ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານ ທົ່ວກົມໃຫຍ່ເສນາທິການກອງທັບ
ປະຈຳໄຕມາດ II ຂອງບັນດາກົມກອງ ເຂດ IV


ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

    ກອງປະຊຸມສ່ອງແສງວຽກງານຮອບດ້ານ ທົ່ວກົມໃຫຍ່ເສນາທິການກອງທັບ ປະຈຳໄຕມາດ II ແລະ ທິດທາງແຜນການໄຕມາດ III ປີ 2025
ຂອງບັນດາກົມກອງເຂດ IV ໄດ້ຈັດຂຶ້ນໃນວັນທີ 11 ມິຖຸນາ 2025 ນີ້, ຢູ່ທີ່ ກອງພັນ 425 ໂດຍການເປັນປະທານ ຂອງສະຫາຍ ພົນຕີ ວັນທອງ
ບຸດຕະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີ ຄະນະຫ້ອງການ, ຄະພັກ-ຄະນະບັນຊາ
ກອງພັນ 425, ສູນສື່ສານ 2061, ໂຮງຮຽນ 205, ສູນບັນຊາ 761, ໂຮງງານແຜນທີ່ກອງທັບ, ກອງສໍາຫຼວດວັດແທກແຜນທີ່, ກອງກິລາກອງທັບ,
ສູນເຂົ້າ-ແກ້ລະຫັດກົດລັບ 986 ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ໃນກອງປະຊຸມ ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ໄດ້ຜັດປ່ຽນກັນຂຶ້ນຜ່ານບົດລາຍງານຕີລາຄາສະພາບການຈັດຕັ້ງປະຕິບັດໜ້າທີ່ວຽກ
ງານຮອບດ້ານປະຈຳໄຕມາດທີ lI ແລະ ວຽກງານບາງດ້ານທີ່ຍັງຄົງຄ້າງທີ່ຈະຕ້ອງໄດ້ສຸມໃສ່ໃນຕໍ່ໜ້າ ໂດຍສະເພາະແມ່ນເອົາໃຈໃສ່ປະຕິບັດຕາມ 5
ຫຼັກການ 3 ທິດຊີ້ນໍາຂອງພັກ, ບັນດາວຽກງານທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກ ກະຊວງປ້ອງກັນປະເທດວາງອອກ ເປັນຕົ້ນ:
ແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານລົງກໍ່ສ້າງຮາກຖານການເມືອງ ໂດຍຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາ
ແນວຄິດເປັນພື້ນຖານ ແລະ ດໍາເນີນຊີວິດການເມືອງເປັນປົກກະຕິ, ພ້ອມນັ້ນຍັງໄດ້ເອົາໃຈໃສ່ ກໍ່ສ້າງພັກ-ພະນັກງານເປັນໃຈກາງໃນການປະຕິບັດໜ້າ
ທີ່ການເມືອງແຕ່ລະກົມກອງໃຫ້ມີແບບແຜນວິທີເຮັດວຽກ, ຊີ້ນໍາ-ນໍາພາ ກົມກອງຍົກໃຫ້ເຫັນດ້ານດີ, ດ້ານອ່ອນ, ບາງຂໍ້ຄົງຄ້າງ ແລະ ວິທີແກ້ໄຂ ປະ
ຈຳໄຕມາດ II ໃຫ້ສອດຄ່ອງເຂົ້າໃນຂົງເຂດວຽກງານແຕ່ລະກົມກອງ, ສ້າງໃຫ້ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງ-ນໍາພາແນວຄິດ ແລະ
ເຂັ້ມແຂງທາງດ້ານການຈັດຕັ້ງ ເພື່ອຕອບສະໜອງໃນໜ້າທີ່ການເມືອງປະກອບສ່ວນເຂົ້າ ໃນ 2 ໜ້າທີ່ຍຸດທະສາດຂອງຊາດຄື: ປົກປັກຮັກສາ ແລະ
ສ້າງສາພັດທະນາປະເທດຊາດ.

     ສະຫາຍ ພົນຕີ ວັນທອງ ບຸດຕະວົງ ໄດ້ຮຽກຮ້ອງໃຫ້ບັນດາຄະນະພັກ-ຄະນະບັນຊາ ແຕ່ລະກົມກອງ ສືບຕໍ່ປະຕິບັດໜ້າທີ່ການເມືອງຂອງຕົນໃຫ້
ບັນລຸຄາດໝາຍ, ເອົາໃຈໃສ່ເຮັດໜ້າທີ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ບັນດາພະນັກງານ-
ນັກຮົບ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ປັບປຸງບູລະນະການຈັດຕັ້ງພາຍໃນກົມກອງໃຫ້ມີຄວາມເຂັ້ມແຂງ-ໜັກແໜ້ນ ສອດຄ່ອງກັບໜ້າທີ່ການ
ເມືອງວິຊາສະເພາະຂອງແຕ່ລະກົມກອງຕິດພັນກັບການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ການກໍ່ສ້າງກົມກອງ 3 ປອດ, ກອງນັກຮົບ
ວັດທະນະທຳ-ກົມກອງວັດທະນະທຳ, ການປັບປຸງກໍ່ສ້າງຄ້າຍຄູ-ກົມກອງ, ປັບປຸງຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ ໃຫ້ດີຂຶ້ນເປັນກ້າວໆ.

ແຫຼ່ງຂ່າວໂດຍ ເຂັມພອນ
ວັນທີ 12/06/2025