ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດການສ້າງຕັ້ງ ສະພາວິທະຍາສາດ-ປະຫວັດສາດ
ການທະຫານ ວິທະຍາຄານເຕັກນິກການທະຫານ


ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ຫົວໜ້າ ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ​ເປັນ​ປະທານ

    ໃນວັນທີ 9 ກັນຍາ 2025 ນີ້, ທີ່ ວິທະຍາຄານເຕັກນິກການທະຫານ ໄດ້ປະກາດການສ້າງຕັ້ງ ສະພາວິທະຍາສາດ-ປະຫວັດສາດການທະ
ຫານ ວິທະຍາຄານເຕັກນິກການທະຫານ ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ຂວັນມິ່ງ ບິດາສັກ ຫົວໜ້າກົມວິທະຍາ
ສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ, ມີບັນດາຕາງໜ້າກົມວິຊາສະເພາະທີ່ກ່ຽວຂ້ອງ, ຄະນະພັກ-ຄະນະອໍານວຍການ,
ຄະນະຫ້ອງ, ຄະນະວິຊາ, ສູນເຝິກຫັດທົດລອງ, ກອງພັນຄຸ້ມຄອງນັກສຶກສາ ຕະຫຼອດຮອດພະນັກງານຫຼັກແຫຼ່ງ ແລະ ຄູ-ອາຈານ ທົ່ວ ວິທະຍາ
ຄານເຕັກນິກການທະຫານ ເຂົ້າຮ່ວມ.

     ສະຫາຍ ພັນໂທ ຮສ ດຣ ຄຳມູນ ສົມຕະກຸນ ຮອງກອງເລຂາຜູ້ປະຈໍາການ ສະພາວິທະຍາສາດກະຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ຕົກລົງ
ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການສ້າງຕັ້ງສະພາວິທະຍາສາດ-ປະຫວັດສາດການທະຫານ, ກອງເລຂາສະພາວິທະຍາສາດ-ປະຫວັດ
ສາດການທະຫານ ຂອງວິທະຍາຄານເຕັກນິກການທະຫານ ໃນນີ້, ໄດ້ຕົກລົງແຕ່ງຕັ້ງບັນດາສະຫາຍ ເພື່ອປະກອບເຂົ້າກົງຈັກການຈັດຕັ້ງ ຂອງ
ສະພາວິທະຍາສາດ ວິທະຍາຄານເຕັກນິກການທະຫານ ຄື: ສະຫາຍ ພົນຈັດຕະວາ ປອ ຟອງສະໝຸດ ພົນທິລາດ ຫົວໜ້າການທະຫານ ວິທະ
ຍາຄານເຕັກນິກການທະຫານ ເປັນປະທານ, ສະຫາຍ ພັນເອກ ປທ ສຸດໃຈ ລືໄຊສົມບັດ ຫົວໜ້າຫ້ອງອົບຮົມ ເປັນຮອງປະທານ, ສະຫາຍ ພັນ
ເອກ ປຕ ຈັນທອງ ພົມຂັນໄຊ ຫົວໜ້າຫ້ອງວິທະຍາສາດ ເປັນຮອງປະທານ ຜູ້ປະຈໍາການ, ສະຫາຍ ພັນໂທ ປທ ບຸນທະວີ ສີວິໄລ ຫົວໜ້າຫ້ອງ
ເຕັກນິກ ເປັນຄະນະ, ສະຫາຍ ພັນໂທ ປທ ບຸດດີ ດອນເມືອງ ຫົວໜ້າຄະນະວິຊາຄູລົດການທະຫານ ເປັນຄະນະ, ສະຫາຍ ພັນໂທ ປອ ທົງໄຊ
ວົງພູວຽງ ຮອງຫົວໜ້າຫ້ອງອົບຮົມ ເປັນຄະນະ, ສະຫາຍ ພັນໂທ ປຕ ຄໍາເຄື່ອງ ອິນທິລາດ ຮອງຫົວໜ້າຫ້ອງວິທະຍາສາດ ເປັນຄະນະ, ສະຫາຍ
ພັນໂທ ປທ ແສງປະເສີດ ອໍາພອນ ຫົວໜ້າຄະນະວິຊາເສນາເຕັກນິກ ເປັນຄະນະ, ສະຫາຍ ພັນໂທ ປຕ ບຸນມີໄຊ ພາໄຊ ຫົວໜ້າຄະນະວິຊາລົດ
ຕັງ-ຍານເກາະ ເປັນຄະນະ, ສະຫາຍ ພັນໂທ ປທ ອໍານາດ ສຸລິເດດ ຮອງຫົວໜ້າຄະນະວິຊາຄູຍຸດໂທ ເປັນຄະນະ ແລະ ສະຫາຍ ພັນໂທ ປທ ມົນ
ພະຈັນ ເຮືອງຄໍາມີ ຮອງຫົວໜ້າຄະນະວິຊາພື້ນຖານກົນຈັກ ເປັນຄະນະ; ແຕ່ງຕັ້ງບັນດາສະຫາຍ ກອງເລຂາສະພາວິທະຍາສາດ-ປະຫວັດສາດການ
ທະຫານ ວິທະຍາຄານເຕັກນິກການທະຫານ ຄື: ສະຫາຍ ພັນໂທ ປຕ ຄໍາເຄື່ອງ ອິນທິລາດ ເປັນຫົວໜ້າ, ສະຫາຍ ພັນໂທ ປອ ທົງໄຊ ວົງພູວຽງ
ເປັນຮອງ, ສະຫາຍ ພັນໂທ ປທ ມົນພະຈັນ ເຮືອງຄໍາມີ ເປັນຄະນະ.

     ຈາກນັ້ນ, ສະຫາຍ ພັນເອກ ປທ ສຸດໃຈ ລືໄຊສົມບັດ ຫົວໜ້າຫ້ອງອົບຮົມ ໄດ້ຜ່ານແຈ້ງການ ຂອງກະຊວງປ້ອງກັນປະເທດ ວ່າດ້ວຍການ
ອະນຸມັດຫົວຂໍ້ຄົ້ນຄວ້າວິທະຍາສາດ-ເຕັກໂນໂລຊີ ການທະຫານປ້ອງກັນຊາດ ແລະ ການຂໍຕຳແໜ່ງວິຊາການຄູໃນກອງທັບ. ໂອກາດນີ້, ສະຫາຍ
ພົນຈັດຕະວາ ຂວັນມິ່ງ ບິດາສັກ ໄດ້ໂອ້ລົມ ບາງຕອນວ່າ: ການສ້າງຕັ້ງສະພາວິທະຍາດສາດ-ປະຫວັດສາດການທະຫານໃນຄັ້ງນີ້ ເພື່ອປັບປຸງກໍ່
ສ້າງກົງຈັກການຈັດຕັ້ງນໍາພາ-ບັນຊາຂົງເຂດວຽກງານວິທະຍາສາດ ການທະຫານ ຢູ່ ວິທະຍາຄານເຕັກນິກການທະຫານ ເພື່ອຊີ້ນໍາ, ກວດກາຮັບ
ຮອງບັນດາໂຄງການນິພົນຕ່າງໆ ເປັນການຊຸກຍູ້ໃຫ້ມີບັນດານັກຄົ້ນຄວ້າ, ຜູ້ມີຫົວຄິດປະດິດສ້າງ, ຮູ້ນໍາໃຊ້ເຕັກໂນໂລຊີເຂົ້າໃນທຸກຂົງເຂດວຽກງານ
ເວົ້າສະເພາະແມ່ນ ໃນຂະແໜງການເຕັກນິກການທະຫານ ເຮັດໃຫ້ເຂດຂົງເຂດອຸດສາຫະກໍາປ້ອງກັນຊາດໃຫ້ເຕີບໃຫຍ່ເຂັ້ມແຂງ.

ແຫຼ່ງຂ່າວໂດຍ ເພັດນາລີ
ວັນທີ 11/09/2025