ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ທຸມມາ ພົມມະທຳ ເປັນຫົວໜ້າການທະຫານ ກົມ 213


ສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງເລຂາຄະນະພັກກະຊວງ,
ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ເປັນປະທານ

    ພິທີປະກາດ ການແຕ່ງຕັ້ງຫົວໜ້າການທະຫານກົມ ແລະ ບົ່ງຕົວແຕ່ງຕັ້ງກຳມະການຄະນະບໍລິຫານງານພັກ,ກຳມະການຄະນະປະຈຳພັກ,
ຮອງເລຂາຄະນະພັກ ກົມ 213 ໄດ້ຈັດຂຶ້ນໃນວັນທີ 12 ພະຈິກ 2025, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ສາຍໃຈ ກົມມະສິດ ຮອງ
ເລຂາຄະນະພັກກະຊວງ, ຮອງລັດຖະ ມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຕາງໜ້າຄະນະກໍາມະການຫ້ອງ
ການ ປກຊ-ປກສ ສູນກາງ, ກົມກ່ຽວຂ້ອງ, ໂຮງຮຽນ, ກົມກອງຮາກຖານ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ.

     ສະຫາຍ ພັນເອກ ອິນພອນ ໄຊຍະສິດ ຮອງຫົວໜ້າກົມ ພະນັກງານ ກົມໃຫຍ່ການເມືອງກອງທັບ ຂຶ້ນຜ່ານດຳລັດຂອງນາຍົກລັດຖະມົນຕີ
ວ່າດ້ວຍການແຕ່ງຕັ້ງ ຫົວໜ້າການທະຫານ ກົມ 213 ກະຊວງປ້ອງກັນປະເທດ,ໂດຍອີງຕາມກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນ
ລາວ,ໃນນີ້ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ທຸມມາ ພົມມະທຳ ເປັນຫົວໜ້າການທະຫານ ກົມ 213 ຜູ້ໃໝ່,ຈາກນັ້ນ ໄດ້ຜ່ານມະຕິຕົກລົງ
ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການແຕ່ງຕັ້ງປ່ຽນແທນກຳມະການຄະນະບໍລິຫານງານພັກ, ກຳມະການປະຈຳພັກ ແລະ ຮອງເລຂາຄະນະ
ບໍລິຫານງານພັກ ກົມ 213, ໃນນີ້ຕົກລົງແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ທຸມມາ ພົມມະທຳ ເປັນກຳມະການບໍລິຫານງານພັກ, ກຳມະການຄະ
ນະປະຈຳພັກ, ທັງເປັນຮອງເລຂາຄະນະບໍລິຫານພັກ ກົມ 213 ປ່ຽນແທນ ສະຫາຍ ພົນຈັດຕະວາ ບົວວັນ ອາດຖະໜາໄຊ ທີ່ຍົກຍ້າຍໄປຮັບໜ້າ
ທີ່ໃໝ່ຢູ່ ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ. ພ້ອມດຽວກັນນີ້ ຍັງໄດ້ຜ່ານຂໍ້ຕົກລົງແຕ່ງຕັ້ງ ສະຫາຍ ພັນໂທ ໄຊເຈີ້ນ ຈັນທະລາ
ເປັນຫົວໜ້າຫ້ອງເສນາທິການ ກົມ 213 ຜູ້ໃໝ່ ປ່ຽນແທນ ສະຫາຍ ພັນເອກ ສິດ ພົມມະຂັນ ທີ່ຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ຫ້ອງການຄະນະກຳ
ມະການ ປກຊ-ປກສ ນະຄອນຫຼວງວຽງຈັນ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ສາຍໃຈ ກົມມະສິດ ໄດ້ມີຄໍາເຫັນໂອ້ລົມ ຫຼາຍບັນຫາ ສຳຄັນ ພ້ອມທັງຮຽກຮ້ອງໃຫ້ ສະຫາຍທີ່ໄດ້ຮັບ
ໜ້າທີ່ໃໝ່ ພ້ອມກັບຄະນະພັກ-ຄະນະແຕ່ລະຂັ້ນ ສືບຕໍ່ຄົ້ນຄວ້າເຊື່ອມຊຶມ ແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງຂອງຂັ້ນເທິງ ແລະ 4 ໜ້າ
ທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເພື່ອນໍາມາເປັນແນວທາງ ແລະ ບ່ອນອີງ ໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວ
ຈິງຂອງກົມກອງ, ສືບຕໍ່ເຮັດວຽກງານສຶກສາອົບຮົບການເມືອງ-ນຳພາແນວຄິດ ໃຫ້ທົ່ວເຖິງທຸກເປົ້າໝາຍ, ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່
ການເມືອງທີ່ໄດ້ຮັບມອບໝາຍ ແລະ ພ້ອມກັນພັດທະນາກົມກອງໃຫ້ນັບມື້ເຂັ້ມແຂງ.

ແຫຼ່ງຂ່າວໂດຍ ຈິດ ເພັດພູທອນ
ວັນທີ 13/11/2025