ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ເຜີຍແຜ່ ຂໍ້ຕົກລົງແຕ່ງຕັ້ງອະນຸກຳມະການ ປັບປຸງເນື້ອໃນໂຄງການຫຼັກສູດເຝິກ
ອົບຮົມວຽກງານ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ປະຈຳປີ 2026


ສະຫາຍ ພົນຕີ ພັນແສງ ບຸນພັນ ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວປກ

     ວັນທີ 6 ສິງຫາ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ເຜີຍແຜ່ຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງອະນຸກໍາມະການ ປັບປຸງ
ເນື້ອໃນໂຄງການຫຼັກສູດເຝິກອົບຮົມວຽກງານ ປກຊ-ປກສ ໃຫ້ພະນັກງານ ນໍາພາ-ຄຸ້ມຄອງ ປະຈໍາປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຕີ
ພັນແສງ ບຸນພັນ ຄະນະປະຈໍາພັກກະຊວງປ້ອງກັນປະເທດ, ຫົວໜ້າການທະຫານ ວປກ, ມີຄະນະພັກ-ຄະນະອໍານວຍການ, ຄະນະກົມໃຫຍ່, ຄະນະກົມ,
ຄະນະກອງບັນຊາການທະຫານຊາຍແດນ, ຄະນະໂຄສະນາອົບຮົມສູນກາງພັກ, ກົມສາສະໜາ ແລະ ຊົນເຜົ່າ ສະພາແຫ່ງຊາດ, ກົມໃຫຍ່ສັນຕິບານ ປກສ
ແລະ ຄູ-ອາຈານ ພາຍໃນ ວປກ ເຂົ້າຮ່ວມ.

     ສະຫາຍ ພັນເອກ ປອ ຄໍາຕ້ອຍ ມະນີວອນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງອະນຸ
ກໍາມະການສ້າງເນື້ອໃນເອກະສານ ໂຄງການຫຼັກສູດເຝິກອົບຮົມວຽກງານ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຢູ່ ວປກ ປະຈຳປີ 2026 ໃນນັ້ນ,
ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕົກລົງ ແຕ່ງຕັ້ງອະນຸກໍາມະການສ້າງເອກະສານ, ແຕ່ງບົດສອນ, ຂຶ້ນຫ້ອງສອນ ແລະ ນໍາພາຫັດແອບ ເຊິ່ງລວມມີ
20 ຫົວບົດ ແລະ ບາງກິດຈະກໍານອກຫຼັກສູດ. ໂອກາດນີ້, ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ມີຄໍາເຫັນຊີ້ນໍາ ເປັນຕົ້ນແມ່ນ ອະນຸກຳມະການສ້າງເອກະ
ສານ, ແຕ່ງບົດສອນ, ຂຶ້ນຫ້ອງສອນເຝິກອົບຮົມວຽກງານ ປກຊ-ປກສ ໃຫ້ພະນັກງານນໍາພາ-ຄຸ້ມຄອງ ຕ້ອງເປັນເຈົ້າການໃນທຸກຂົງເຂດວຽກງານຢ່າງຮອບ
ດ້ານ ແລະ ໃຫ້ສໍາເລັດຄົບຖ້ວນສົມບູນ, ເພີ່ມທະວີຍົກສູງໜ້າທີ່ການເມືອງຂອງຕົນ, ເປັນເຈົ້າການປະສານງານກັບທຸກພາກສ່ວນທີ່ກ່ຽວຂ້ອງ ເພື່ອກຽມ
ຄວາມພ້ອມໃນທຸກດ້ານ, ສ້າງຕາຕະລາງ, ແຜນການເຄື່ອນໄຫວຕົວຈິງໃນແຕ່ລະໄລຍະ ຕິດພັນກັບການສ້າງແຜນງົບປະມານຮັບໃຊ້ເຂົ້າໃນການສ້າງ ແລະ
ປັບປຸງເນື້ອໃນໂຄງການຫຼັກສູດ ຮັບປະກັນດ້ານຄຸນນະພາບ ແລະ ເປັນເຈົ້າການກະກຽມສະຖານທີ່ພັກເຊົາ ເປັນຕົ້ນ ເຮືອນນອນ, ເຮືອນກິນ, ຫ້ອງຮຽນ
ແລະ ອື່ນໆ.

     ພ້ອມນັ້ນ, ຍັງໄດ້ມອບໝາຍໜ້າທີ່ ແລະ ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະພາກສ່ວນທີ່ກ່ຽວຂ້ອງ ປະສານສົມທົບກັບບັນດາກະຊວງ, ອົງການ, ກົມ
ກອງ, ພະນັກງານ ການນໍາຂັ້ນສູງ, ຜູ້ຊົງຄຸນວຸດທິ, ຄູ-ອາຈານສອນ ຜູ້ທີ່ຈະມາຂຶ້ນຫ້ອງສອນ ເຝິກອົບຮົມວຽກງານ ປກຊ-ປສກ ໃຫ້ພະນັກງານ ນໍາພາ-ຄຸ້ມ
ຄອງ ຢູ່ ວປກ ໃຫ້ທັນເວລາ ແລະ ມີປະສິດທິຜົນສູງສຸດ.

ແຫຼ່ງຂ່າວໂດຍ ເຂັງພອນ
ວັນທີ 11/08/2026