ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ຕ້ອນຮັບຫົວໜ້າສູນປະສານງານ
ປະເທດເພື່ອນບ້ານຂອງກອງທັບ ແຫ່ງ ຣາຊະອານາຈັກໄທ ເຂົ້າຢ້ຽມຂ່ຳນັບ
ວັນທີ 12 ກຸມພາ 2025 ນີ້, ທ່ານ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ຕ້ອນຮັບການ
ເຂົ້າຢ້ຽມຂໍ່ານັບ ຂອງທ່ານ ພົນເອກ ດິເຫຼກ ບົງການ ຫົວໜ້າສູນປະສານງານປະເທດເພື່ອນບ້ານ ຂອງກອງທັບ ແຫ່ງ ຣາຊະອານາຈັກໄທ ພ້ອມ
ດ້ວຍຄະນະ ເນື່ອງໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ.
ໂອກາດນີ້, ທ່ານ ພົນຕີ ວັນທອງ ບຸດຕະວົງ ໄດ້ສະແດງຄວາມຍິນດີຕ້ອນຮັບດ້ວຍໄມຕີຈິດມິດຕະພາບ ແລະ ຍົກໃຫ້ເຫັນເຖິງໝາກຜົນ
ຂອງການຮ່ວມມືລະຫວ່າງ ສອງປະເທດ ເວົ້າລວມ, ເວົ້າສະເພາະແມ່ນ ກະຊວງປ້ອງກັນປະເທດ ລາວ ແລະ ໄທ ໃນໄລຍະຜ່ານມາ, ພ້ອມທັງ
ຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ເຊິ່ງເປັນການປະກອບສ່ວນຮັດແໜ້ນສາຍພົວພັນລະຫວ່າງ ລາວ ແລະ ໄທ ຖານບ້ານໃກ້ເຮືອນຄຽງ
ທີ່ມີຊາຍແດນຕິດຈອດກັນ ພ້ອມທັງ ອວຍພອນໃຫ້ຫົວໜ້າສູນປະສານງານປະເທດເພື່ອນບ້ານ ຂອງກອງທັບ ແຫ່ງ ຣາຊະອານາຈັກໄທ ພ້ອມ
ຄະນະ ໃນການເດີນທາງມາຢ້ຽມຢາມ ສປປ ລາວໃນຄັ້ງນີ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ໂອກາດນີ້, ທ່ານ ພົນເອກ ດິເຫຼກ ບົງການ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ພ້ອມທັງລາຍງານກ່ຽວກັບການພັດທະ
ນາວຽກງານພາຍໃນຂອງຕົນ ແລະ ພ້ອມກັນ ທົບທວນຄືນເຖິງໝາກຜົນຂອງການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະຜ່ານມາ
ພ້ອມທັງວາງທິດທາງແຜນການຮ່ວມມືກັນໃນຕໍ່ໜ້າ ເຊິ່ງເຫັນວ່າສາຍພົວພັນການຮ່ວມມືລະຫວ່າງ ສອງຊາດ, ສອງກອງທັບ ລາວ-ໄທ ໄດ້ຮັບ
ການເສີມຂະຫຍາຍຂຶ້ນເປັນກ້າວໆ.
ແຫຼ່ງຂ່າວໂດຍ ສົມຄິດ ພູມມີຈິດ
ວັນທີ 13/02/2025