ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດລົບລ້າງແຈ້ງການກ່ຽວກັບການປ່ຽນແປງຂັ້ນຕໍາແໜ່ງບັນຊາ
ຢູ່ ກອງບັນຊາການທະຫານອາກາດ


    ພິທີປະກາດລົບລ້າງ ແຈ້ງການກ່ຽວກັບການປ່ຽນແປງ ຂັ້ນຕໍາແໜ່ງບັນຊາຢູ່ ກອງບັນຊາການທະຫານອາກາດໄດ້ຈັດຂຶ້ນໃນວັນທີ 12 ກັນຍາ
2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ
ກັນປະເທດ, ມີ ສະຫາຍ ພົນຕີ ຄໍາເຫຼັກ ແສງພະຈັນ ຜູ້ບັນຊາການທະຫານອາກາດ, ມີຕາງໜ້າ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ຄະນະພັກ
-ຄະນະບັນຊາ ກອງບັນຊາການທະຫານອາກາດ, ກອງພັນໃຫຍ່ 702, 703 ແລະ ພະແນກການທີ່ກ້ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນໂທ ອິນທະນົງສິນ ວິໄລສຸກ ຮອງຫົວໜ້າພະແນກແຜນການຈັດຕັ້ງກໍາລັງ ກົມກໍາລັງພົນ ກົມໃຫຍ່ເສນາທິການກອງທັບ ໄດ້ຜ່ານ
ແຈ້ງການ ລົບລ້າງສະບັບເລກທີ 2483/ກປທ, ລົງວັນທີ 05 ເມສາ 2024, ອີງຕາມແຜນຍຸດທະສາດຂອງກະຊວງປ້ອງກັນປະເທດສະບັບເລກ
ທີ 2773/ກປທ, ລົງວັນທີ 24 ມິຖຸນາ 2021 ວ່າດ້ວຍການປັບປຸງກໍ່ສ້າງກໍາລັງໃນກອງທັບ ດ້ານການຈັດຕັ້ງ ແລະ ການປະກອບຈໍານວນພົນ ແຕ່
ປີ 2021-2025 (ສະປັບປັບປຸງ) ແລະ ອີງຕາມມະຕິຕົກລົງຂອງຄະນະປະຈໍາພັກກະຊວງປ້ອງກັນປະເທດ ກ່ຽວກັບການປ່ຽນແປງຂັ້ນຕໍາແໜ່ງບັນ
ຊາໃນການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງບັນຊາການທະຫານອາກາດ ໃຫ້ກັບມາຮັກສາຊື່ເອີ້ນ ແລະ ຂັ້ນບັນຊາໄວ້ໃນລະດັບເກົ່າຄື: ກອງ
ບັນຊາການທະຫານອາກາດ ມີຂັ້ນຕໍາແໜ່ງບັນຊາທຽບເທົ່າຂັ້ນ 4 ( ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຮອງຫົວໜ້າກົມໃຫຍ່ເຕັກນິກ
ກອງທັບ, ຮອງຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ, ຫົວໜ້າຫ້ອງການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ,
ຫົວໜ້າກົມ 213, ຫົວໜ້າອົງການໄອຍະການທະຫານຂັ້ນສູງ, ປະທານສານທະຫານຂັ້ນສູງ, ຫົວໜ້າສະຖາບັນວິທະຍາສາດປ້ອງກັນຊາດ ແລະ
ຫົວໜ້າສະຖາບັນການຮ່ວມມືສາກົນປ້ອງກັນຊາດ) ພ້ອມນັ້ນຍັງໄດ້ລົບລ້າງຂໍ້ຕົກລົງສະບັບເລກທີ 6451/ກປທ, ລົງວັນທີ 22 ພະຈິກ 2023 ວ່າ
ດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກອງບັນຊາການທະຫານອາກາດ (ສະບັບປັບປຸງ) ຕື່ມອີກ.

     ໂອກາດນີ້, ສະຫາຍ ພົນໂທ ສຈ ປອ ວົງຄໍາ ພົມມະກອນ ກໍ່ໄດ້ມີຄໍາເຫັນໂອ້ລົມພ້ອມທັງຊີ້ແຈ້ງຫຼາຍບັນຫາສໍາຄັນຕໍ່ກອງປະຊຸມ ແລະ ທັງ
ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ ຈົ່ງພ້ອມກັນສືບຕໍ່ຊີ້ນໍາ-ນໍາພາ ປັບປຸງ ກອງບັນຊາການທະຫານກາດ ໃຫ້ເຕີບໃຫຍ່ເຂັ້ມແຂງ ແລະ
ມີລະບຽບແຜນແບບທັນສະໄໝ.

ແຫຼ່ງຂ່າວໂດຍ ກທອ
ວັນທີ 16/09/2024