ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດຊຸດອົບຮົມວຽກງານໄອທີ ໃຫ້ພະນັກງານວິຊາການ ກົມ ວສ-ປສ
ການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ


ພິທີ ເປີດຊຸດອົບຮົມວຽກງານໄອທີໄລຍະສັ້ນ ກຳນົດເວລາ 30 ວັນ ໃຫ້ພະນັກງານວິຊາການ ຈາກກົມ
ວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ

    ວັນທີ 15 ກັນຍາ 2025 ນີ້, ຢູ່ວິທະຍາຄານເຕັກນິກການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ຈັດພິທີ ເປີດຊຸດ
ອົບຮົມວຽກງານໄອທີໄລຍະສັ້ນ ກຳນົດເວລາ 30 ວັນ ໃຫ້ພະນັກງານວິຊາການ ຈາກກົມ ວິທະຍາສາດ-ປະຫວັດສາດ (ວສ-ປສ) ການທະຫານ
ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຈຳນວນ 10 ສະຫາຍ ໂດຍການເຂົ້າຮ່ວມ ຂອງ ສະຫາຍ ພົນຈັດຕະວາ ເຈືອງ ເຊີນ ນາມ ຮອງຫົວ
ໜ້າອໍານວຍການວິທະຍາຄານເຕັກນິກການທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ, ມີສະຫາຍ ພັນໂທ ຄຳຊຽນ ປະທຸມທອງ
ຮອງຫົວໜ້າຫ້ອງການທີ່ປຶກສາທູດ ປ້ອງກັນຊາດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ. ສະຫາຍ ຮອງຫົວໜ້າວິທະຍາຄານເຕັກນິກການ
ທະຫານ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ໄດ້ໃຫ້ເຫັນຄວາມໝາຍຄວາມສຳຄັນ ຂອງຊຸດອົບຮົມຄັ້ງນີ້ ໂດຍຕອບສະໜອງຕາມ
ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໄອທີ ໃນສະພາບການປັດຈຸບັນເຂົ້າໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມແຜນການ
ສ້າງພະນັກງານ ຂອງສອງກະຊວງປ້ອງກັນປະເທດ ໃຫ້ປະກົດຜົນເປັນຈິງ.

     ໂອກາດດຽວກັນ, ສະຫາຍ ຮອງຫົວໜ້າຫ້ອງການທີ່ປຶກສາທູດ ປ້ອງກັນຊາດ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ຮຽກຮ້ອງມາ
ຍັງນັກອົບຮົມໄອທີໃນຄັ້ງນີ້ ຈົ່ງຕັ້ງໃຈສຶກສາຮໍ່າຮຽນເອົາບົດຮຽນທີ່ພາກສ່ວນກ່ຽວຂ້ອງກະກຽມສິດສອນໃຫ້ໄດ້ຮັບຜົນສູງ, ແລກປ່ຽນ ຖອດ
ຖອນບົດຮຽນເອົາແບບແຜນວິທີເຮັດວຽກ ພ້ອມກັນປະຕິບັດລະບຽບວິໄນຂອງວິທະຍາຄານ ແລະ ນຳເອົາບົດຮຽນໄປນຳໃຊ້ເຂົ້າໃນວຽກງານຕົວ
ຈິງ, ຮັບປະກັນໃຫ້ຊຸດອົບຮົມຄັ້ງນີ້ ປະສົບຜົນສຳເລັດດ້ວຍຄວາມປອດໄພເປັນຢ່າງດີ ພ້ອມທັງອວຍພອນສາຍພົວພັນຮ່ວມມືສອງຊາດ, ສອງ
ກອງທັບ ໃຫ້ມີຄວາມໝັ້ນຄົງທະນົງແກ່ນຕະຫຼອດໄປ.

ແຫຼ່ງຂ່າວໂດຍ ສອນໄຊ
ວັນທີ 16/09/2025