ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຊັນສັນຍາຊື້-ຂາຍເຄື່ອງນຸ່ງຫົ່ມ ຮັບໃຊ້ໃນກອງທັບ ປະຈຳປີ 2026


ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ,
ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ
ເປັນ​ປະທານ ພິທີ​ເຊັນ​ສັນຍາ​ຊື້-ຂາຍ ​ເຄື່ອງນຸ່ງ​ຮົ່​ມຄັ້ງ​ວັນ​ທີ 12/06/2026

    ພິທີ ເຊັນສັນຍາຊື້-ຂາຍເຄື່ອງນຸ່ງຫົ່ມ ຮັບໃຊ້ໃນກອງທັບ ປະຈຳປີ 2026 ລະຫວ່າງ ກົມອຸປະໂພກ-ບໍລິໂພກ ກົມໃຫຍ່ພະລາທິການ
ກອງທັບ ກັບ ບັນດາໂຮງງານ ແລະ ຫົວໜ່ວຍທຸລະກິດ ທີ່ສະໜອງເຄື່ອງນຸ່ງຫົ່ມຮັບໃຊ້ໃນກອງທັບ ຮ່ວງງົບປະມານ ປະຈຳປີ 2026 ໄດ້
ຈັດຂຶ້ນໃນ ວັນທີ 12 ມິຖຸນາ 2026 ນີ້, ທີ່ກົມໃຫຍ່ພະລາທິການກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ
ອິນທະວົງ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີ ຄະນະອະນຸກຳມະການຈັດ
ຊື້-ຈັດຈ້າງ, ກົມກອງໂຮງຈັກ-ໂຮງງານ, ຫົວໜ່ວຍທຸລະກິດ ແລະ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ໂດຍປະຕິບັດຕາມຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍແຜນການງົບປະມານຈັດຊື້ວັດຖຸອຸປະໂພກ ປະຈໍາປີ 2026, ທັງ
ສອງຝ່າຍ ໄດ້ຜ່ານການປຶກສາຫາລື ແລະ ຕົກລົງເຫັນດີເປັນເອກະພາບກຳນົດເນື້ອໃນສັນຍາຈັດຊື້ເຄື່ອງນຸ່ງຫົ່ມຮັບໃຊ້ກອງທັບ ປະຈໍາປີ
2026 ເພື່ອປະກອບໃຫ້ກໍາລັງຫຼວງ-ກໍາລັງທ້ອງຖິ່ນໃນທົ່ວກອງທັບ. ຈາກນັ້ນ, ສະຫາຍ ພັນເອກ ຈັນທະລີ ວິຈິດ ຮອງຫົວໜ້າກົມອຸປະ
ໂພກ-ບໍລິໂພກ ກົມໃຫຍ່ພະລາທິການກອງທັບ ໄດ້ລົງນາມສັນຍາຊື້-ຂາຍເຄື່ອງນຸ່ງຫົ່ມ ກັບ ໂຮງງານ ແລະ ຫົວໜ່ວຍບໍລິສັດຢ່າງເປັນທາງ
ການ. ໂອກາດນີ້, ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ໄດ້ເນັ້ນໜັກໃຫ້ທຸກພາກສ່ວນ ຈົ່ງເປັນເຈົ້າການຍົກສູງຄວາມຮັບຜິດຊອບເຂົ້າ
ໃນໜ້າທີ່ວຽກງານວິຊາສະເພາະຢ່າງເຂັ້ມງວດ, ໂດຍສະເພາະດ້ານວິຊາການຈົ່ງເອົາໃຈໃສ່ຕິດຕາມ, ກວດກາ, ການຮັບເຄື່ອງເຂົ້າສາງ ແລະ
ເບີກຈ່າຍທຸກຄັ້ງ ຕ້ອງໄດ້ປະສານສົບກັບຂັ້ນເທິງຢ່າງເປັນປົກກະຕິ, ເຄື່ອງນຸ່ງຫົ່ມທີ່ຈະສະໜອງ ໃຫ້ກອງທັບຕ້ອງເປັນເຄື່ອງນຸ່ງຫົ່ມໃໝ່
100% ແລະ ຜະລິດອອກຈາກໂຮງງານ, ມີຄຸນນະພາບຕາມມາດຕະຖານເຕັກນິກ ທີ່ຝ່າຍຊື້ກຳນົດ, ມີການຫຸ້ມຫໍ່ຢ່າງດີຕາມລາຍການ
ເພື່ອເຮັດໃຫ້ສັນຍາຊື້-ຂາຍເຄື່ອງນຸ່ງຫົ່ມຂອງກອງທັບ ໃນຄັ້ງນີ້, ຖືກຕ້ອງຕາມລະບຽບກົດໝາຍ ແລະ ຕາມສັນຍາທີ່ລະບຸໄວ້ແຕ່ລະມາດ
ຕາຢ່າງເຂັ້ມງວດ, ທັນເວລາ, ຄົບຖ້ວນດ້ານຈໍານວນ, ມີຄຸນນະພາບທີ່ດີ ແລະ ສໍາເລັດຜົນຢ່າງຈົບງາມ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 16/06/2026