
ກໍາມະບານກະຊວງປ້ອງກັນປະເທດ ປາຖະກະຖາວັນກຳມະກອນສາກົນ ຄົບຮອບ 140 ປີ

ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນປະທານ ໃນວັນທີ 8 ພຶດສະພາ 2026
ວັນທີ 8 ພຶດສະພາ 2026 ນີ້, ກໍາມະບານກະຊວງປ້ອງກັນປະເທດ ໄດ້ຈັດພິທີ ປາຖະກະຖາ ວັນກຳມະກອນສາກົນ ຄົບຮອບ 140 ປີ
(01/05/1886-01/05/2026), ໂດຍການເປັນປະທານ ແລະ ປາຖະກະຖາຂອງສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ ຮອງຫົວ
ໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພັນເອກ ສຸວັນນີ ດວງປະເສີດ ຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ຫົວໜ້າ
ຫ້ອງການກຳມະບານກອງທັບ, ມີບັນດາສະຫາຍຄະນະພັກ-ຄະນະບັນຊາ 4 ກົມໃຫຍ່, ຫ້ອງວ່າການກະຊວງ, ຫ້ອງການສະຫະພັນແມ່ຍິງ,
ຫ້ອງການຊາວໜຸ່ມ, ບັນດາພະແນກການກຳມະບານ 2 ກົມໃຫຍ່, ສະຫະພັນກຳມະບານ, ກຳມະບານຮາກຖານ ແລະ ສະມາຊິກກຳມະບານ
ຈາກບັນດາບໍລິສັດ, ລັດວິສາຫະກິດ, ໂຮງຈັກ, ໂຮງງານເຂດໃຈກາງ, ອ້ອມຂ້າງກະຊວງປ້ອງກັນປະເທດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄໍາປະທຸມ ໄດ້ຍົກໃຫ້ເຫັນເຖິງການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະ
ກອນ ແລະ ປະຫວັດສາດຂອງຂະບວນການກຳມະກອນສາກົນ ໃນແຕ່ລະໄລຍະ. ເຊິ່ງວັນກຳມະກອນສາກົນ ເປັນວັນທີ່ມີຄວາມໝາຍທາງ
ດ້ານປະຫວັດສາດອັນໃຫຍ່ຫຼວງ ຂອງຊົນຊັ້ນ ກຳມະກອນຢູ່ໃນທົ່ວໂລກ ແມ່ນການລະນຶກເຖິງການຕໍ່ສູ້ຢ່າງພິລະອາດຫານ ຂອງກໍາມະກອນ
ຢູ່ເມືອງຊີກາໂກ ສະຫະລັດອາເມຣິກາ ໃນປີ 1886, ໃນສະໄໝນັ້ນ ຜູ້ອອກແຮງງານຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ຕ້ອງເຮັດວຽກມື້ໜຶ່ງ
14-15 ຊົ່ວໂມງ, ການອອກແຮງງານສຸດທີ່ລຳບາກ ແລະ ມີຄວາມສ່ຽງສູງຕໍ່ຊີວິດ ເນື່ອງຈາກລະບົບປ້ອງກັນໄພ ຂອງເຄື່ອງຈັກໃນເວລານັ້ນ
ຍັງບໍ່ທັນມີ ບວກກັບພວກນາຍທຶນ ພັດເພີ່ມທະວີການບັງຄັບຂົ່ມເຫັງໃຫ້ກຳມະກອນອອກແຮງງານ ໂດຍບໍ່ມີການພັກຜ່ອນ ຄ່າແຮງງານພັດ
ຖືກ, ການປ້ອງກັນຄວາມປອດໄພແຮງງານບໍ່ມີ, ສະຫວັດດີການ-ສັງຄົມ ບໍ່ເອົາໃຈໃສ່. ກໍາມະກອນຈຶ່ງໄດ້ລຸກຂຶ້ນຮຽກຮ້ອງໃຫ້ເພີ່ມຄ່າແຮງ
ງານ, ຫຼຸດຜ່ອນຊົ່ວໂມງເຮັດວຽກ ແລະ ຮັບປະກັນສິດອັນເປັນພື້ນຖານຂອງຕົນ ເຊິ່ງການລຸກຂຶ້ນຕໍ່ສູ້ເພື່ອທວງເອົາ “ລະບອບເຮັດວຽກ 8 ຊົ່ວ
ໂມງຕໍ່ມື້ (8 ຊົ່ວໂມງ ເຮັດວຽກ, 8 ຊົ່ວໂມງ ພັກຜ່ອນ ແລະ 8 ຊົ່ວໂມງ ຕ້ອງໄດ້ຮໍ່າຮຽນ) ໄດ້ເປັນບາດກ້າວຂະຫຍາຍຕົວໄປສູ່ໄຊຊະນະ,
ເປັນສັນຍາລັກແຫ່ງການຕໍ່ສູ້ທີ່ສໍາຄັນຂອງຊົນຊັ້ນກຳມະກອນ ແລະ ຜູ້ອອກແຮງງານໃນທົ່ວໂລກ ເພື່ອຮຽກຮ້ອງຄວາມເປັນທຳ, ສິດທິ, ຜົນ
ປະໂຫຍດອັນຊອບທຳ, ກຽດສັກສີ, ຄວາມໝັ້ນຄົງ ແລະ ຄວາມຍຸຕິທຳ ໃນການອອກແຮງງານມາສູ່ກຳມະກອນ ແລະ ປະຊາຊົນທຸກຄົນໃນ
ສັງຄົມ. ຈາກຂະບວນການຕໍ່ສູ້ດັ່ງກ່າວ ຈຶ່ງໄດ້ກາຍເປັນມໍຣະດົກທາງປະຫວັດສາດ ແລະ ໄດ້ກຳນົດເອົາວັນທີ່ 1 ພຶດສະພາ 1886 ເປັນວັນ
ກຳມະກອນສາກົນນັບແຕ່ນັ້ນມາ.
ການປາຖະກະຖາໃນຄັ້ງນີ້ ກໍເພື່ອເປັນການໂຄສະນາ ແລະສຶກສາອົບຮົມໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ ແລະ ຊາວຜູ້
ອອກແຮງງານບັນດາເຜົ່າໄດ້ຮັບຮູ້ ແລະເຂົ້າໃຈເຖິງມູນເຊື້ອທາດແທ້ ປະຫວັດຄວາມເປັນມາຂອງວັນກຳມະກອນສາກົນ, ຜົນງານການເຄື່ອນ
ໄຫວຂອງກຳມະກອນລາວ ໃນພາລະກິດປະຕິວັດ ຕໍ່ສູ້ປົດປ່ອຍຊາດ ກໍຄືການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ, ການເຕີບ
ໃຫຍ່ຂະຫຍາຍຕົວຂອງຊົນຊັ້ນກຳມະກອນທົ່ວໂລກ, ສ້າງຂະບວນການຕ່າງໆໃຫ້ຟົດຟື້ນ, ຮັບຮູ້ ແລະເຂົ້າໃຈເຊື່ອມຊືມຢ່າງເລິກເຊິ່ງຕໍ່ມູນ
ເຊື້ອປະຫວັດສາດ ທີ່ສຳຄັນຂອງໂລກ. ພ້ອມນີ້ ໃນພີທີ ຍັງໄດ້ມີກິດຈະກໍາຖາມຕອບຄວາມຮູ້ຮອບຕົວອີກ.
ແຫຼ່ງຂ່າວໂດຍ ຂກທ
ວັນທີ 11/05/2026