
ປະກາດຍົກລະດັບພະແນກຊາຍແດນ ຂຶ້ນເປັນຫ້ອງທະຫານຊາຍແດນ

ພິທີປະກາດຍົກລະດັບພະແນກຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນ ຢູ່ກອງບັນຊາການທະຫານແຂວງຫົວພັນ
ພິທີປະກາດຍົກລະດັບພະແນກຊາຍແດນຂຶ້ນເປັນຫ້ອງທະຫານຊາຍແດນ ຢູ່ກອງບັນຊາການທະຫານແຂວງຫົວພັນ ໄດ້ຈັດຂຶ້ນໃນວັນ
ທີ 8 ພຶດສະພາ 2025 ນີ້, ໂດຍການເປັນປະທານຂອງສະຫາຍ ພຸດພັນ ແກ້ວວົງໄຊ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານ
ພັກແຂວງ, ປະທານຄະນະກຳມະການ ປກຊ-ປກສ ແຂວງຫົວພັນ, ມີ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ກຳມະການຄະນະປະຈຳພັກ
ກະຊວງ, ຮອງຫົວໜ້າກົມໃຫຍ່ເສນາທີການກອງທັບ, ມີຄະນະພັກ-ຄະນະບັນຊາກອງບັນຊາການ, ອົງການ 6 ຫ້ອງ, ພະແນກການຂອງ
ແຂວງ ແລະ ກົມກອງອ້ອມຂ້າງ ເຂົ້າຮ່ວມ.
ສະຫາຍ ພົນຈັດຕະວາ ຄຳເມືອງ ໂຄດວົງຄຸນ ກຳມະການຄະນະປະຈຳພັກແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານ
ແຂວງຫົວພັນ ໄດ້ຜ່ານບົດລາຍງານກ່ຽວກັບການຈັດຕັ້ງປະຕິບັດໜ້າທີ່ກຳລັງທະຫານຊາຍແດນ ໃນໄລຍະຜ່ານມາເອົາໃຈໃສ່ຊີ້ນຳແຕ່ລະ
ກົມກອງ ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງຕາມແບບມູນເຊື້ອຂອງກອງທັບນຳເອົາແນວທາງນະໂຍບາຍພັກ-ລັດ ແລະ ນິ
ຕິກຳດ້ານຕ່າງໆ ຈັດຕັ້ງເຊື່ອມຊຶມໃຫ້ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າລຽບຕາມຊາຍແດນມີຄວາມຮັບຮູ້ເຂົ້າໃຈເປັນເຈົ້າການ
ປົກປັກຮັກສາເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນສາມາດເຮັດໃຫ້ສະພາບມີຄວາມສະຫງົບໂດຍພື້ນຖານ, ໄດ້ຈັດຕັ້ງກຳລັງອອກ
ກວດກາລາດຕະເວນເປັນປະຈຳເພື່ອຕິດຕາມສະພາບຂອບເຂດຮັບຜິດຊອບ, ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້
ຕ່າງໆ ລຽບຕາມຊາຍແດນຢ່າງເປັນປົກກະຕິໃນນັ້ນໄດ້ຈັດຕັ້ງກຳລັງເຄື່ອນໄຫວກວດກາລາດຕະເວນຝ່າຍດຽວໄດ້ 3.642 ຄັ້ງນຳໃຊ້ກຳລັງ
25.494 ສະຫາຍ, ກວດກາລາດຕະເວນ ແລກປ່ຽນສະພາບຢູ່ຊາຍແດນສອງຝ່າຍໄດ້ 176 ຄັ້ງນຳໃຊ້ກຳລັງ 1.232 ສະຫາຍ, ອະນາໄມ
ຫຼັກໝາຍຊາຍແດນໄດ້ 3.650ຄັ້ງ, ມີ 25.550 ແຮງງານ, ຈັດຕັ້ງກຳລັງກອບກູ້ໄພພິບັດ (ນ້ຳຖ້ວມ) 48 ຄັ້ງ, ນຳໃຊ້ກຳລັງ 1.440 ແຮງ
ງານ, ເຂົ້າຮ່ວມຕ້ານອັກຄີໄພປ່າໄດ້ 4 ຄັ້ງນຳໃຊ້ກຳລັງ 184 ແຮງງານ, ສະກັດກັ້ນປະກົດການຫຍໍ້ທໍ້ຕາມບໍລິເວນຊາຍແດນ ສາມາດຍຶດ
ຂອງກາງຢາເສບຕິດປະເພດຢາບ້າໄດ້ 181.218 ເມັດ, ຢາເຮໂຣອິນ 6 ແທ່ງ, ໝາກຢາຝິນ 8 ເປົາ 120 ກິໂລກຣາມ, ໂທລະສັບ 1 ເຄື່ອງ,
ລົດຈັກ 6 ຄັນ, ລົດໃຫຍ່ 1 ຄັນ; ກັກໄມ້ປະເພດໄມ້ໄດ້ 486 ຕັບ, ໄມ້ທ່ອນ 170 ທ່ອນ; ເຂົ້າຮ່ວມທຳລາຍຢາຝິ່ນ 23 ຄັ້ງ ມີ 184 ແຮງ
ງານ. ຈາກນັ້ນ, ສະຫາຍ ພັນເອກ ວົງເພັດ ວົງສາຫວັນ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງກະ
ຊວງປ້ອງກັນປະເທດ ສະບັບເລກທີ 1542/ກປທ ວ່າດ້ວຍການແຕ່ງຕັ້ງຄະນະຫ້ອງທະຫານຊາຍແດນ ຂຶ້ນກັບກອງບັນຊາການ ທະຫານ
ແຂວງຫົວພັນ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ.
ໃນນີ້, ຕົກລົງແຕ່ງຕັ້ງ ສະຫາຍ ເຊັ່ງທອງ ເມັ້ງຢ້າວບັ້ງ ເປັນຫົວໜ້າຫ້ອງທະຫານຊາຍແດນ, ສະຫາຍ ພັນໂທ ສົມຍົດ ດວງດີ, ສະ
ຫາຍພັນໂທ ໄມວັນ ຍອງສົມແພງ, ສະຫາຍ ພັນໂທ ຄຳໄຊ ເຮືອງຄຳທີ ເປັນຮອງຫົວໜ້າຫ້ອງທະຫານຊາຍແດນ ແລະ ຜ່ານຂໍ້ຕົກ ວ່າ
ດ້ວຍການແຕ່ງຕັ້ງຂຶ້ນ ພະແນກການ ແລະ ພະນັກງານຊ່ວຍວຽກ ຂຶ້ນກັບຫ້ອງທະຫານຊາຍແດນ. ໃນນັ້ນໄດ້ແຕ່ງຕັ້ງສະຫາຍ ພັນໂທ ຄຳ
ຫຼ້າ ນົນສົມພັນ ເປັນຫົວໜ້າພະແນກເສນາປ້ອງກັນຊາຍແດນ, ສະຫາຍ ພັນຕີ ແກ້ວສັກດາ ວົງພາສຸກ ເປັນຮອງຫົວໜ້າພະແນກເສນາ
ປ້ອງກັນຊາຍແດນ, ສະຫາຍ ພັນໂທ ເສີມ ສີວຽງຊຳ ເປັນຫົວໜ້າພະແນກສືບຂ່າວຊາຍແດນ, ສະຫາຍ ພັນຕີ ສາຍສະໝອນ ທົບສົມພັນ
ເປັນຮອງຫົວໜ້າພະແນກສືບຂ່າວຊາຍແດນ, ສະຫາຍ ພັນຕີ ນາງ ຈັນສະໝອນ ພົມວົງສີ ເປັນຫົວໜ້າພະແນກບໍລິຫານ-ສັງລວມ ແລະ
ສະຫາຍ ພັນຕີ ສິນທອງ ສາຍສົມແພງ ເປັນຮອງຫົວໜ້າພະແນກບໍລິຫານ-ສັງລວມ ຫ້ອງທະຫານຊາຍແດນ.
ແຫຼ່ງຂ່າວໂດຍ ວຽງສະຫວັນ ນໍລິນທາ
ວັນທີ 12/05/2026