ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະບໍລິຫານງານພັກອົງ ການກົມໃຫຍ່ພະລາທິການກອງທັບ
ສະຫຼຸບວຽກງານການນໍາພາຮອບດ້ານ


    ວັນທີ 14 ມັງກອນ 2024 ນີ້, ຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາ ວຽກ
ງານ ການນໍາພາຮອບດ້ານ ປະຈໍາ 6 ເດືອນທ້າຍປີ 2024 ແລະ ທິດທາງແຜນການ ປະຈໍາ 6 ເດືອນຕົ້ນປີ 2025. ໂດຍການເປັນປະທານ
ຂອງສະຫາຍ ພົນຕີ ຄໍາເພັດ ສີຊານົນ ກໍາມະການຄະນະປະຈໍາພັກກະຊວງປ້ອງກັນປະເທດ, ເລຂາຄະນະພັກອົງການກົມໃຫຍ່, ຫົວໜ້າກົມ
ໃຫຍ່ພະລາທິການກອງທັບ, ມີ ຄະນະບໍລິຫານງານພັກອົງການກົມໃຫຍ່, ຄະນະພັກຮາກຖານ, ໜ່ວຍພັກເອກະລາດ ແລະ ພະນັກງານທີ່
ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງເລຂາຄະນະພັກອົງການກົມໃຫຍ່, ຮອງ
ຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ຜ່ານບົດສະຫຼຸບຕີລາຄາການນໍາພາວຽກງານຮອບດ້ານ ປະຈໍາປີ 6 ເດືອນທ້າຍປີ 2024 ແລະ ທິດ
ທາງແຜນການ ປະຈໍາ 6 ຕົ້ນປີ 2025, ເຊິ່ງວຽກງານທີ່ໄດ້ສຸມໃສ່ ໃນໄລຍະ 6 ເດືອນທ້າຍປີ 2024 ຜ່ານມາ, ວຽກງານຮັບປະກັນໃຫ້ແກ່
ການເຄື່ອນໄຫວເຮັດໃຫ້ສະພາບມີຄວາມສະຫງົບ, ຄະນະພັກກົມໃຫຍ່ໄດ້ເອົາໃຈໃສ່ຊີ້ນຳບັນດາກົມ, ຫ້ອງການ, ກົມກອງ, ບໍລິສັດທີ່ຂຶ້ນກັບ
ກົມໃຫຍ່ພະລາທິການ ໃນຈັດຕັ້ງຮັບປະກັນພະລາທິການຮອບດ້ານ, ຕິດຕາມສະພາບການທີ່ຜັນແປໃນແຕ່ລະໄລຍະຢ່າງໃກ້ຊິດ, ກຽມພ້ອມ
ແລະ ຮັບປະກັນວັດຖຸພະລາທິການ, ການກອບກູ້ໄພພິບັດ, ການເຄື່ອນໄຫວແກ້ໄຂ ປະກົດການຫຍໍ້ທໍ້, ເຮັດໃຫ້ສະພາບມີຄວາມສະຫງົບ, ການ
ປ້ອງກັນພະຍາດ, ພະຍາດຕາມລະດູການຢູ່ທ້ອງຖິ່ນ ແລະ ກົມກອງໃຫ້ທັນເວລາ, ຮັບປະກັນເຮັດໃຫ້ທຸກໆກົມກອງທີ່ຂຶ້ນກັບກົມໃຫຍ່ພະລາ
ທິການ ມີຄວາມສະຫງົບປອດໄພ 100%, ໄດ້ເປັນເຈົ້າການເຜີຍແຜ່ເອກະສານຮັບປະກັນພະລາທິການກຽມພ້ອມສູ້ຮົບ ຊີ້ນໍາ-ຈັດຕັ້ງລົງເກັບກຳ,
ການຈັດຕັ້ງປະຕິບັດແຜນການກົມກອງຮາກຖານໄດ້ເປັນຢ່າງດີ, ຮັບປະກັນຄວາມປອດໄຟໃນການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ
75 ປີໄດ້ 100% ແລະ ວຽກງານດ້ານຕ່າງໆທີ່ປິ່ນອ້ອມແມ່ນມີຜົນສໍາເລັດເປັນຢ່າງສູງ.

ແຫຼ່ງຂ່າວໂດຍ ຄໍາປະສົງ ລາດຊະວົງ
ວັນທີ 15/01/2025