ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມກວດກາກອງທັບ ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ 2026


ສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ຫົວໜ້າກົມກວດກາກອງທັບ ​ເປັນ​ປະທານ ວັນທິ 13 ກໍລະກົດ 2026

    ໃນວັນທິ 13 ກໍລະກົດ 2026 ນີ້, ກົມກວດກາກອງທັບ ໄດ້ຈັດກອງປະຊຸມ ສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ
ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ແພງສີ ເສັງວິໄຊ ຫົວໜ້າກົມກວດ
ກາກອງທັບ, ມີບັນດາຄະນະພັກ-ຄະນະກົມ, ພະແນກການ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

     ສະຫາຍ ພັນຕີ ວົງວິເສດ ໄກຍະລາດ ຫົວໜ້າພະແນກຄົ້ນຄວ້າສັງລວມ ກົມກວດກາກອງທັບ ໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິ
ບັດວຽກງານຮອບດ້ານ ປະຈຳ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026, ເຊິ່ງຄະນະພັກ-ຄະນະກົມ ໄດ້ເປັນ
ເຈົ້າການໃນການຊີ້ນໍາ-ນໍາພາ, ສຶກສາອົບຮົມການເມືອງແນວຄິດ, ປະຕິບັດລະບອບດໍາເນີນຊີວິດການເມືອງ, ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມ
ບັນດາມະຕິ, ຄໍາສັ່ງຕ່າງໆ ຂອງຂັ້ນເທິງວາງອອກ ເຮັດໃຫ້ສະພາບພາຍໃນກົມ ມີຄວາມສະຫງົບໂດຍພື້ນຖານ; ພະນັກງານມີຄວາມຫ້າວ
ຫັນປະຕິບັດໜ້າທີ່ວຽກງານຕາມການມອບໝາຍຂອງການຈັດຕັ້ງດ້ວຍຄວາມຮັບຜິດຊອບສູງ. ເອົາໃຈໃສ່ປັບປຸງແບບແຜນນໍາພາ ແລະ ວິ
ທີເຮັດວຽກຕາມຫຼັກການຂອງພັກ, ປະຕິບັດລະບອບຫຼັກການ ລວມສູນປະຊາທິປະໄຕ ນໍາພາເປັນໝູ່ຄະນະ, ແບ່ງງານໃຫ້ບຸກຄົນຮັບຜິດ
ຊອບຢ່າງລະອຽດ, ເອົາໃຈໃສ່ກໍ່ສ້າງພະນັກງານ ສືບທອດປ່ຽນແທນ ຕາມທິດຊີ້ນຳຂອງຂັ້ນເທິງ, ຄະນະພັກໄດ້ເອົາໃຈໃສ່ນຳພາ-ຊີ້ນໍາ ແລະ
ອຳນວຍຄວາມສະດວກໃຫ້ແກ່ການເຄື່ອນໄຫວວຽກງານຂອງອົງ ການຈັດຕັ້ງມະຫາຊົນ ເຄື່ອນໄຫວຕາມພາລະບົດບາດ, ເຂົ້າຮ່ວມຂະບວນ
ການວຽກງານທີ່ຂັ້ນເທິງວາງອອກ, ນອກນັ້ນຍັງໄດ້ສ້າງຂະບວນການກິລາພາຍໃນກົມ ແລະ ກົມກອງອ້ອມຂ້າງເພື່ອຮັດແໜ້ນຄວາມສາມັກ
ຄີ ຢ່າງມີບັນຍາກາດຟົດຟື້ນ. ດ້ານການເຄື່ອນໄຫວວິຊາສະເພາະ ໄດ້ຕິດຕິດຕາມ, ກວດກາການຈັດຕັ້ງພັກ, ຄະນະພັກ, ສະມາຊິກພັກໃນ
ກອງທັບ ເພື່ອບໍ່ໃຫ້ມີປະກົດການລະເມີດ ຕໍ່ແນວທາງແຜນນະໂຍບາຍ, ມະຕິ, ຄຳສັ່ງ, ກົດລະບຽບພັກ, ກົດໝາຍຂອງລັດ ແລະ ຂອງກອງ
ທັບ; ຊຸກຍູ້ຄະນະພັກ-ຄະນະບັນຊາ ແລະ ຄະນະກວດກາແຕ່ລະຂັ້ນ ເປັນເຈົ້າການໃນການຕິດຕາມ, ກວດກາ ການຈັດຕັ້ງປະຕິບັດແນວທາງ
ນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຂໍ້ກຳນົດ, ກົດລະບຽບຂອງກອງທັບ.

     ໂດຍສຸມໃສ່ ການຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງອອກ, ກວດກາການປັບປຸງການຈັດຕັ້ງ
ແລະ ຈຳນວນພົນບັນດາກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ໃຫ້ຖືກຕ້ອງສອດຄ່ອງ; ເປັນເຈົ້າການໃນການຕິດຕາມ, ກວດ ກາການຄຸ້ມຄອງ,
ນໍາໃຊ້ງົບປະມານລາຍຮັບ-ລາຍຈ່າຍ, ປົກປັກຮັກສາພາຫະນະ, ອາວຸດກະສູນທີ່ຂັ້ນເທິງປະກອບໃຫ້; ຕິດຕາມ, ກວດກາ ສະກັດກັ້ນ ແລະ
ຕ້ານການສໍ້ລາດບັງຫຼວງຕາມກົດໝາຍທີ່ໄດ້ກຳນົດໄວ້ ໂດຍສຸມໃສ່ ຕິດຕາມ, ກວດກາຂົງເຂດທີ່ມີຄວາມສ່ຽງທີ່ອາດຈະພາໃຫ້ເກີດການສໍ້
ລາດບັງຫຼວງເປັນຕົ້ນ: ພາກສ່ວນຮັບຜິດຊອບວຽກ ງານເສດຖະກິດ-ການເງິນ, ການຄຸ້ມຄອງລາຍຮັບ-ລາຍຈ່າຍ, ການຈັດຊື້-ຈັດຈ້າງ, ບັນດາ
ໂຄງການລົງທຶນຂອງລັດ ແລະ ການປະຕິບັດນະໂຍບາຍຕ່າງໆ. ຈາກນັ້ນ ກອງປະຊຸມ ໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ ໃສ່
ເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການ ເພື່ອພ້ອມກັນນຳໄປຈັດຕັ້ງປະຕິບັດ ໃຫ້ປະກົດຜົນເປັນຈິງ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 14/07/2026