກົມກອງ, ເພື່ອເປັນການຍົກສູງບົດບາດ
ຂອງແມ່ຍິງຕໍ່ໜ້າທີ່ການເມືອງຂອງກົມກອງ ໃຫ້ສູງຂຶ້ນລື່ນເກົ່າ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 17/07/2024