ປະກາດການແຕ່ງຕັ້ງຮັກສາການ ຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ
ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ
ພິທີປະກາດການແຕ່ງຕັ້ງຮັກສາການຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ ໄດ້ຈັດຂຶ້ນໃນວັນທີ 7 ກຸມພາ 2025 ນີ້,
ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ,
ມີສະຫາຍ ພົນຈັດຕະວາ ຊຽງເພັງ ບົວລະວົງ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງ, ສະຫາຍ ພົນຈັດຕະວາ ຄໍາຈັນ ແສງລາວົງ ຫົວ
ໜ້າກອງບັນຊາການ ປກສ ແຂວງຜົ້ງສາລີ, ມີຄະນະຈັດຕັ້ງແຂວງ, ຄະນະພັກ-ຄະນະບັນຊາ ຈາກອົງການ, ກົມກອງຂຶ້ນກັບ ແລະ ພະນັກງານຫຼັກ
ແຫຼ່ງເຂົ້າຮ່ວມ.
ສະຫາຍ ພັນເອກ ສອນໄຊ ຈັນຍາລາດ ຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງກະຊວງປ້ອງກັນປະເທດ ວ່າ
ດ້ວຍການຖອນນາຍທະຫານ ຢູ່ກອງບັນຊາການທະຫານແຂວງຜົ້ງສາລີ. ໃນນີ້, ໄດ້ຖອນ ສະຫາຍ ພັນເອກ ຄໍາພອນ ແສນສີວົງສາ ຫົວໜ້າການທະ
ຫານ ກອງບັນຊາການທະຫານແຂວງຜົ້ງສາລີ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ກົມໂຮງຮຽນ ກົມໃຫຍ່ເສນາທິການກອງທັບ ແລະ ຂໍ້ຕົກລົງກະຊວງປ້ອງ
ກັນປະເທດ ວ່າດ້ວຍການແຕ່ງຕັ້ງຮັກສາການຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ (ຜູ້ໃໝ່). ໃນນີ້, ແຕ່ງຕັ້ງສະຫາຍ ພັນເອກ
ວິໄລ ແພງສົມເຮືອງ ຫົວໜ້າຫ້ອງເສນາທິການ ຂຶ້ນເປັນຮັກສາການຫົວໜ້າການທະຫານ ກອງບັນຊາການທະຫານແຂວງຜົ້ງສາລີ.
ສະຫາຍ ພົນຕີ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໄດ້ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໜ້າທີ່ໃໝ່ ສຶບຕໍ່ເຝິກ
ຝົນຫຼໍ່ຫຼອມຕົນເອງທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຊອກຮູ້ຮໍ່າຮຽນແບບແຜນວິທີເຮັດວຽກ, ເປັນແບບຢ່າງນໍາໜ້າໃນການ
ນໍາພາ-ບັນຊາ, ເຮັດວຽກເປັນໝູ່ຄະນະ, ພ້ອມກັນເຮັດສໍາເລັດໜ້າທີ່ຕາມການມອບໝາຍຂອງຂັ້ນເທິງ ແລະ ສຶບຕໍ່ສ້າງກົມກອງໃຫ້ມີແບບແຜນ ທັນ
ສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ
ແຫຼ່ງຂ່າວໂດຍ ທອງໄຊ ແສງອຸດົມ
ວັນທີ 12/02/2025