ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ປະສານທຸກພາກສ່ວນ
ໃຫ້ຂັ້ນເທິງສັງເກດການ ຄັ້ງທີ 2


ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ
ກອງທັບປະຊາຊົນລາວ, ​ເປັນຫົວໜ້າຄະນະຊີ້ນໍາການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ປະຈໍາປີ 2025

    ວັນທີ 13 ຕຸລາ 2025 ນີ້, ທີ່ ສະໜາມເຝິກຊ້ອມອ່າງນໍ້າຫຸມ ໄດ້ມີການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ກຳປູ
ເຈຍ-ລາວ-ຫວຽດນາມ ປະສານທຸກພາກສ່ວນໃຫ້ຂັ້ນເທິງສັງເກດການ ຄັ້ງທີ 2 ໂດຍມີ ທ່ານ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະ
ມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ຫົວໜ້າຄະນະຊີ້ນໍາການເຝິກຊ້ອມກອບກູ້ໄພ
ພິບັດຮ່ວມ 3 ກອງທັບ ປະຈໍາປີ 2025, ມີທ່ານ ພັນເອກ ຟ້າມ ວັນຢູ້ງ ຮອງຫົວໜ້າເສນາທິການ ທະຫານເຂດ 4, ຫົວໜ້າຄະນະ
ຊີ້ນໍາກອບກູ້ໄພພິບັດຮ່ວມ 3 ກອງທັບ ຝ່າຍຫວຽດນາມ, ທ່ານ ພັນເອກ ລົງ ກິມທຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການ
ທະຫານສູງສຸດ, ຫົວໜ້າຄະນະຊີ້ນໍາເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຝ່າຍກໍາປູເຈຍ, ມີຄະນະຊີ້ນໍາລວມ, ອະນຸກໍາມະ
ການຮັບປະກັນ, ນາຍ ແລະ ພົນທະຫານ ກໍາລັງເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ເຂົ້າຮ່ວມ.

     ພາຍຫຼັງທີ່ໄດ້ເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ໃຫ້ຂັ້ນເທິງສັງເກດການ ຄັ້ງທີ 1 ສະແດງຜ່ານໃຫ້ຄະນະຊີ້ນໍາ, ຄະ
ນະອະນຸກຳມະການຮັບຜິດຊອບໄດ້ປະກອບຄໍາຄິດເຫັນ, ຄະນະຊີ້ນໍາການເຝິກຊ້ອມພາກສະໜາມທັງ 3 ກອງທັບ ໄດ້ນໍາເອົາຄໍາຄິດ
ເຫັນ ຂອງຄະນະຊີ້ນໍາ ມາປັບປຸງແກ້ໄຂຂອດທີ່ຍັງຄົງຄ້າງໃຫ້ດີຂຶ້ນ ແລະ ເຕັມໄປດ້ວຍເນື້ອໃນ, ຄວາມໝາຍເລິກເຊິ່ງ ຮັບປະກັນໃຫ້
ມີຄວາມປອດໄພ 100% ໃນມື້ເຝິກຊ້ອມສະແດງຕົວຈິງໃຫ້ມີຜົນສໍາເລັດຢ່າງຈົບງາມ ຕາມແຜນທີ່ວາງໄວ້. ໂອກາດດັ່ງກ່າວ, ທ່ານ
ພົນຕີ ສາຍໃຈ ກົມມະສິດ ໄດ້ກ່າວວ່າ: ການເຝິກຊ້ອມກອບກູ້ໄພພິບັດຮ່ວມ ປະສານທຸກພາກສ່ວນໃນຄັ້ງນີ້ ເຫັນວ່າມີການປັບປຸງ
ແລະ ເຮັດໄດ້ດີຫຼາຍກວ່າທີ່ຜ່ານມາ, ການອອກຄໍາສັ່ງ ມີລັກສະນະຊັດເຈນ, ເດັດຂາດ, ການເຄື່ອນໄຫວແຕ່ລະຈັງຫວະຂອງແຕ່ລະ
ໜ່ວຍງານ ມີລັກສະນະຕໍ່ເນື່ອງ ແລະ ວ່ອງໄວ. ສ່ວນໜ່ວຍກູ້ໄພທາງບົກ ເຫັນວ່າແຕ່ລະຈັງຫວະມີລັກສະນະເຂັ້ມແຂງ ແລະ ສົມຈິງ.
ທັງໝົດການເຄື່ອນໄຫວຈັງຫວະການເຝິກຊ້ອມຮ່ວມໃນຄັ້ງນີ້ ເປັນຄັ້ງທີ 2 ໃນນາມຕາງໜ້າໃຫ້ຄະນະຊີ້ນໍາລວມ ການເຝິກຊ້ອມກອບ
ກູ້ໄພພິບັດຮ່ວມ 3 ກອງທັບ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄວາມອົດທົນໃນການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຢ່າງ
ສຸດໃຈ. ເພື່ອພ້ອມກັນສືບຕໍ່ໃນການເຝິກຊ້ອມ ເຮັດວຽກງານກະກຽມໃຫ້ແກ່ການເຝິກຊ້ອມສະແດງຈິງໃຫ້ 3 ລັດຖະມົນຕີກະຊວງ
ປ້ອງກັນປະເທດ ກຳປູເຈຍ-ລາວ-ຫວຽດນາມ ໄດ້ຮັບຊົມ ໃນວັນທີ 15 ຕຸລາ 2025 ຈຶ່ງຮຽກຮ້ອງໃຫ້ພ້ອມກັນສືບຕໍ່ກະກຽມຄື: ທຸກ
ພາກສ່ວນຕ້ອງດໍາເນີນການຕາມລໍາດັບແຕ່ລະບາດກ້າວ, ກໍາໄດ້ທິດສະດີ ແລະ ທຽບໃສ່ຈັງຫວະຂອງການເຄື່ອນໄຫວຕົວຈິງ ເພື່ອເຮັດ
ໃຫ້ສົມຈິງ ແລະ ອອກມາດີທີ່ສຸດ, ຕ້ອງປະຕິບັດຄໍາສັ່ງແຕ່ລະຈັງຫວະຂອງແຕ່ລະໜ່ວຍງານໃຫ້ມີຄວາມເຂັ້ມງວດ, ຊັດເຈນ, ເດັດຂາດ
ແລະ ມີຄວາມຄ່ອງແຄ່ວວ່ອງໄວຕາມກໍານົດເວລາ, ເອົາໃຈໃສ່ເພີ່ມທະວີໃນການປະສານງານ ໂດຍສະເພາະສູນບັນຊາ ຂອງແຕ່ລະໜ່ວຍ
ງານໃຫ້ມີຄວາມເຂັ້ມງວດ, ຊັດເຈນ, ເດັດຂາດ ແລະ ເອົາໃຈໃສທຸກການເຄື່ອນໄຫວຂອງທຸກໜ່ວຍງານໃຫ້ມີຄວາມປອດໄພເປັນຄວາມ
ຮັບຜິດຊອບສູງສຸດຂອງການເຝິກຊ້ອມກອບກູ້ໄພພິບັດຮ່ວມ 3 ກອງທັບ ຕ້ອງມີຄວາມປອດໄພ 100%

ແຫຼ່ງຂ່າວໂດຍ ສຸເວດ ສີດາຄໍາ
ວັນທີ 15/10/2025