ກົມວິທະຍາສາດ-ປະຫວັດສາດ ການທະຫານ ມອບຫຼຽນກາລະນຶກ
70 ປີ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ພິທີປະດັບມອບຫຼຽນກາລະນຶກ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ
ທີ 13 ພຶດສະພາ 2025 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດພິທີປະດັບມອບຫຼຽນກາລະນຶກ ວັນສ້າງຕັ້ງພັກປະຊາຊົນ
ປະຕິວັດລາວ ຄົບຮອບ 70 ປີ (22 ມີນາ 1955- 22 ມີນາ 2025) ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ
ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍ ພະນັກງານ-ນັກຮົບ ເຂົ້າຮ່ວມ.
ສະຫາຍ ພັນໂທ ອຸເທບ ພົມມະເທດ ຮອງຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິ
ການສູນກາງພັກ ວ່າດ້ວຍການປະດັບຫຼຽນກາລະນຶກ 70 ປີ ວັນສ້າງພັກປະຊາຊົນປະຕິວັດລາວ ຕໍ່ຜູ້ທີ່ມີເງື່ອນໄຂມາດຖານຄົບຖ້ວນໃນພາລະກິດ
ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມເງື່ອນໄຂມາດຖານອາຍຸພັກ 30 ປີຂຶ້ນໄປ ຢູ່ກົມວິທະຍາສາດ-ປະຫວັດສາດ ການທະ
ຫານ ຜູ້ທີ່ໄດ້ຮັບປະກອບມີ 7 ສະຫາຍ ດັ່ງນີ້: ສະຫາຍ ພົນຈັດຕະວາ ປອ ຂວັນມິ່ງ ບິດາສັກ, ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ, ສະຫາຍ
ພັນເອກ ປອ ໂພນທອງ ພັນຈະເລີນພົນ, ສະຫາຍ ພັນເອກ ຄຳໄຊ ສະນີແກ້ວ, ສະຫາຍ ພັນເອກ ຄໍາໄມ ບົວຄໍາດີ, ສະຫາຍ ພັນໂທ ນວນຄໍາ ເທບ
ວົງໄຊ, ສະຫາຍ ພັນໂທ ຄຳຄ່ອງ ພູນສະຫວັນ ໂອກາດນີ້, ຍັງໄດ້ປະດັບຫຼຽນກາຢ່າງສົມກຽດ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 14/05/2025