ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ
ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ


    ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງ ກອງທັບປະຊາຊົນ
ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ ສສ ຫວຽດນາມ ຢ່າງເປັນທາງການ ໃນວັນທີ 11 ສິງຫາ
2025, ໂດຍໃຫ້ການຕ້ອນຮັບຈາກ ສະຫາຍ ພົນເອກ ຈິ້ງ ວັນ ກວ໊ຽດ ເລຂາທິການສູນກາງພັກຄອມມູນິດຫວຽດນາມ, ຄະນະປະຈໍາພັກ
ການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍ
ຄະນະ.

     ຫຼັງຈາກນັ້ນ, ໄດ້ພົບປະສອງຝ່າຍ ແລະ ກອງປະຊຸມໄດ້ທົບທວນຄືນໃນການຈັດຕັ້ງປະຕິບັດແຜນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ
ກັນ ລະຫວ່າງ ສອງກະຊວງປ້ອງກັນປະເທດ ເວົ້າລວມ, ເວົ້າສະເພາະ ສອງກົມໃຫຍ່ການເມືອງ ກອງທັບປະຊາຊົນລາວ-ຫວຽດນາມ, ສອງ
ຝ່າຍໄດ້ມີການແລກປ່ຽນຄະນະຜູ້ແທນຢ້ຽມຢາມເຮັດວຽກ ແລະ ຖອດຖອນບົດຮຽນ ແຕ່ຂັ້ນກົມໃຫຍ່ຮອດຂັ້ນວິຊາການ ຕາມແຜນການ
ຮ່ວມມື ປະຈໍາປີ 2024 ຢ່າງຄົບຖ້ວນ, ໄດ້ສືບຕໍ່ຈັດຕັ້ງປະຕິບັດແຜນອະນຸສັນຍາການຮ່ວມມື ປະຈໍາປີ 2025 ຢ່າງຕັ້ງໜ້າ, ທັງສອງຝ່າຍ
ເຫັນດີສືບຕໍ່ຈັດຕັ້ງປະຕິບັດແຜນການຮ່ວມມືໃນສົກ 2025-2026, ເຫັນດີສືບຕໍ່ແລກປ່ຽນຄະນະຜູ້ແທນ ໄປ-ມາຢ້ຽມຢາມ, ຖອດຖອນ
ບົດຮຽນເຊິ່ງກັນ ແລະ ກັນ, ກໍ່ສ້າງ-ບໍາລຸງ ແລະ ເຝິກອົບຮົມ ພະນັກງານ ໃຫ້ຝ່າຍລາວ, ກໍ່ສ້າງພະນັກງານດ້ານພາສາລາວ ໃຫ້ເພື່ອນສະຫາຍ
ຫວຽດນາມ, ໂຄສະນາແລກປ່ຽນວຽກງານຂ່າວສານ, ໜັງສືພິມ, ວິທະຍຸ, ໂທລະພາບ ແລະ ຮູບເງົາ, ຄົ້ນຄວ້າຍ້ອງຍໍສັນລະເສີນ ກົມກອງ
ລວມໝູ່, ບຸກຄົນ ທີ່ມີຜົນງານຊ່ວຍເຫຼືອກອງທັບປະຊາຊົນລາວ ຕາມສະພາບເງື່ອນໄຂຕົວຈິງ, ສືບຕໍ່ຮ່ວມມືຊອກຄົ້ນ ແລະ ນໍາສົ່ງອັດຖິທະ
ຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກັບຄືນພູມລໍາເນົາ ໃນສົກ 2025-2026 ໃຫ້ບັນ
ລຸຕາມຄາດໝາຍ, ສືບຕໍ່ປິ່ນປົວສຸຂະພາບ ໃຫ້ພະນັກງານ, ນາຍທະຫານລາວ ຢູ່ ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ແລະ ປິ່ນ
ປົວຊ່ຽວຊານການທະຫານ, ພະນັກງານ, ນັກຮົບຫວຽດນາມ ຢູ່ໂຮງໝໍ 103 ກອງທັບປະຊາຊົນລາວ, ສືບຕໍ່ແລກປ່ຽນຄະນະພັກແລ້ງ ລວມມີ:
ຄະນະຄອບຄົວນາຍທະຫານຂັ້ນສູງ ແລະ ຄະນະລວມໝູ່. ທັງນີ້, ເພື່ອເປັນການສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ
ແລະ ການຮ່ວມມືຮອບດ້ານ ທີ່ເປັນມູນເຊື້ອ ລະຫວ່າງ ສອງກົມໃຫຍ່ການເມືອງ ກອງທັບປະຊາຊົນ ລາວ-ຫວຽດນາມ ໃຫ້ມີບາດກ້າວຂະ
ຫຍາຍຕົວໃໝ່, ປະກອບສ່ວນອັນສໍາຄັນເຂົ້າໃນສາຍພົວພັນຮ່ວມມືຮອບດ້ານ, ຄວາມສາມັກຄີພິເສດ ໜຶ່ງບໍ່ມີສອງໃນໂລກ ລະຫວ່າງ ສອງພັກ,
ສອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ເຕີບໃຫຍ່ເຂັ້ມແຂງຍິ່ງໆ ຂຶ້ນ.

ແຫຼ່ງຂ່າວໂດຍ ຂກທ
ວັນທີ 13/08/2025