ສະຫຼຸບຖອດຖອນບົດຮຽນ ກັບຊ່ຽວຊານກະຊວງປ້ອງກັນປະເທດ ສສ ຫວຽດນາມ
ວັນທີ 14 ພຶດສະພາ 2025 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນລະຫວ່າງ
ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ແລະ ຊ່ຽວຊານກະຊວງປ້ອງກັນປະເທດຫວຽດນາມ, ພາຍຫຼັງ 2 ສະຫາຍ ຊ່ຽວຊານກະຊວງ
ປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ເຮັດສໍາເລັດໜ້າທີ່ຕາມແຜນການ ຂອງ 2 ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ, ໂດຍການເປັນ
ປະທານຂອງ ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ໂດຍມີຄະນະຫ້ອງການ,
ຫ້ອງຍຸດທະສາດ, ຫ້ອງຂໍ້ມູນ-ຂ່າວສານ ກົມວິທະຍາສາດ-ປະຫວັດສາດການທະຫານ ເຂົ້າຮ່ວມ.
ຜ່ານການປະຕິບັດໜ້າທີ່ ຕາມແຜນການຮ່ວມມືລະຫວ່າງ 2 ກະຊວງປ້ອງກັນປະເທດລາວ-ຫວຽດນາມປະຈຳປີ 2025 ທີ່ ກົມ ວິທະຍາ
ສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ສະເໜີ 2 ສະຫາຍ ຊ່ຽວຊານ ກະຊວງປ້ອງກັນປະເທດ ແຫ່ງ ສສ
ຫວຽດນາມ ມາຊ່ວຍດ້ານວິຊາສະເພາະວຽກງານຍຸດທະສາດ ແລະ ວຽກຂໍ້ມູນ-ຂ່າວສານເອເລັກໂຕຣນິກເປັນເວລາ 30 ວັນຮອດນີ້ ໄດ້ສໍາເລັດ
ຕາມແຜນການ. ໂອກາດນີ້, ຄະນະພັກ-ຄະນະບັນຊາກົມວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ
ໄດ້ຍ້ອງຍໍຊົມເຊີຍການປະຕິບັດພັນທະໜ້າທີ່ ຂອງບັນດາສະຫາຍຊ່ຽວຊານ ກະຊວງປ້ອງກັນປະເທດ ຫວຽດນາມ ທີ່ທຸ່ມເທ ເຫື່ອແຮງ, ສະຕິ
ປັນຍາ ຊ່ວຍເຫຼືອດ້ານວິຊາສະເພາະ ຂອງກົມ ຈົນສໍາເລັດຕາມແຜນການ, ພ້ອມທັງ ຈັດຕັ້ງກອງປະຊຸມສະຫຼຸບຖອດຖອນບົດຮຽນໃນໄລຍະຜ່ານ
ມາ ເພື່ອຮ່ວມມືກັນຊຸກຍູ້ສົ່ງເສີມສິ່ງທີ່ພວກເຮົາເຮັດໄດ້ ແລະ ຊອກຫາວິທີແກ້ໄຂ ສິ່ງທີ່ຍັງຄົງຄ້າງຕໍ່ການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຄັ້ງນີ້,
ພ້ອມທັງ ຍົກບັນຫາທີ່ຕ້ອງໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ເປັນຕົ້ນການອອກແຮງພັດທະນາເຄື່ອງມືຮັບໃຊ້ອຳນວຍຄວາມສະຫຼວກໃຫ້ກັບວຽກງານວິ
ຊາສະເພາະ, ການພັດທະນາຊັບພະຍາກອນມະນຸດຄຽງຄູ່ກັບວຽກງານຕົວຈິງ ແລະ ແບບແຜນວິທີເຮັດວຽກຈຳນວນໜຶ່ງໃຫ້ທ່ວງທັນກັບສະພາບ
ໃນປະຈຸບັນ.
ແຫຼ່ງຂ່າວໂດຍ ສອນໄຊ
ວັນທີ 16/05/2025