ກອງປະຊຸມ ລາຍງານ ແລະ ຂໍທິດຊີ້ນໍາການກະກຽມດໍາເນີນ
ກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX
ວັນທີ 16 ມິຖຸນາ 2025 ນີ້, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງ
ທັບ, ຜູ້ຊີ້ນຳອົງການຈັດຕັ້ງມະຫາຊົນ, ມີຄະນະຊີ້ນໍາ, ຄະນະອະນຸກໍາມະການ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ສະຫາຍ ພັນເອກ ຫົງທອງ ສີຊານົນ ຫົວໜ້າຫ້ອງການຊາວໜຸ່ມກອງທັບ ໄດ້ລາຍງານໂດຍຫຍໍ້ຄວາມຄືບໜ້າ ກໍຄືການປະຕິບັດໜ້າວຽກ
ຂອງບັນດາອະນຸກຳມະການ ກ່ຽວກັບຄວາມພ້ອມດ້ານເນື້ອໃນ, ແຜນງົບປະມານ, ວຽກງານການປ້ອງກັນ, ວຽກງານໂຄສະນາ-ສື່ສານມວນຊົນ
ແລະ ວຽກງານຮັບປະກັນດ້ານຕ່າງໆ ເພື່ອຮັບປະກັນໃຫ້ແກ່ບັ້ນດໍາເນີນກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ບັນລຸໄດ້ຕາມ
ລະດັບຄາດໝາຍທີ່ວາງໄວ້. ຈາກນັ້ນ, ບັນດາອະນຸກໍາມະການ ໄດ້ພ້ອມກັນປະກອບຄໍາເຫັນ ເພື່ອປັບປຸງແກ້ໄຂຂອດທີ່ຍັງບໍ່ທັນສອດຄ່ອງໃຫ້
ເໝາະສົມ ເພື່ອຮັບປະກັນເຮັດໃຫ້ການດໍາເນີນກອງປະຊຸມໃຫຍ່ ຜູ້ແທນຊາວໜຸ່ມທົ່ວກອງທັບ ຄັ້ງທີ IX ໄດ້ຮັບໝາກຜົນອັນຈົບງາມ.
ໂອກາດນີ້, ສະຫາຍ ພົນຕີ ໄພວັນ ຈັນທະພົມມາ ໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສຳຄັນ ພ້ອມທັງ ເນັ້ນໃຫ້ແຕ່ລະພາກສ່ວນ ຍົກສູງ
ຄວາມຮັບຜິດຊອບ, ກະກຽມຄວາມພ້ອມໃນທຸກດ້ານເຄື່ອນໄຫວຕາມພາລະບົດບາດຂອງຕົນ ເພື່ອຮັບປະກັນໃຫ້ແກ່ການດໍາເນີນກອງປະຊຸມ
ໃຫຍ່ຜູ້ແທນຊາວໝຸ່ມທົ່ວກອງທັບຄັ້ງທີ IX ໄປຕາມວາລະທີ່ໄດ້ກໍານົດໄວ້ ມີຜົນສໍາເລັດຕາມຈຸດປະສົງ ແລະ ຕາມເເຜນການ.
ແຫຼ່ງຂ່າວໂດຍ ໄຊສະຫວາດ
ວັນທີ 17/06/2025