ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການບົ່ງຕົວແຕ່ງຕັ້ງ ກຳມະການຄະນະບໍລິຫານງານກອງພົນທີ 5
ແລະ ປະກາດໜ້າທີ່ໃໝ່ພະນັກງານບາງໜ່ວຍງານ


ສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ກຳມະການຄະນະພັກກະຊວງປ້ອງກັນປະເທດ,ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 5 ​ເປັນ​ປະທານ

    ກອງພົນທີ 5 ປະກາດການບົ່ງຕົວແຕ່ງຕັ້ງກໍາມະການຄະນະບໍລິຫານງານພັກກອງພົນ, ຕິດພັນກັບການປະກາດໜ້າທີ່ໃໝ່ພະນັກ
ງານຢູ່ບາງຫົວໜ່ວຍອົງການ-ກົມກອງ, ໂດຍການເປັນປະທານຂອງສະຫາຍ ພົນຈັດຕະວາ ຄຳກົດ ອິນສີນາ ກຳມະການຄະນະພັກກະ
ຊວງປ້ອງກັນປະເທດ, ເລຂາຄະນະພັກ ຫົວໜ້າການເມືອງກອງພົນທີ 5, ມີຄະນະພັກ-ຄະນະບັນຊາຈາກອົງການ 5 ຫ້ອງ, ກອງພັນ
ໃຫຍ່, ສູນເຝິກກອງພົນ, ກອງພັນ, ໂຮງໝໍກອງພົນ, ກອງຮ້ອຍເອກະລາດ ເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ສົມພອນ ພາລະດີ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 5 ໄດ້ຜ່ານມະຕິຕົກລົງວ່າດ້ວຍການແຕ່ງ
ຕັ້ງປ່ຽນແທນ ກໍາມະການຄະນະບໍລິຫານງານພັກ ກອງພົນທີ 5, ຄະນະພັກກະຊວງປ້ອງກັນປະເທດຕົກລົງ ແຕ່ງຕັ້ງສະຫາຍ ພັນໂທ
ທອງດີ ໂລຫາຊາດ ຮອງຫົວໜ້າຫ້ອງການເມືອງ ກອງພົນທີ 5 ເປັນກໍາມະການຄະນະບໍລິຫານງານພັກ ປ່ຽນແທນສະຫາຍ ພັນໂທ
ບຸນເຊີຍ ສີປະເສິດ ທີ່ຍົກຍ້າຍໄປເຮັດໜ້າທີ່ໃໝ່. ໃນໂອກາດດັ່ງກ່າວ, ສະຫາຍ ພັນໂທ ທອງດີ ໂລຫາຊາດ ຮອງຫົວໜ້າຫ້ອງການ
ເມືອງ ໄດ້ຜ່ານມະຕິຕົກລົງວ່າດ້ວຍການຮັບຮອງອອກບັນດາສະມາຊິກພັກສົມບູນ, ຄະນະພັກກະຊວງປ້ອງກັນປະເທດຕົກລົງຮັບຮອງ
ອອກບັດ-ມອບບັດສະມາຊິກພັກ ຊຸດທີ XI ໃຫ້ບັນດາສະຫາຍສະມາຊິກພັກສົມບູນຢູ່ຄະນະພັກກອງພົນທີ 5, ຈຳນວນ 363 ສະ
ຫາຍ. ສະຫາຍ ພັນໂທ ຄໍາໄພ ປະທຸມທອງ ຫົວໜ້າພະແນກພະນັກງານ ກໍໄດ້ຜ່ານຂໍ້ຕົກລົງຂອງຫົວໜ້າກອງພົນວ່າດ້ວຍການແຕ່ງຕັ້ງ
ພະນັກງານຮັກສາການ ກອງພົນທີ 5 ຕົກລົງແຕ່ງຕັ້ງສະຫາຍ ພັນໂທ ແກ້ວອຸດອນ ທະວີວັນຈັນເພັງ ເປັນຮັກສາການຮອງຫົວໜ້າຫ້ອງ
ເສນາທິການ, ສະຫາຍ ພັນໂທ ຄຳສ່ຽມ ພັນສະຫວ່າງ ເປັນຮັກສາການຫົວໜ້າພະແນກຊາວໜຸ່ມ, ສະຫາຍ ພັນໂທ ພະຫັດໄຊ ວານີ
ວົງ ເປັນຮັກສາການຫົວໜ້າພະແນກຕີພິເສດ, ສະຫາຍ ພັນຕີ ນາງ ມຸ້ຍ ຫຼວງຄຳ ເປັນຮັກສາການຫົວໜ້າພະແນກສະຫະພັນແມ່ຍິງ,
ສະຫາຍ ພັນໂທ ຄຳໄພ ຈັນທະອາສາ ເປັນຮັກສາການຫົວໜ້າການເມືອງ ກອງພັນ 564, ສະຫາຍ ພັນໂທ ຄຳແກ້ວ ເຫຼົ່າມະນີ ເປັນ
ຮັກສາການຫົວໜ້າການເມືອງ ກອງພັນ 635, ສະຫາຍ ພັນໂທ ມານິດ ຈັນທາວົງ ເປັນຮັກສາການຫົວໜ້າພະແນກການເມືອງ ສູນ
ເຝິກກອງພົນ, ສະຫາຍ ພັນໂທ ນາງ ຄຳແພງ ໄຊມົນຕີ ເປັນຮັກສາການຫົວໜ້າການເມືອງ ໂຮງໝໍກອງພົນ, ສະຫາຍ ພັນໂທ ດວງ
ເພັດ ເຂດພູຄຳ ເປັນຮັກສາການຮອງຫົວໜ້າພະແນກພະນັກງານ, ສະຫາຍ ພັນຕີ ແສງອາທິດ ສີດາໄລ ເປັນຮັກສາການຮອງຫົວໜ້າ
ພະແນກໂຄສະນາອົບຮົມ, ສະຫາຍ ພັນຕີ ທົດສະກັນ ມີລານາວົງ ເປັນຮັກສາການຮອງຫົວໜ້າພະແນກຊາວໜຸ່ມ, ສະຫາຍ ພັນຕີ
ນາງ ສິນນະຄອນ ເລິດດາສັກ ເປັນຮອງຫົວໜ້າພະແນກສະຫະພັນແມ່ຍິງ, ສະຫາຍ ພັນຕີ ສົມຊາຍ ທຳມະວົງ ເປັນຮັກສາການຮອງ
ຫົວໜ້າພະແນກຕິພິເສດ. ພ້ອມນີ້, ສະຫາຍ ພັນໂທ ຄຳໄພ ປະທຸມທອງ ກໍໄດ້ຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ນາຍທະຫານ
ພັກການລໍຖ້າຮັບບຳນານ ກະຊວງປ້ອງກັນປະເທດ ຕົກລົງໃຫ້ສະຫາຍ ພັນເອກ ສຸກສະກອນ ສິນສະໝຸດ ຫົວໜ້າການເມືອງສູນເຝິກ
ພັກການເພື່ອກຽມຮັບບຳນານ.

     ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຄໍາກົດ ອິນສີນາ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍທີ່ໄດ້ຮັບການແຕ່ງ
ຕັ້ງ ແລະ ມອບໝາຍໜ້າທີ່ໃໝ່ໃນຄັ້ງນີ້ ພ້ອມທັງເນັ້ນໜັກໃຫ້ບັນດາສະຫາຍຈົ່ງສືບຕໍ່ຍຶດໝັ້ນໃນແນວທາງ ແລະ ນະໂຍບາຍຂອງພັກ,
ພ້ອມກັນນັ້ນ ຈົ່ງເພີ່ມທະວີຈິດໃຈຮັບຜິດຊອບ, ຕັ້ງໜ້າປະຕິບັດໜ້າທີ່ທີ່ພັກ-ກອງທັບມອບໝາຍໃຫ້, ພ້ອມທັງ ຮຽກຮ້ອງໃຫ້ບັນດາອົງ
ການ-ຫົວໜ່ວຍກົມກອງ ໃຫ້ສືບຕໍ່ເສີມສ້າງຄວາມສາມັກຄີພາຍໃນ, ປະສານສົມທົບກັນຢ່າງແໜ້ນແຟ້ນ, ຍົກສູງບົດບາດການເປັນເຈົ້າ
ການ ແລະ ຄວາມຮັບຜິດຊອບໃນທຸກດ້ານ ເພື່ອຮ່ວມກັນຊຸກຍູ້ການຈັດຕັ້ງປະຕິບັດວຽກງານສືກສາຮ່ຳຮຽນໃຫ້ມີຄວາມເຂັ້ມແຂງຮອບ
ດ້ານ. ໃນຕອນທ້າຍ ສະຫາຍ ພັນໂທ ໝອນຄໍາ ພີມມະສອນ ໄດ້ຕ່າງໜ້າບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງ ໄດ້ກ່າວຮັບຄຳໂອວາດ
ໂດຍສະຫາຍໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະພ້ອມກັນທຸ່ມເທແຮງກາຍ ແຮງໃຈ ແລະ ສະຕິປັນຍາ ເພື່ອປະຕິບັດໜ້າທີ່ໃຫ້ປະກົດຜົນເປັນ
ຈິງ ສົມກັບຂັ້ນເທິງໄດ້ມອບໝາຍໃຫ້.

ແຫຼ່ງຂ່າວໂດຍ ໄຊຍະຄານ
ວັນທີ 12/03/2026