ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພົນທີ 4 ປາຖະກະຖາ 2 ວັນປະຫວັດສາດ


ສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ຫົວໜ້າການເມືອງ ກອງພົນທີ 4 ​ເປັນ​ປະ​ທານ ​ໃນວັນທີ 7 ຕຸລາ 2026

     ວັນທີ 7 ຕຸລາ 2026 ຜ່ານມານີ້, ກອງພົນທີ 4 ປາຖະກະຖາ 2 ວັນປະຫວັດສາດ ວັນຄູແຫ່ງຊາດ ຄົບຮອບ 32 ປີ (7 ຕຸລາ 1994-
7 ຕຸລາ 2026) ແລະ ວັນປະກາດເອກະລາດ ທົ່ວປະເທດ ຄົບຮອບ 81 ປີ (12 ຕຸລາ 1945-12 ຕຸລາ 2026), ໂດຍການເປັນປະທານ
ແລະ ປາຖະກະຖາ ຂອງສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ຫົວໜ້າການເມືອງ ກອງພົນທີ 4, ມີຄະນະພັກ-ຄະນະບັນຊາ
ກອງພົນ, ຫ້ອງ, ພະແນກການ, ກອງພັນ, ກອງຮ້ອຍ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ໃຈເພັດ ວົງແສນສົມ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນ ຂອງວັນຄູແຫ່ງ
ຊາດ ທີ່ຕິດພັນກັບການເຕີບໃຫຍ່ຂະຫຍາຍຕົວ ຂອງການປະຕິວັດລາວ ແລະ ປະຫວັດການເຄື່ອນໄຫວ ຂອງນາຍຄູຄໍາ ທີ່ນໍາພາປະຊາຊົນ
ລຸກຂຶ້ນຕ້ານການຮຸກຮານ ຂອງພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່, ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ ການສຶກສາ ຂອງ
ປະເທດລາວ ໄດ້ຮັບການພັດທະນາເປັນກ້າວໆ ແລະ ໄດ້ກໍານົດເອົາ ວັນທີ 7 ຕຸລາ ຂອງທຸກໆ ປີ ເປັນວັນຄູແຫ່ງຊາດ ເພື່ອເປັນການລະນຶກ
ເຖິງ ແລະ ສະແດງຄວາມກະຕັນຍູ, ຮູ້ບຸນຄຸນ ຕໍ່ຄູ-ອາຈານ. ພ້ອມທັງ ຍົກໃຫ້ເຫັນ ຄວາມໝາຍຄວາມສໍາຄັນ ຂອງວັນປະກາດເອກະລາດ
12 ຕຸລາ ເຊິ່ງເປັນໄຊຊະນະທີ່ມີຄວາມໝາຍປະຫວັດສາດທີ່ສໍາຄັນທີ່ສຸດ ເປັນເທື່ອທໍາອິດ ທີ່ປະຊາຊົນລາວບັນດາເຜົ່າ ໄດ້ກາຍເປັນເຈົ້າຂອງ
ປະເທດຊາດຢ່າງແທ້ຈິງ ເຊິ່ງໄຊຊະນະຄັ້ງນີ້ ບໍ່ໄດ້ເປັນພຽງໄຊຊະນະ ຂອງປະຊາຊົນລາວທັງຊາດ ແຕ່ຍັງເປັນໄຊຊະນະ ຂອງພັກ ແລະ ປະຊາຊົນ
ທັງ 3 ຊາດ ໃນອິນດູຈີນ ຕື່ມອີກ.

     ໃນພິທີ, ຍັງໄດ້ຜ່ານຂໍ້ຕົກລົງ ຂອງຫົວໜ້າກົມໃຫຍ່ການເມືອງກອງທັບ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານ ໃຫ້ນັກຮຽນທີ່ຮຽນ
ຈົບວິຊາສະເພາະ ຈາກສາຍລັດ ໃນນີ້, ປະດັບທຽບຊັ້ນຮ້ອຍໂທ ໃຫ້ນັກຮຽນ ຮຽນຈົບປະລິນຍາຕີ ແລະ ອະນຸປະລິນຍາ 10 ສະຫາຍ, ຊັ້ນສູງ
17 ສະຫາຍ ແລະ ປະດັບທຽບຊັ້ນຮ້ອຍຕີ ໃຫ້ນັກຮຽນຈົບຊັ້ນກາງ 2 ສະຫາຍ ແລະ ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ເສນາທິການ ກອງທັບ ວ່າ
ດ້ວຍການອະນຸມັດເລື່ອນຊັ້ນສິບເອກ ຂຶ້ນ ວາທີ ຈໍານວນ 109 ສະຫາຍ.

ແຫຼ່ງຂ່າວໂດຍ ພອນເທບ ຈອມມະນີວັນ
ວັນທີ 13/10/2026