ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການແຕ່ງຕັ້ງຮອງຫົວໜ້າບັນດາສູນເສຍອົງຄະ ແລະ ຮອງຫົວໜ້າກອງພັນ 1.60


ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ
ເປັນ​ປະທານແຕ່ງຕັ້ງບັນດາຮອງຫົວໜ້າ ຂຶ້ນ​ກັບ​ສູນ​ເສຍ​ອົງຄະ ວັນທີ 14 ມັງກອນ 2026

    ວັນທີ 14 ມັງກອນ 2026 ນີ້, ກົມໃຫຍ່ການເມືອງກອງທັບ ໄດ້ປະກາດການແຕ່ງຕັ້ງ ຮອງຫົວໜ້າບັນດາສູນເສຍອົງຄະ ແລະ ຮອງຫົວ
ໜ້າກອງພັນ 1.60, ໂດຍການເປັນປະທານຂອງສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ,
ມີຄະນະພັກ-ຄະນະບັນຊາ, ຫ້ອງການ, ກອງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

     ສະຫາຍ ພັນໂທ ຄອນສະຫວັນ ແກ້ວທອນຈັນ ຫົວໜ້າພະແນກພະນັກງານ ຫ້ອງການເມືອງກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກ
ລົງ ກະຊວງປ້ອງກັນປະເທດ ແລະ ຂໍ້ຕົກລົງກົມໃຫຍ່ການເມືອງກອງທັບ ວ່າດ້ວຍ ການແຕ່ງຕັ້ງຮອງຫົວໜ້າບັນດາສູນເສຍອົງຄະ ແລະ ຮອງ
ຫົວໜ້າກອງພັນ 1.60, ໃນນີ້ໄດ້ ຕົກລົງແຕ່ງຕັ້ງ: ສະຫາຍ ພັນໂທ ສຸດໃຈ ຄໍາມະນີ ເປັນຮອງຫົວໜ້າສູນ ຮັບຜິດຊອບວຽກງານພະລາທິການ,
ທັງເປັນຫົວໜ້າພະແນກພະລາທິການ ສູນເສຍອົງຄະທຽມ 686, ສະຫາຍ ພັນໂທ ສຸລິຍາ ພົນລະມິດ ເປັນຮອງຫົວໜ້າສູນ ຮັບຜິດຊອບວຽກ
ງານພະລາທິການ-ເຕັກນິກ ສູນເສຍອົງຄະ 489 ແລະ ສະຫາຍ ພັນຕີ ສຸດດາວົງ ວິຈິດວົງສາ ເປັນຮອງຫົວໜ້າກອງພັນ ຮັບຜິດຊອບວຽກງານ
ພະລາທິການ-ເຕັກນິກ ກອງພັນ 1.60, ຈາກນັ້ນ, ສະຫາຍ ພັນໂທ ມະນີແສງ ກົມບຸດຕະວົງ ຫົວໜ້າພະແນກ ຈັດຕັ້ງພັກ ຫ້ອງການເມືອງ ກົມ
ໃຫຍ່ການເມືອງກອງທັບ ໄດ້ຜ່ານມະຕິຕົກລົງ ວ່າດ້ວຍການບົ່ງຕົວ, ແຕ່ງຕັ້ງປ່ຽນແທນກໍາມະການຄະນະພັກຮາກຖານ ກອງພັນ 1.60, ຄະນະ
ປະຈໍາພັກກົມໃຫຍ່ການເມືອງກອງທັບ ຕົກລົງບົ່ງຕົວແຕ່ງຕັ້ງ: ສະຫາຍ ພັນໂທ ດາວອນ ພົມມະແສນ ເປັນກໍາມະການຄະນະພັກຮາກຖານ ກອງ
ພັນ 1.60 ປ່ຽນແທນ ສະຫາຍ ພັນໂທ ສຸລິຍາ ພົນລະມິດ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ສູນເສຍອົງຄະ 489.

     ໂອກາດນີ້, ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ ກໍໄດ້ໂອ້ລົມ ແລະ ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບໜ້າທີ່ໃໝ່ ຕ້ອງຍົກ
ສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການນໍາພາ-ຊີ້ນໍາ, ສຸມໃສ່ປັບປຸງແບບແຜນນໍາພາ, ແບບແຜນວິທີເຮັດວຽກ, ບົນພື້ນຖານຫຼັກ
ການລວມສູນປະຊາທິປະໄຕ, ເຮັດວຽກເປັນໝູ່ຄະນະ, ແບ່ງປັນໃຫ້ບຸກຄົນຮັບຜິດຊອບ, ເອົາໃຈໃສ່ເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເພີ່ມທະ
ວີຄວາມສາມັກຄີພາຍໃນໃຫ້ເປັນປຶກແຜ່ນແໜ້ນໜາ, ສືບຕໍ່ປັບປຸງກໍ່ສ້າງກົມກອງໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ ເຮັດສໍາເລັດໜ້າທີ່ຕາມການຈັດ
ຕັ້ງຂັ້ນເທິງມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ອານຸສອນ ສິມວົງສາ
ວັນທີ 15/01/2026