ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບໂອ້ລົມພະນັກງານ
ຫຼັກແຫຼ່ງກອງບັນຊາການທະຫານແຂວງ
ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ
ວັນທີ 13 ພຶດສະພາ 2025 ນີ້, ຢູ່ທີ່ ສະໂມສອນ ກອງບັນຊາການທະຫານແຂວງຄໍາມ່ວນ,ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າ
ກົມໃຫຍ່ເສນາທິການກອງທັບ ພ້ອມຄະນະ ໄດ້ພົບປະໂອ້ລົມ ຄະນະພັກ-ຄະນະບັນຊາ, ພະນັກງານຫຼັກແຫຼ່ງ ກອງບັນຊາການທະຫານແຂວງຄໍາ
ມ່ວນ, ແຂວງສະຫວັນນະເຂດ, ແຂວງສາລະວັນ, ກອງພົນທີ 4, ກອງພັນໃຫຍ່ 644 ແລະ ກອງພັນໃຫຍ່ 619.
ໂອກາດນີ້, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ຍົກໃຫ້ຮູ້ສະພາບການ ຂອງໂລກ ແລະ ພາກພື້ນທີ່ມີການຜັນແປໄປຢ່າງໄວວາ ແລະ ສະ
ຫຼັບຊັບຊ້ອນເວົ້າສະເພາະແມ່ນສະພາບທີ່ເກີດຂຶ້ນພາຍໃນປະເທດ, ການຕ້ານ ແລະ ສະກັດກັ້ນປະກົດການຫໍ້ຍທໍ້ທາງສັງຄົມ ແລະ ສື່ສັງຄົມອອນ
ລອຍ ເປັນສິ່ງທີ່ປະສົບກັບບັນຫາທ້າທາຍທົດສອບຫຼາຍປະການ. ເພື່ອເຮັດສຳເລັດໜ້າທີ່ການເມືອງ ຂອງກົມກອງ ຄະນະພັກ-ຄະນະບັນຊາແຕ່ລະ
ຂັ້ນ, ພະນັກງານຫຼັກແຫຼ່ງແຕ່ລະສະຫາຍ ຕ້ອງເປັນເຈົ້າການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ພະນັກງານ-ນັກຮົບເປັນປະຈຳ ໂດຍຖືເອົາ
ການຈັດຕັ້ງດຳເນີນຊີວິດການເມືອງເປັນປົກກະຕິ ແລະ ຕໍ່ເນື່ອງ ເພື່ອໃຫ້ພະນັກງານ-ນັກຮົບ ມີຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງ
ນະໂຍບາຍຂອງພັກ, ຮູ້ຈຳແນກມິດ ແລະ ສັດຕູ ຈະແຈ້ງ ແລະ ສາມາດຕອບຕ້ານກົນອຸບາຍ, ເລລ່ຽມຂອງກຸ່ມຄົນບໍ່ຫວັງດີ ໄດ້ຢ່າງມີປະສິດທິຜົນ
ສູງ, ເອົາໃຈໃສ່ວຽກງານເຮັດໃຫ້ສະພາບມີຄວາມສະຫງົບ ໂດຍການປະສານສົມທົບແໜ້ນກັບພາກສ່ວນທີ່ກ່ຽວຂ້ອງ ເຄື່ອນໄຫວກວດກາສາລະເວ
ຕິດຕາມການເຄື່ອນໄຫວ ຂອງກຸ່ມຄົນບໍ່ຫວັງດີ ຕິດພັນກັບການຫັນລົງກໍ່ສ້າງຮາກຖານການເມືອງພັດທະນາຊົນນະບົດຮອບດ້ານ, ສຸມໃສ່ປັບປຸງກໍ່
ສ້າງກົມກອງໃຫ້ເຂັ້ມແຂງຮອບດ້ານ ໂດຍຕັ້ງໜ້າປະຕິບັດ 7 ລະບອບ 18 ວຽກ, ຂໍ້ກຳນົດ, ກົດລະບຽບຕ່າງໆ ຢ່າງເຂັ້ມງວດ, ປັບປຸງແບບແຜນວິທີ
ເຮັດວຽກຢ່າງມີວິທະຍາສາດ ບົນພື້ນຖານປະຕິບັດຕາມຫຼັກການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ມອບໝາຍວຽກໃຫ້ບຸກຄົນຮັບ
ຜິດຊອບ ພ້ອມທັງ, ມີການຊຸກຍູ້, ຕິດຕາມ, ກວດກາ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ມີຄວາມສາມັກຄີຮອບດ້ານ, ເອົາໃຈໃສ່ກໍ່ສ້າງພັກທັງ 4
ດ້ານ ໂດຍຖືເອົາຄຸນນະພາບເປັນກົກ, ກໍ່ສ້າງພະນັກງານ 3 ຮຸ່ນ ໂດຍອີງໃສ່ຄວາມຮູ້ ຄວາມສາມາດຕົວຈິງ ຕິດພັນກັບຂະບວນການກໍ່ສ້າງກົມກອງ
ໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ແລະ ຂະບວນການອື່ນໆ, ເອົາໃຈໃສ່ວຽກງານແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ໂດຍຍູ້ແຮງຂະບວນການ
ປູກຝັງ-ລ້ຽງສັດຢູ່ແຕ່ລະກົມກອງໃຫ້ຫຼາຍຂຶ້ນ ຕິດພັນກັບທິດຊີ້ນຳ ເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເພີ່ມທະວີ
ການຄຸ້ມຄອງປົກປັກຮັກສາ, ບົວລະບັດຜັດເຊັດພາຫະນະເຕັກນິກ, ອາວຸດ-ກະສຸນ ບໍ່ໃຫ້ເປ່ເພເສຍຫາຍໂດຍບໍ່ມີເຫດຜົນ ເພື່ອຮັບປະກັນກຽມ
ພ້ອມເຮັດສຳເລັດໜ້າທີ່, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ຂອງຕົນໃຫ້ສູງຂຶ້ນກວ່າເກົ່າ ເພື່ອພ້ອມກັນສ້າງກອງທັບປະຊາຊົນລາວ ໃຫ້
ເປັນກອງທັບປະຕິວັດ ມີລະບຽບແບບແຜນທັນສະໄໝ.
ແຫຼ່ງຂ່າວໂດຍ ວິໄລວອນ ພົມມະວົງສາ
ວັນທີ 15/05/2025