ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງ ສະພາວິທະຍາສາດ-ປະຫວັດສາດ
ການທະຫານຂັ້ນຮາກຖານ ຢູ່ໂຮງຮຽນນາຍສິບເຫຼົ່າຮົບ


ສະຫາຍ ພັນເອກ ປອໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ​ເປັນ​ປະທານ

    ວັນທີ 16 ມີນາ 2026 ນີ້, ຢູ່ໂຮງຮຽນາຍສິບເຫຼົ່າຮົບ ໄດ້ຈັດທີພິທີປະກາດການແຕ່ງຕັ້ງ ສະພາວິທະຍາສາດ-ປະຫວັດສາດ ການທະ
ຫານຂັ້ນຮາກຖານຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປອ ໂພນທອງ ພັນຈະເລີນພົນ ຮອງຫົວໜ້າກົມວິທະຍາສາດ-ປະ
ຫວັດສາດ ການທະຫານ, ມີສະຫາຍ ພັນເອກ ພອນສະຫວັນ ສຸລິສັກ ຫົວໜ້າການເມືອງໂຮງຮຽນາຍສິບເຫຼົ່າຮົບ, ມີຄະນະພັກ-ຄະນະ
ບັນຊາ ອຳນວຍການໂຮງຮຽນ, ຄະນະຫ້ອງ, ພະແນກການ, ຂະແໜງວິທະຍາສາດ-ປະຫວັດສາດ ການທະຫານ ຕະຫຼອດຮອດພາກສ່ວນ
ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນໂທ ໄຊຍະເພັດ ພົມຜາສຸກ ຫົວໜ້າພະແນກການເມືອງ ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຜ່ານຂໍ້ຕົກ
ລົງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງສະພາວິທະຍາສາດ-ປະຫວັດສາດ ການທະຫານ ຂັ້ນຮາກຖານ ຢູ່ໂຮງຮຽນນາຍສິບເຫຼົ່າ
ຮົບ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກການຈັດຕັ້ງນຳພາ-ບັນຊາໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນຮອບ
ດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ກະຊວງປ້ອງກັນປະເທດ ຕົກລົງ ແຕ່ງຕັ້ງ ສະຫາຍ ພົນຈັດຕະ
ວາ ພູວຽງ ສອນສົມໃຈ ຫົວໜ້າການທະຫານໂຮງຮຽນ ເປັນປະທານ, ສະຫາຍ ພັນເອກ ສົມພັນ ພີມມະວົງ ຮອງຫົວໜ້າການເມືອງໂຮງ
ຮຽນ ເປັນຮອງປະທານ, ສະຫາຍ ພັນຕີ ນາງ ພານຄຳ ຄຳແສງ ຮອງຫົວໜ້າພະແນກວິທະຍາສາດ-ປະຫວັດສາດ ການທະຫານ ເປັນຜູ້ປະ
ຈຳການ, ສະຫາຍ ພັນເອກ ລັດສະໜີ ແສງດາວັນ ຮອງຫົວໜ້າການທະຫານໂຮງຮຽນ ເປັນຄະນະ, ສະຫາຍ ພັນເອກ ອ່າງຄຳ ກຸຫຼາບວົງ
ຫົວໜ້າຫ້ອງພະລາທິການ ຮັບຜິດຊອບວຽກງານພະລາທິການ ເປັນຄະນະ, ສະຫາຍ ພັນໂທ ມອນທອງ ອິນຄຳພັນ ຮອງຫົວໜ້າຫ້ອງເຕັກ
ນິກ ຮັບຜິດຊອບວຽກງານເຕັກນິກ ເປັນຄະນະ, ສະຫາຍ ພັນໂທ ບຸນມາ ວົງວິໄຊ ຫົວໜ້າຫ້ອງການ ເປັນຄະນະ, ສະຫາຍ ພັນໂທ ສົມວັນ
ດວງສົນທິ ຫົວໜ້າພະແນກເສນາ ເປັນຄະນະ ແລະ ສະຫາຍ ພັນໂທ ດາວເຮືອງ ເຮືອງຂັນສີ ຫົວໜ້າພະແນກການເງິນເປັນຄະນະ.

ແຫຼ່ງຂ່າວໂດຍ ເຄນຫຼ້າ+ປານຄຳ
ວັນທີ 17/03/2026